ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກການວາງລະເບີດຂອງກຸ່ມອາລ-ຊາບັບ ໃນໂຊມາເລຍ ໄດ້ເພີ່ມຂຶ້ນ ເປັນ 121 ຄົນແລ້ວ


ຜູ້​ຄົນ​ຍ່າງ​ໄປ​ຜ່າ​ກອງ​ສິ່ງ​ຂອງ​​ທີ່​ເປັນ​ຊາກຫັກ​ພັງ​ໃນ​ບ່ອນ​ເກີດ​ເຫດ​ລະ​ເບີດ​ວາງ​ໃສ່​ລົດ ສອງ​ຄັ້ງ ຢູ່​ທາງ​ສີ່​ແຍກ​ທີ່​ມີ​ຄົນ​ເດີນ​ທາງ​ຢ່າງ​ໜາ​ແໜ້ນ, ​ນຶ່ງມື້ຫລັງ​ຈາກ​ການ​ໂຈມ​ຕີໃນ​ນະ​ຄອນ​ຫລວງໂມ​ກາ​ດິ​ສ​ຊູ ຂອງ​ໂຊ​ມາ​ເລຍ, ວັນທີ 30 ຕຸ​ລາ, 2022
ຜູ້​ຄົນ​ຍ່າງ​ໄປ​ຜ່າ​ກອງ​ສິ່ງ​ຂອງ​​ທີ່​ເປັນ​ຊາກຫັກ​ພັງ​ໃນ​ບ່ອນ​ເກີດ​ເຫດ​ລະ​ເບີດ​ວາງ​ໃສ່​ລົດ ສອງ​ຄັ້ງ ຢູ່​ທາງ​ສີ່​ແຍກ​ທີ່​ມີ​ຄົນ​ເດີນ​ທາງ​ຢ່າງ​ໜາ​ແໜ້ນ, ​ນຶ່ງມື້ຫລັງ​ຈາກ​ການ​ໂຈມ​ຕີໃນ​ນະ​ຄອນ​ຫລວງໂມ​ກາ​ດິ​ສ​ຊູ ຂອງ​ໂຊ​ມາ​ເລຍ, ວັນທີ 30 ຕຸ​ລາ, 2022

ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ການ​ວາງ​ລະ​ເບີດຂອງ​ກຸ່ມອາ​ລ-ຊາ​ບັບ ສອງ​ຄັ້ງ​ໃນ​ນະ​ຄອນ​ຫລວງ​ໂມ​ກາ​ດິ​ສ​ຊູ ໄດ້​ເພີ່ມ​ຂຶ້ນ​ເປັນ 121 ຄົນແລ້ວ, ອີງ​ຕາມ ດ​ຣ. ອາ​ລີ ຮາ​ຈີ ອາ​ດາມ (Ali Haji Adam) ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຂອງ​ໂຊ​ມາ​ເລຍ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​.

ໃນການໃຫ້ສໍາພາດກັບວີໂອເອ ພະ​ແນກ​ພາ​ສາໂຊມາເລຍນັ້ນ ທ່ານອາ​ດາມ ກ່າວວ່າ 10 ຄົນ ຖືກບັນທຶກໄວ້ວ່າ ຫາຍສາບສູນ ຍ້ອນການວາງລະເບີດ ໃນວັນເສົາຜ່ານ​ມາ. ທ່ານ​ກ່າວ​ວ່າ ຄະນະ​ກຳມະການ​ຮັບ​ມື​ກັບ​ເຫດ​ການ​ແຫ່ງ​ຊາດ​ທີ່​ລັດຖະບານ​ແຕ່ງ​ຕັ້ງຂຶ້ນ ​ຍັງ​ໄດ້​ບັນທຶກວ່າ ມີ​ຜູ້​ບາດ​ເຈັບ 333 ຄົນ.

ທ່ານກ່າວວ່າ "ໃນຕອນເຊົ້າມື້ນີ້ ມີຜູ້ບາດເຈັບ 142 ຄົນຢູ່ໃນໂຮງໝໍ​ແຫ່ງຕ່າງໆ ບາງຄົນແມ່ນຢູ່ໃນຫ້ອງ​ມໍ​ລະ​ສຸມ."

ດຣ. ອາດາມ ກ່າວວ່າ ລັດ​ຖະບານໄດ້ຕັ້ງສູນກາງໂທຣະສັບ ສຳ​ລັບຜູ້ທີ່ສູນ​ເສຍຍາດ​ພີ່​ນ້ອງ ຫລື​ຄົນທີ່ຮັກແພງ​ຂອງຕົນ ໃຫ້ຕິດຕໍ່ຫາໄດ້. ທ່ານ​ກ່າວອີກ​ວ່າ ລັດຖະບານ​ຍັງ​ໄດ້​ແຈກ​ຢາຍ​ອາຫານ ​ແລະ​ນ້ຳ​ໃຫ້​ຜູ້​ບາດ​ເຈັບ ​ແລະ​ຍາດ​ພີ່ນ້ອງ​ທີ່​ມາດູ​ແລຢູ່ໃນ​ໂຮງໝໍ.

ປະທານາທິບໍດີໂຊມາເລຍ, ທ່ານຮັ​ຊ​ຊານ ​ເຊກ ໂມ​ຮາ​ມູດ (Hassan Sheikh Mohamud) ໄດ້ຮຽກຮ້ອງໃຫ້ປະຊາຄົມນາໆຊາດສົ່ງທ່ານໝໍໄປຊ່ວຍປິ່ນປົວ ຜູ້ບາດເຈັບ.

ດ​ຣ. ອາດາມ ກ່າວວ່າ ເທີກີເປັນປະເທດທໍາອິດທີ່ຕອບສະຫນອງຕໍ່ການຂໍ​ຮ້ອງຂອງປະທານາທິບໍດີ.

ທ່ານກ່າວວ່າ "ພວກເຮົາຄາດຫວັງວ່າ ຈະ​ມີ​ເຮືອ​ບິນສຸກເສີນ ຂົນສົ່ງອຸປະກອນ ການແພດ ແລະທ່ານໝໍ (ຈາກເທີ​ກີ​ມາ) ໃນມື້ນີ້, ແຕ່ມັນໄດ້ຊັກຊ້າໄປ." ທ່ານກ່າວວ່າເຂົາເຈົ້າຍັງຄາດວ່າ ຈະມີອຸປະກອນການແພດ, ລົດໂຮງ​ໝໍສອງຄັນ ແລະທີມງານປິ່ນ​ປົວບາດແຜ ຈາກອົງການອະນາໄມໂລກ.

ທ່ານ​ອາ​ດາມ​ກ່າວ​ວ່າ ລັດຖະບານ​ຍັງ​ໄດ້​ສ້າງຕັ້ງ​ກອງ​ທຶນ​ສະໜັບສະໜູນ​ຜູ້​ປະສົບ​ເຄາະ​ຮ້າຍ, ​ເຊິ່ງລັດຖະບານ​ໄດ້​ບໍລິຈາກເງິນ 1 ລ້ານ​ໂດ​ລາ. ສາມບໍລິ ສັດເອກະຊົນ, ດາ​ແຮັບ​ຊີ​ລ (Dahabshiil), ຮໍ​ມູດ (Hormud) ແລະບີ​ໂກ (BECO) ໄດ້ ບໍລິຈາກເງິນ 500,000 ໂດ​ລາ, 200,000 ໂດ​ລາ, ແລະ 50,000 ໂດ​ລາ ຕາມລໍາດັບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG