ເຈົ້າໜ້າທີ່ຕາລິບານ ຢູ່ໃນອັຟການິສຖານ ກ່າວໃນວັນພະຫັດວານນີ້ວ່າ ຈໍານວນຜູ້ເສຍຊີວິດຈາກເຫດ ການລະເບີດແຕກ ຢູ່ໃນວັດອິສລາມ ທີ່ເຕັມໄປດ້ວຍຜູ້ຄົນ ໃນນະຄອນຫຼວງກາບູລ ເມື່ອຄືນຜ່ານມາ ໄດ້ເພີ້ມຂຶ້ນເປັນຢ່າງໜ້ອຍ 21 ຄົນ.
ທ່ານຄາລີດ ຊາດຣານ (Khalid Zadran), ໂຄສົກຕໍາຫຼວດຢູ່ໃນນະຄອນຫຼວງກາບູລ ກ່າວຕໍ່ VOA ວ່າ ມີຢ່າງໜ້ອຍ 33 ຄົນ ຂອງພວກທີ່ໄປສູດມົນໄດ້ຮັບບາດເຈັບ.
ຕໍາຫຼວດ ແລະຜູ້ເຫັນເຫດການກ່າວວ່າ ການລະເບີດຂະໜາດແຮງ ໄດ້ທໍາລາຍໄປທົ່ວບໍລິເວນວັດຊິດດີກຸຍຢາ (Siddiquiya) ໃນບໍລິເວນ ເຄີ ຄານນາ (Kher Khanna) ເຊິ່ງເປັນເມືອງທາງພາກເໜືອ ລະຫວ່າງການສູດມົນພາວະນາ ໃນຕອນຫົວຄໍ່າຂອງວັນພຸດແລ້ວນີ້.
ຫົວໜ້າຜູ້ນໍາພາໃນການສູດມົນທ່ານອາເມຍໂມຮໍາມາດ ກາບູລີ ຊຶ່ງເປັນນັກປາດແລະນັກເທດທີ່ມີຊື່ສຽງ ຊາວອັຟການິສຖານ ຂອງນິກາຍ ຊູຟີ ອິສລາມ, ກ່າວ ກັນວ່າເປັນນຶ່ງໃນບັນດາຜູ້ເສຍຊີວິດ.
ອົງການໃຫ້ຄວາມຊ່ວຍເຫຼືອຂອງສະຫະປະຊາຊາດຢູ່ໃນອັຟການິສຖານ ຫຼື UNAMA ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຕາລິບານ ເອົາບາດກ້າວທີ່ເປັນຮູບປະທໍາ ເພື່ອປ້ອງກັນການກໍ່ການຮ້າຍໃນທຸກໆຮູບແບບຢູ່ໃນປະເທດດັ່ງກ່າວ ແລະນໍາຜູ້ກໍ່ການທີ່ຢູ່ເບື້ອງຫຼັງການໂຈມຕີເຫຼົ່ານັ້ນ ມາລົງໂທດຕາມກົດໝາຍ.
ອົງການ UNAMA ກ່າວຢູ່ທວິດເຕີ້ໃນວັນພະຫັດວານນີ້ວ່າ “ພວກເຮົາມີຄວາມເສົ້າໂສກເສຍໃຈຕໍ່ເຫດການໂຈມຕີຢູ່ວັດອິສລາມໃນມື້ວານນີ້, ເປັນເຫດການຄັ້ງຫຼ້າສຸດໃນການໂຈມຕີດ້ວຍລະເບີດ ທີ່ໄດ້ເຮັດໃຫ້ຜູ້ຄົນເສຍຊີວິດ ແລະບາດເຈັບຫຼາຍກວ່າ 250 ຄົນ ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ, ເຊິ່ງເປັນຈໍານວນໂຕເລກຜູ້ບາດເຈັບ ແລະເສຍຊີວິດຂອງພົນລະເຮືອນ ທີ່ສູງທີ່ສຸດກວ່າປີທີ່ຜ່ານມາ.”
ໂຮງໝໍສຸກເສີນ ຂອງອົງການກຸສົນອີຕາລີ ຢູ່ໃນນະຄອນຫຼວງກາບູລກ່າວຢູ່ໃນຖະແຫຼງການວ່າ ມີຜູ້ເຄາະຮ້າຍຈໍານວນ 27 ຄົນຈາກເຫດການລະເບີດຖືກນໍາໂຕສົ່ງໄປຍັງໂຮງໝໍແຫ່ງນີ້, 2 ຄົນໄດ້ເສຍຊີວິດ ແລະຜູ້ບາດເຈັບຄົນທີສາມ ໄດ້ເສຍຊີວິດລົງ ຢູ່ໃນຫ້ອງກະທັນຫັນ. ພວກເຂົາເຈົ້າກ່າວວ່າ ຢູ່ໃນກຸ່ມຜູ້ບາດ ເຈັບນັ້ນແມ່ນມີເດັກນ້ອຍ 5 ຄົນ ລວມທັງເດັກນ້ອຍທີ່ມີອາຍຸ 7 ປີ.
ຫົວໜ້າໂຄສົກລັດຖະບານ ຂອງກຸ່ມຕາລິບານ ທ່ານຊາບີຮູລລາ ມູຈາຮີດ ໄດ້
ປະນາມການໂຈມຕີທີ່ຮຸນແຮງນີ້ ໂດຍກ່າວວ່າ “ຜູ້ກໍ່ການດັ່ງກ່າວ ຈະຕ້ອງຖືກ ນໍາໂຕມາລົງໂທດຕາມກົດໝາຍ ແລະຈະໄດ້ຮັບໂທດໃນໄວໆນີ້.”