ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກເຫດການລະເບີດຢູ່ໂຮງງານນິກເກີລ ຂອງຈີນ ໃນອິນໂດເນເຊຍ ເພີ້ມເປັນ 18 ຄົນ


ຜູ້ເຄາະຮ້າຍ ໄດ້ຮັບການປິ່ນປົວຢູ່ທີ່ ໂຮງໝໍພາກພື້ນ Morowali ຫຼັງເຫດການລະເບີດ ຢູ່ເຕົາຫຼອມນິກເກີລ ຂອງບໍລິສັດ Indonesia Tsingshan Stainless Steel (ITSS) ໃນ ເມືອງໂມໂຣວາລີ, ແຂວງສຸລາເວສີຕອນກາງ,​ ອິນໂດເນເຊຍ,​ ວັນທີ 24 ທັນວາ 2023, ໃນພາຍນີ້ ເຊິ່ງຖ່າຍໂດຍ Antara Foto.
ຜູ້ເຄາະຮ້າຍ ໄດ້ຮັບການປິ່ນປົວຢູ່ທີ່ ໂຮງໝໍພາກພື້ນ Morowali ຫຼັງເຫດການລະເບີດ ຢູ່ເຕົາຫຼອມນິກເກີລ ຂອງບໍລິສັດ Indonesia Tsingshan Stainless Steel (ITSS) ໃນ ເມືອງໂມໂຣວາລີ, ແຂວງສຸລາເວສີຕອນກາງ,​ ອິນໂດເນເຊຍ,​ ວັນທີ 24 ທັນວາ 2023, ໃນພາຍນີ້ ເຊິ່ງຖ່າຍໂດຍ Antara Foto.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດພາຍຫຼັງ​ການ​ລະ​ເບີດ​ຂອງ​ເຕົາຫຼອມ​ທີ່​ໂຮງ​ງານທາດ​ນິ​ກເກີລ​ຂອງ​ຈີນ ​ຢູ່​ເກາະສຸລາເວສີ (Sulawesi) ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ເພີ່ມ​ຂຶ້ນ​ເປັນ 18 ຄົນ​ ໃນ​ວັນ​ອັງ​ຄານມື້ນີ້, ໃນຂະນະທີ່​ຕຳຫຼວດ​ໄດ້​ສັ່ງ​ໃຫ້​ໂຮງ​ງານ​ດັ່ງ​ກ່າວ​ຢຸດ​ການ​ດຳ​ເນີນ​ງານ​ຈົນ​ກວ່າ​ການ​ສືບ​ສວນ​ເຫດ​ການດັ່ງກ່າວ​ຈະ​ສິ້ນສຸດລົງ, ອີງຕາມລາຍງານຂອງອົງການຂ່າວ ເອພີ.

ອຸບັດ​ເຫດ​ໃນຄັ້ງນີ້ ເຊິ່ງ​ເກີດ​ຂຶ້ນ​ໃນ​ວັນ​ອາທິດ ​ຖືເປັນ​ເຫດການ​ຮ້າຍ​ແຮງ​ຄັ້ງ​ຫລ້າ​ສຸດ ​ທີ່​ເກີດ​ຂຶ້ນຕິດຕໍ່ກັນ ​ຢູ່​ໂຮງງານຫລອມ​ນິກ​ເກີ​ລ ​ໃນ​ອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ ຂອງ​ໂຄງການ​ພັດທະນາ​ຂ້າມ​ຊາດ​ທີ່​ທະເຍີທະຍານ​ຂອງ​ຈີນ ທີ່​ເອີ້ນ​ວ່າ ໂຄງການ​ລິ​ເລີ່ມນຶ່ງ​ແລວ​ທາງນຶ່ງ​ເສັ້ນທາງ.

ທາດນິກເກີລ ເປັນອົງປະກອບທີ່ສໍາຄັນໃນການຜະລິດຫມໍ້ໄຟໃນທົ່ວໂລກສໍາລັບຍານພາຫະນະໄຟຟ້າ.

ຄົນງານຊາວຈີນ 4 ຄົນ ແລະຊາວອິນໂດເນເຊຍ 9 ຄົນ ໄດ້ເສຍຊີວິດທັນທີໃນວັນອາທິດ ເມື່ອເຕົາຫຼອມລະເບີດ ໃນຂະນະທີ່ພວກເຂົາເຈົ້າກຳລັງສ້ອມແປງມັນ, ທ່ານອາກຸສ ນູໂກຣໂຮ (Agus Nugroho), ຜູ້​ບັນ​ຊາ​ການຕຳຫຼວດສູນກາງ ຂອງ​ເກາະສຸລາເວສີ (Sulawesi) ກ່າວ. ຜູ້ເຄາະຮ້າຍອີກສາມຄົນ ໄດ້ເສຍຊີວິດໃນມື້ຕໍ່ມາ ໃນຂະນະທີ່ຮັບການປິ່ນປົວຢູ່ໂຮງຫມໍທ້ອງຖິ່ນ.

ຄົນງານອີກສອງຄົນໄດ້ເສຍຊີວິດໃນວັນອັງຄານມື້ນີ້ ຢູ່ທີ່ໂຮງໝໍ, ເຮັດໃຫ້ຈຳ ນວນຜູ້ເສຍຊີວິດທັງໝົດເພີ້ມຂຶ້ນເປັນ 18 ຄົນ, ລວມທັງຄົນງານ 8 ຄົນຈາກປະເທດຈີນ, ທ່ານເດດດີ ເຄີເນຍວັນ (Deddy Kurniawan), ໂຄສົກຂອງເຂດອຸດສາຫະກຳ PT Indonesia Morowali, ທີ່ຮູ້ຈັກໃນຊື່ PT IMIP, ເຊິ່ງເປັນບໍລິສັດແມ່ຂອງ PT Indonesia Tsingshan Stainless Steel, ບ່ອນທີ່ ອຸປະຕິເຫດໄດ້ເກີດຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG