ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍອດຜູ້ເສຍຊີວິດຈາກ ລະເບີດແຕກສອງຄັ້ງ ໃນ ໂຊມາເລຍ ເພີ່ມຂຶ້ນເປັນ 9 ຄົນ


ຕຳຫຼວດ ໂຊມາເລຍ ເບິ່ງຊາກຫັກພັງຂອງລົດທີ່ຖືກທຳລາຍ
ໃນສະຖານທີ່ເກີດເຫດໂຈມຕີສະຫຼະຊີບຢູ່ດ່ານຕຳຫຼວດ ນອກ
ຖານທັບຂອງກອງກຳລັງຮັກສາ ສັນຕິພາບ ສະຫະພາບ ອາຟຣິກາ ໃນນະຄອນຫຼວງ ໂມກາດິສຊູ, ປະເທດ ໂຊມາເລຍ. 2 ມັງກອນ, 2017.
ຕຳຫຼວດ ໂຊມາເລຍ ເບິ່ງຊາກຫັກພັງຂອງລົດທີ່ຖືກທຳລາຍ ໃນສະຖານທີ່ເກີດເຫດໂຈມຕີສະຫຼະຊີບຢູ່ດ່ານຕຳຫຼວດ ນອກ ຖານທັບຂອງກອງກຳລັງຮັກສາ ສັນຕິພາບ ສະຫະພາບ ອາຟຣິກາ ໃນນະຄອນຫຼວງ ໂມກາດິສຊູ, ປະເທດ ໂຊມາເລຍ. 2 ມັງກອນ, 2017.

ຈຳນວນສູງສຸດຂອງຜູ້ເສຍຊີວິດໃນການລະເບີດລົດສະຫຼະຊີບສອງຄັ້ງຂອງວັນຈັນທີ່ຜ່ານ ມາ ໃກ້ກັບສະໜາມບິນສາກົນ ໂມກາດິສຊູ ໄດ້ເພີ່ມຂຶ້ນເປັນ 9 ຄົນ ຫຼັງຈາກເຈົ້າໜ້າທີ່ກູ້ ໄພໄດ້ພົບເຫັນສອງສົບໃນວັນອັງຄານວານນີ້ ຢູ່ກ້ອງຊາກຫັກພັງຂອງໂຮງແຮມ Peace ທີ່ຕົກເປັນເປົ້າໝາຍຂອງມືລະເບີດຄົນໜຶ່ງ.

ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ກ່າວຕໍ່ວີໂອເອ ພະແນກ ພາສາໂຊມາເລຍ ວ່າ ສົບຂອງຜູ້ ຊາຍຄົນໜຶ່ງ ແລະ ແມ່ຍິງຄົນໜຶ່ງຖືກພົບເຫັນຫລັງຈາກກ້ອງວົງຈອນປິດຂອງໂຮງແຮມ ໄດ້ສະແດງໃຫ້ເຫັນວ່າພວກເຂົາເຈົ້າໄດ້ຢືນຢູ່ໃກ້ໆກັບຝາໃນເວລາທີ່ລະເບີດໄດ້ແຕກຂຶ້ນ. ມີຢ່າງໜ້ອຍ 21 ຄົນໄດ້ຮັບບາດເຈັບຈາກການໂຈມຕີຄັ້ງນັ້ນ.

ກຸ່ມຫົວຮຸນແຮງ al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ. ນີ້ແມ່ນຄັ້ງທີສອງ ທີ່ກຸ່ມນັ້ນໄດ້ໃຊ້ກົນລະຍຸດລະເບີດລົດສະຫຼະຊີບສອງຄັ້ງຕິດຕໍ່ກັນ, ດ້ວຍລົດຄັນທຳອິດມີເຈຕະນາສ້າງຄວາມຕົກໃຈ ແລະ ຄັນທີສອງຕັ້ງໃຈເຮັດໃຫ້ມີຜູ້ເສຍ ຊີວິດ ແລະ ບາດເຈັບຫຼາຍທີ່ສຸດ.

ຜູ້ອາໄສຢູ່ໃນບໍລິເວນດັ່ງກ່າວເວົ້າວ່າ ລະເບີດລູກທຳອິດໄດ້ແນເປົ້າໃສ່ດ່ານກວດກາຂອງ ກອງກຳລັງຮັກສາຄວາມປອດໄພແຫ່ງຊາດຂອງ ໂຊມາເລຍ ປະມານຕອນທ່ຽງ ຕາມເວ ລາໃນທ້ອງຖິ່ນ. ໃນທັນທີທັນໃດຫຼັງຈາກການລະເບີດຄັ້ງທຳອິດນັ້ນ, ລົດຄັນທີສອງກໍໄດ້ ຂັບມາດ້ວຍຄວາມໄວສູງ ຜ່່ານດ່ານກວດກາ ແລະ ໄດ້ກົດປຸ່ມລະເບີດຢູ່ນອກໂຮງແຮມ Peace ທີ່ຕັ້ງຢູ່ກົງກັນຂ້າມກັບສະໜາມບິນ.

ລະເບີດແຕກທັງສອງຄັ້ງ ໄດ້ເກີດຂຶ້ນຢູ່ໃກ້ໆກັບປະຕູ Medina, ເຊິ່ງເປັນໜຶ່ງໃນທາງເຂົ້າ ໃຫຍ່ສູ່ສະໜາມບິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Somalia Blasts
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG