ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ຈຳນວນຜູ້ເສຍຊີວິດ ຍ້ອນໄຟໄໝ້ປ່າທີ່ໄດ້ທໍາລາຍເມືອງຕ່າງໆ ໃນນະຄອນ ລອສ ແອນເຈີເລສ ເພີ້ມຂຶ້ນເປັນ 10 ຄົນແລ້ວ


ເຈົ້າໜ້າທີ່ດັບເພີງ ຕໍ່ສູ້ກັບໄຟປ່າ ເຄັນເນັດທ໌ ໃນພື້ນທີ່ ເວັສຮີລສ໌ ຂອງນະຄອນ ລອສ ແອນເຈີເລັສ, ວັນທີ 9 ມັງກອນ 2025.
ເຈົ້າໜ້າທີ່ດັບເພີງ ຕໍ່ສູ້ກັບໄຟປ່າ ເຄັນເນັດທ໌ ໃນພື້ນທີ່ ເວັສຮີລສ໌ ຂອງນະຄອນ ລອສ ແອນເຈີເລັສ, ວັນທີ 9 ມັງກອນ 2025.

ເຈົ້າ​ໜ້າ​ທີ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ ທີ່ຕັ້ງຢູ່ພາກ​ຕາ​ເວັນ​ຕົກ​ຂອງ ​ສະ​ຫະ​ລັດ ກ່າວ​ວ່າ ມີຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ 10 ຄົນ​ຈາກເຫດການໄຟ​ປ່າ​ຄັ້ງ​ໃຫຍ່​ທີ່​ໄດ້​ເຜົາຜານຕົວ​ເມືອງຂອງນະຄອນ ລອສ ແອນເຈີເລສ.

ເຈົ້າໜ້າທີ່ແພດສັນນະສູດສົບຂອງເຂດ ລອສ ແອນເຈີເລສ ໄດ້ອອກມາປະກາດຈໍານວນຜູ້ເສຍຊີວິດໃໝ່ ໃນຕອນແລງຂອງວັນພະຫັດວານນີ້, ເຊິ່ງເພີ້ມຂຶ້ນເປັນສອງເທົ່າຈາກບົດລາຍງານກ່ອນໜ້ານັ້ນ. ບັນດາເຈົ້າ​ໜ້າ​ທີ່ແຈ້ງ​ເຕືອນ​ວ່າ ຈຳນວນ​ຜູ້ເສຍຊີວິດອາດເພີ້ມ​ຂຶ້ນ ​ເມື່ອ​ສາມາດ​ຄວບ​ຄຸມໄຟ​ໄດ້ ​ແລະພະນັກ​ງານທັງຫຼາຍ​ສາມາດ​ເຂົ້າໄປຄົ້ນຫາໃນຊາກ​ຫັກ​ພັງ​ທັງຫຼາຍເຫຼົ່ານັ້ນ.

ເຈົ້າໜ້າທີ່ດັບເພີງ ມອດຖ່ານໄຟທີ່ກໍາລັງລຸກໄໝ້ໃນເຮືອນຫຼັງນຶ່ງ ໃນຖະໜົນ ຊານຕາ ໂຣຊາ ຫຼືທີ່ຮູ້ຈັກໃນຊື່ຂອງຖະໜົນ ຕັ້ນຄຣິສມາສ, ວັນທີ 9 ມັງກອນ 2025.
ເຈົ້າໜ້າທີ່ດັບເພີງ ມອດຖ່ານໄຟທີ່ກໍາລັງລຸກໄໝ້ໃນເຮືອນຫຼັງນຶ່ງ ໃນຖະໜົນ ຊານຕາ ໂຣຊາ ຫຼືທີ່ຮູ້ຈັກໃນຊື່ຂອງຖະໜົນ ຕັ້ນຄຣິສມາສ, ວັນທີ 9 ມັງກອນ 2025.

ຍັງຄົງມີການສືບຕໍ່ປະຕິບັດການດັບເພີງເຂົ້າໄປຍັງບ່ອນເກີດເຫດໃນຕອນກາງຄືນ, ເຊິ່ງນໍາໃຊ້ເຮລີຄັອບເຕີຫວ່ານນ້ໍາ ໂດຍສວຍໂອກາດໃນຂະນະທີ່ລົມແຮງຍຸຕິລົງຊົ່ວຄາວ.

ປະທານາທິບໍດີ ໂຈ ໄບເດັນ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວຂອງທຳນຽບຂາວໃນຕອນບ່າຍຂອງວັນພະຫັດວານນີ້ວ່າ ມີການນໍາໃຊ້ຊັບພະຍາກອນຂອງລັດຖະບານກາງ ແລະເງິນທຶນເພີ້ມເຕີມແກ່ລັດຄາລິຟໍເນຍ ເພື່ອຕໍ່ສູ້ກັບໄຟປ່າ ທີ່ທ່ານໄດ້ພັນລະນາວ່າ ເປັນ “ໄຟປ່າທີ່ເກີດຂຶ້ນໃນນະຄອນ ລອສ ແອນເຈີເລສທີ່ຮ້າຍແຮງທີ່ສຸດເທົ່າທີ່ເຄີຍມີມາ.”

