ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົບສົບ ຜູ້ເສຍຊີວິດ ເພີ້ມຕື່ມ ໃນເຫດຕຶກລະເບີດ ຢູ່ ນະຄອນນິວຢອກ (ວີດີໂອ)


ເຫດລະເບີດ ທີ່ຄຸ້ມ Harlem ນະຄອນ New York.
ເຫດລະເບີດ ທີ່ຄຸ້ມ Harlem ນະຄອນ New York.

ພວກກູ້ໄພພົບສົບຂອງອີກ 8 ຄົນ ຢູ່ໃນຊາກຫັກພັງຂອງຕຶກອາ
ຄານຫໍພັກ 2 ຫຼັງ ໃນນະຄອນນິວຢອກ ຊຶ່ງໄດ້ຖືກທຳລາຍດ້ວຍ
ເຫດລະເບີດ ທີ່ເກີດຈາກ ການຮົ່ວຂອງແກັສ ໃນມື້ວັນພຸດຜ່ານ
ມານີ້.

ມີອີກຢ່າງໜ້ອຍ 9 ຄົນ ຍັງຫາຍສາບສູນ ແລະ 63 ຄົນໄດ້ຮັບ
ບາດເຈັບ ແຕ່ຄວາມຫວັງ ໃນການທີ່ຈະພົບເຫັນ ຜູ້ລອດຊີວິດ
ມາໄດ້ຕື່ມອີກນັ້ນ ແມ່ນພວມຈາງຫາຍໄປ.

ເຈົ້າຄອງນະຄອນນິວຢອກທ່ານ Bill de Blasio ກ່າວວ່າ ຄະ
ນະສືບສວນ ສາມາດຮູ້ກ່ຽວກັບຫລັກຖານທີ່ແນ່ນອນວ່າແມ່ນ
ຫຍັງຄືສາເຫດ ທີ່ພາໃຫ້ແກັສຮົ່ວ ກໍຕໍ່ເມື່ອເວລາໃດ ທີ່ໄຟໄດ້
ມອດລົງແລ້ວຢ່າງຄັກແນ່ແລະການດຳເນີນຄວາມພະຍາຍາມ ໃນການກູ້ໄພສຳເລັດເສັດສິ້ນລົງ.

ທໍ່ແກັສບາງບ່ອນ ໃນນະຄອນນິວຢອກ ແມ່ນມີອາຍຸເກົ່າແກ່
ເລີ້ມແຕ່ຊຸມປີ 1800 ພຸ້ນ.

ພວກຜູ້ຄົນໃນຕຶກອາຄານທີ່ຢູ່ໃກ້ຄຽງໄດ້ໂທລະສັບໄປຫາເຈົ້າ
ໜ້າທີ່ບໍລິສັດພະລັງງານ Consolidated Edition ເພື່ອລາຍງານໃຫ້ຊາບວ່າ ພວກເຂົາ ເຈົ້າໄດ້ກິ່ນແກັສຮົ່ວ ກ່ອນທີ່ຈະເກີດເຫດລະເບີດ.

ພວກພະນັກງານຂອງບໍລິສັດ ໄດ້ໄປຮອດຕຶກອາຄານດັ່ງກ່າວຊ້າໂພດ ເພື່ອທຳການສືບ
ສວນກ່ຽວກັບເລື່ອງແກັສຮົ່ວ.

NYC EXPLOSION VO
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG