ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເສຍ​ຊີວິດ 144 ຄົນ​ ໃນເຫດ​​ແຜ່ນດິນ​ໄຫວ ຢູ່ຟິລິບ​ປີນ (ວີດີໂອ/ສະໄລດ໌)


Death Toll Rises to 107 in Philippines Quake
please wait

No media source currently available

0:00 0:00:50 0:00
ລິງໂດຍກົງ

ສະພາບການຂອງແຜ່ນດິນໄຫວໃນຟິລິບ​ປີນ

ພວກ​ນັກ​ກູ້​ໄພ ​ຍັງ​ດໍາ​ເນີນ​ສືບ​ຕໍ່​ຄົ້ນ​ຫາພວກ​ທີ່​ອາດ​ລອດຊີວິດ​
ມາ​ໄດ້​ ໃນ​ຫຼາຍໆ​ເຂດ​ທີ່​ຫ່າງໄກ ສອກຫຼີກ​ ໃນພາກ​ກາງຂອງ
ຟິລິບ​ປີນ ນຶ່ງ​ມື້​ຫຼັງ​ຈາກ​ແຜ່ນດິນ​ໄຫວ​ຂະໜາດ​ຮ້າຍ​ແຮງໄດ້
​ສັ່ນ​ສະ​ ເທືອ​ນ​ເຂດ​ດັ່ງກ່າວ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຈໍານວນ​ຄົນ​ເສຍ​
ຊີວິດ​ຍ້ອນແຜ່ນດິນ​ໄຫວ​ຄັ້ງ​ນີ້​ໄດ້​ເພີ່ມ​ຂຶ້ນ​ເປັນ 144 ຄົນ​ແລ້ວ
​ແລະມີ​ເກີອບ 300 ຄົນ​ໄດ້​ຮັບ​ບາດ​ເຈັບ.

ທາງ​ການ​ເຕືອນວ່າ ຈໍານວນຜູ້​ເສຍ​ຊີວິດ​ນັ້ນ​ ມີ​ທາງຈະ​ເພີ່​ມ
ຂຶ້ນ​ສູງ​ອີກ ​ເພາະວ່າພວກ​ນັກ​ກູ້​ໄພຍັງ​ ບໍ່​ທັນ​ໄປ​ຮອດ​ໄປ​ເຖິງ
​ຫຼາຍໆ​ເຂດ​ທີ່​ຫ່າງໄກສອກຫຼີກ ທີ່​ໄດ້​ຮັບ​ຜົ​ນ​ກະທົບຮ້າຍ​ແຮ​ງນັ້ນ.


​ສ່ວນ​ໃຫຍ່ຂອງ​ພວກ​ເຄາະ​ຮ້າຍ ແມ່ນຢູ່​ໃນ​ເກາະ Bohol ຊຶ່ງ​ເປັນ​ເຂດ​ທີ່ນິຍົມ​ຂອງພວກ​
ນັກ​ທ່ອງ​ທ່ຽວ ​ແລະ​ເປັນ​ສູນ​ກາງຂອງແຜ່ນດິນ​ໄຫວ ທີ່​ມີ​ຄວາມ​ແຮງ​ 7.2 ​ຣິກ​ເຕີ ນັ້ນ.

Aftershocks ຫຼືແຜ່ນດິນ​ໄຫວ​ຂະໜາດ​ນ້ອຍທີ່​ຕິດຕາມ​ມາ​ຈໍານວນ​ນັບ​ຮ້ອຍ ​ໄດ້ບັງຄັບ​
ໃຫ້ຜູ້​ຄົນ​ຈໍານວນ​ຫຼວງ​ຫຼາຍ​ຕ້ອງ​ນອນ​ຄ້າງ​ຄືນ​ຢູ່​ຂ້າງ​ນອກ ​ໃນ​ຄໍ່າວັນອັງຄານ​ວານ​ນີ້
ຊຶ່ງ​ຮວມທັງ​ພວກຄົນ​ປ່ວຍ​ ​ຢູ່​ໂຮງພະຍາບານບາງ​ແຫ່ງ​ນໍາ.

ລັດຖະບານ​ໄດ້​ຟ້າວຟັ່ງ​ນໍາ​ເອົາເຂົ້າ​ຂອງທີ່ຈໍາ​ເປັນ​ຂັ້ນ​ພື້ນຖານ​ໄປແຈກ​ຍາຍ​ໃນ​ຂົງ​ເຂດ ​
ແລະ​ໄດ້​ປະກາດ​ໃຫ້​ເຂດ​ດັ່ງກ່າວ ​ເປັນ​ເຂດ​ສຸກ​ເສີນ ​ທັງ​ໃນເກາະ Bohol ​ແລະ Cebu
ທີ່​ຢູ່​ໃກ້ໆ​ນັ້ນ.

ປະທານາທິບໍດີ​ຟິລິບ​ປີນ ທ່ານ Beningo Aquino ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​
ໃນ​ວັນ​ພຸດ​ມື້​ນີ້. ທ່ານ​ໄດ້ເຕືອນ​ໃຫ້​ຜູ້​ຄົນ​ ຢູ່​ຫ່າງ​ໄກ​ຈາກ​ເຂດທີ່​ສ່ຽງ​ຕໍ່ດິນ​ເຈື່ອນ ​
ແລະ​ພວກຕຶກ​ຫັກ​ພັງ​ທັງຫຼາຍ​ນັ້ນ.

XS
SM
MD
LG