ທ້ອງຟ້າປົກຄຸມໄປດ້ວຍຄັວນໄຟຈາກໄຟປ່າຫຼາຍແຫ່ງອ້ອມຮອບບໍງິເວນນະຄອນ ລອສ ແອນເຈີເລັສ, ວັນທີ 9 ມັງກອນ 2025.
ທ້ອງຟ້າປົກຄຸມໄປດ້ວຍຄັວນໄຟຈາກໄຟປ່າຫຼາຍແຫ່ງອ້ອມຮອບບໍງິເວນນະຄອນ ລອສ ແອນເຈີເລັສ, ວັນທີ 9 ມັງກອນ 2025.

ປະທານາທິບໍດີກ່າວວ່າ, ເງິນທັງໝົດ ຈະຖືກນຳໃຊ້ເຂົ້າສໍາລັບສະຖານທີ່ຫລົບໄພຊົ່ວຄາວເປັນເວລາ 180 ວັນ, ການກໍາຈັດອຸປະກອນທີ່ເປັນອັນຕະລາຍ, ເງິນເດືອນທຳອິດຂອງເຈົ້າໜ້າທີ່ກູ້ໄພ ແລະມາດຕະການປົກປ້ອງຊີວິດ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານນາງ ຄາມາລາ ແຮຣິສ, ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ສູງສູງສະຫະລັດ​ ປະ​ຈຳ​ລັດ​ຄາ​ລິ​ຟໍ​ເນຍ, ກໍໄດ້​ກ່າວ​ ​ໃນກອງປະຊຸມ​ຖະແຫຼງຂ່າວ​ດັ່ງ​ກ່າວ ເຊັ່ນກັນ.

ປະຊາຊົນກອດກັນ ໃນລະຫວ່າງທໍາການອົບພະຍົບອອກ ລຸນຫຼັງລົມພັດແຮງ ສົ່ງຜົນເຮັດໃຫ້ເກີດໄຟປ່າຢ່າງໄວວາທົ່ວບໍລິເວນນະຄອນ ລອສ ແອນເຈີເລັສ, ນະໄຟປ່າ ອີຕັນ ໃນເມືອງ ອາລຕາເດນາ, ລັດຄາລິຟໍເນຍ, ວັນທີ 8 ມັງກອນ 2025.
ປະຊາຊົນກອດກັນ ໃນລະຫວ່າງທໍາການອົບພະຍົບອອກ ລຸນຫຼັງລົມພັດແຮງ ສົ່ງຜົນເຮັດໃຫ້ເກີດໄຟປ່າຢ່າງໄວວາທົ່ວບໍລິເວນນະຄອນ ລອສ ແອນເຈີເລັສ, ນະໄຟປ່າ ອີຕັນ ໃນເມືອງ ອາລຕາເດນາ, ລັດຄາລິຟໍເນຍ, ວັນທີ 8 ມັງກອນ 2025.

ທ່ານນາງ ໄດ້ອະທິບາຍເຖິງສະຖານະການໃນຄາລິຟໍເນຍວ່າ “ ເປັນໄພພິບັດຄັ້ງໃຫຍ່ (apocalyptic)” ແລະ “ບາງສິ່ງທີ່ຈະມີຜົນກະທົບໃນເວລາຫຼາຍເດືອນ ແລະຫຼາຍປີໃນຕໍ່ໜ້າ.”

ທ່ານຮອງ​ປະທານາທິບໍດີ ​ມີ​ເຮືອນ​ຢູ່​ໃນຂົງ​ເຂດທີ່ມີການ​ອົບ​ພະຍົບ, ​ແຕ່​ຍັງບໍ່​ທັນຈະ​ແຈ້ງ​ວ່າ ​ເຮືອນ​ຂອງທ່ານ​ນາງ​ ໄດ້​ຮັບ​ຄວາມ​ເສຍ​ຫາຍໃດໆ ຫຼື ບໍ່.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໄຟ​ປ່າ​ທີ່ກໍາລັງ​ລຸກ​ໄໝ້​ຢູ່​ໃນ​ ແລະ​ອ້ອມ​ແອ້ມຕົວເມືອງຂອງນະຄອນ ລອສ ແອນເຈີເລສ ສົ່ງຜົນເຮັດ​ໃຫ້ຕ້ອງ​ມີ​ການ​ອົບ​ພະ​ຍົບ​ປະ​ຊາ​ຊົນ​ປະມານ 180,000 ຄົນອອກໃນທັນທີ, ເຊິ່ງໄຟປ່າໄດ້​ທຳລາຍ​ບ້ານ​ເຮືອນເປັນຈໍານວນ​ຫຼາຍ​ພັນ​ຫຼັງ ແລະ​ໄດ້​ເຜົາ​ໄໝ້​ເນື້ອທີ່ກວມເອົາ​ຫຼາຍ​ສິບ​ພັນ​ເຮັກຕາ.

ທ່ານນາງ ຄາເຣັນ ບາສ (Karen Bass) ຜູ້ປົກຄອງນະຄອນ ລອສ ແອນເຈີເລສ ກ່າວວ່າ “ນີ້ແມ່ນພາຍຸໄຟຄັ້ງປະຫວັດສາດ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG