ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີ ຜູ້ເສຍຊີວິດ ເພີ້ມຂຶ້ນ ໃນເຫດ ຕຶກລະເບີດ ຢູ່ນິວຢອກ (ສະໄລດ໌/ວີດີິໂອ)


ພວກເຈົ້າໜ້າທີ່ຮັບມືກັບໄພສຸກເສີນ ໄປຮອດບ່ອນທີ່ ຕຶກອາຄານລະເບີດ ໃນຄຸ້ມ Harlem ນະຄອນນິວຢອກ (12 ມີນາ 2014)
ພວກເຈົ້າໜ້າທີ່ຮັບມືກັບໄພສຸກເສີນ ໄປຮອດບ່ອນທີ່ ຕຶກອາຄານລະເບີດ ໃນຄຸ້ມ Harlem ນະຄອນນິວຢອກ (12 ມີນາ 2014)
ຄວາມຫວັງ ກຳລັງຈາງຫາຍໄປ ໃນການທີ່ຈະຄົ້ນພົບ ຜູ້ລອດຊີວິດ
ມາໄດ້ຕື່ມອີກ ຈາກເຫດຕຶກອາຄານລະເບີດຮ້າຍແຮງ ໃນວັນພຸດ
ວານນີ້ທີ່ຄຸ້ມ Harlem ຊຶ່ງເປັນຄຸ້ມທີ່ມີຊື່ສຽງໃນນະຄອນນິວຢອກ.

ມາຮອດເວລານີ້ ມີ 6 ຄົນແລ້ວ ໄດ້ຮັບການຢືນຢັນວ່າ ເສຍຊີວິດ.
ພວກກູ້ໄພ ໄດ້ເຮັດວຽກຈົນກາຍທ່ຽງຄືນ ເພື່ອຊອກຄົ້ນຫາ 9 ຄົນ
ທີ່ຍັງຫາຍສາບສູນ ຢູ່ຕາມຊາກຫັກພັງ ຫລັງຈາກແກັສຮົ່ວ ໄດ້ພາ
ໃຫ້ເກີດເຫດລະເບີດທີ່ເຮັດໃຫ້ຕຶກຫໍພັກສອງຫຼັງພັງລົງມາ. ນອກ
ນັ້ນແລ້ວ ຍັງມີອີກຢ່າງໜ້ອຍ 63 ຄົນໄດ້ ຮັບບາດເຈັບ.

ເຫດລະເບີດໃນຄັ້ງນີ້ ໄດ້ສົ່ງເສດຊາກຫັກພັງ ໃຫ້ຟົ້ງໄປໄກຫຼາຍ
ຮ່ອມທາງໃນຄຸ້ມດັ່ງກ່າວແລະຕົກໄປໃສ່ທາງລົດໄຟຮັບຜູ້ຄົນໄປເຮັດວຽກເຮັດການຢູ່ໃກ້ໆ
ນັ້ນ ຊຶ່ງໄດ້ພາໃຫ້ມີການໂຈະ ການບໍລິການລົດໄຟ ທັງເຂົ້າ ແລະອອກ ຈາກສະຖານີໃຫຍ່ Grand Central ເກືອບໝົດມື້ ໃນມື້ວານນີ້.



ບໍ່ເທົ່າໃດນາທີ ກ່ອນເກີດເຫດລະເບີດນັ້ນ ພວກຜູ້ຄົນໃນຕຶກອາຄານທີ່ຢູ່ໃກ້ຄຽງ ໄດ້ໂທລະ ສັບໄປຫາເຈົ້າໜ້າທີ່ ບໍລິສັດພະລັງງານ Consolidated Edition ເພື່ອລາຍງານໃຫ້ຊາບວ່າ ພວກເຂົາເຈົ້າໄດ້ກິ່ນແກັສຮົ່ວ.

ເຈົ້າຄອງນະຄອນນິວຢອກ ທ່ານ Bill de Blasio ເອີ້ນເຫດຮ້າຍໃນຄັ້ງນີ້ວ່າ ເປັນໂສກນາດ ຕະກຳທີ່ຮ້າຍແຮງສຸດ ຍ້ອນມັນໄດ້ເກີດຂຶ້ນ ໂດຍທີ່ບໍ່ມີເວລາຈະຊ່ອຍຊີວິດຜູ້ຄົນໄວ້ໄດ້.

NEW YORK EXPLOSION CNPK
please wait

No media source currently available

0:00 0:01:11 0:00
XS
SM
MD
LG