ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກໄພແຜ່ນດິນໄຫວ ຢູ່ເນປາລ ເພີ້ມຂຶ້ນ ກາຍ 7,000 ຄົນແລ້ວ


ທະຫານເນປາລ ຈຳນວນນຶ່ງ ພາກັນເກັບສິ່ງຫັກພັງຕ່າງໆ ອອກຈາກວັດ Kaalmochan ຢູ່ໃນນະຄອນຫລວງ Kathmandu ຂອງເນປາລ ເມື່ອວັນເສົາທີ 2 ພຶດສະພາ 2015.
ທະຫານເນປາລ ຈຳນວນນຶ່ງ ພາກັນເກັບສິ່ງຫັກພັງຕ່າງໆ ອອກຈາກວັດ Kaalmochan ຢູ່ໃນນະຄອນຫລວງ Kathmandu ຂອງເນປາລ ເມື່ອວັນເສົາທີ 2 ພຶດສະພາ 2015.

ແປດ​ມື້​ຜ່ານ​ພົ້ນ​ໄປ ຫຼັງຈາກ ​ແຜ່ນ​ດິນ​ໄຫວ ທີ່ມີຄວາມ​ແຮງ
7.8 ຣີກ​ເຕີ້​ໄດ້​ທຳ​ລາຍ ປະ​ເທດ​ເນ​ປາລ ບັນດາ​ເຈົ້າໜ້າ​ທີ່
ກ່າວ​ວ່າ ຄວາມ​ຫວັງ​ທີ່​ຈະ​ພົບ​ຜູ້​ລອດ​ຊີວິດມາໄດ້ຕື່ມອີກນັ້ນ
​ແມ່ນ​ຈາງ​ຫາຍ​ໄປ​ເລື້ອຍໆ.

ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ​
ໂຕ​ເລກ​ຂອງ​ພວກ​ທີ່​ໄດ້​ເສຍ​ຊີວິດ​ໄປ​ ຢູ່​ໃນ​ເນ​ປາລນັ້ນ ​
ໄດ້​ກາຍ 7,000 ຄົນ​ແລ້ວ.

ຫຼາຍໆມື້ຜ່ານ​ມາ ທີ່​ບໍ່​ມີ​ຮ່ອງຮອຍ ຂອງ​ຊີວິດ​ໃດໆ​ເລີຍ ທ່າມກາງ
​ກອງ​ພູ​ຂອງຊາກຫັກ​ພັງ​ ໃນ​ທົ່ວນະຄອນຫຼວງ​ Kathmandu ​
ເຈົ້າໜ້າ​ທີ່ ກະຊວງ​ພາຍ​ໃນ ທ່ານ Laxmi Dhakal ກ່າວ​ວ່າ “​ເວັ້ນ​ເສຍ​ແຕ່ວ່າ ພວກ​ເຂົາ​
ເຈົ້າຕົກ​ຄ້າງ​ຢູ່​ໃນ​ບ່ອນ​ ທີ່ມີ​ອາກາດ​ພຽງພໍແລ້ວ ​ກໍ​ແມ່ນ​ວ່າ ເປັນ​ໄປໄດ້​ສູງ​ຫຼາຍ ທີ່
ພວກ​ເຂົາ​ເຈົ້າຈະບໍ່​ລອດ​ຊີວິດ.”

ຄອບຄົວນຶ່ງ ພາກັນຄົ້ນຫາ ສິ່ງທີ່ມີຄ່າ ໃດໆທີ່ພວກເຂົາເຈົ້າ ຊອກຫາໄດ້ ຢູ່ໃນກອງຊາກຫັກພັງ ເຮືອນຊານຂອງພວກເຂົາເຈົ້າ ທີ່ຖືກທຳລາຍໂດຍແຜ່ນດິນໄຫວ ທີ່ເມືອງ Sankhu ປະເທດເນປາລ, ວັນທີ 29 ເມສາ 2015.
ຄອບຄົວນຶ່ງ ພາກັນຄົ້ນຫາ ສິ່ງທີ່ມີຄ່າ ໃດໆທີ່ພວກເຂົາເຈົ້າ ຊອກຫາໄດ້ ຢູ່ໃນກອງຊາກຫັກພັງ ເຮືອນຊານຂອງພວກເຂົາເຈົ້າ ທີ່ຖືກທຳລາຍໂດຍແຜ່ນດິນໄຫວ ທີ່ເມືອງ Sankhu ປະເທດເນປາລ, ວັນທີ 29 ເມສາ 2015.

ຜູ້​ລອດ​ຊີວິດ​ສອງ​ຄົນ ຄື ເດັກຊາຍ​ ອາຍຸ 15 ປີ ​ແລະ ຜູ້ຍິງໄວ 20 ກວ່າປີ ຖືກ​ຊ່ອຍເຫຼືອ
ອອກ​ມາ​ໄດ້ ຈາກ​ກອງ​ຊາກ​ຫັກ​ພັງ​ ​ໃນ​ວັນ​ພະຫັດ ທີ່​ຜ່ານ​ມາ.

ຫຼາຍພັນ​ຄົນ ຍັງ​ຄົງ​ຫາຍ​ສາບ​ສູນ​ຢູ່ ລວມທັງ​ຊາວ​ຢູ​ໂຣບປະມານ 1,000 ຄົນ.

ບັນດາ​ຜູ້ລອດ​ຊີວິດ ຮຽກຮ້ອງ​ໃຫ້​ລັດຖະບານ ​ແລະ ກຸ່ມ​ຊ່ອຍ​ເຫຼືອຕ່າງໆ ​ເລັ່ງລັດຈັດ​ສົ່ງ
​ອາຫານ ນ້ຳ ​ແລະ ສິ່ງ​ຂອງ​ຊ່ອຍ​ເຫຼື່ອຕ່າງໆ ໄປ​ໃຫ້​ຜູ້ ​ຄົນຈຳນວນຫຼວງຫຼາຍ ທີ່​ອາ​ໃສ່​ຢູ່
ກາງ​ແຈ້ງ ຫຼັງຈາກ​ທີ່​ໄດ້ສູນ​ເສຍ​ເຮືອນຊານ​ ຂອງ​ພວກ​ເຂົາ​ເຈົ້າ.

ທ້າວ Abhishek Bhutoria ອາສາ​ສະໝັກຊ່ອຍ​ເຫຼືອຄົນ​ນຶ່ງ ກ່າວວ່າ “ຄວາມ​ທ້າ​ທາຍ
​ໂດຍ​ພື້ນຖານ​ແລ້ວ ກໍ​ແມ່ນ​ວ່າ ຈະ​ເລືອກ​ໄປ​ຫາ​ຄົນ ບ່ອນ​ທີ່​ບໍ່​ສາມາດ​ໄປຮອດ
ພວກ​ເຮົາ​ຕ້ອງການ​ຂໍ້​ມູນ​ ຕົວຢ່າງຢູ່​ແຫ່ງ​ນີ້ ພວກ​ເຮົາ​ບໍ່​ຢາກ​ເຂົ້າ​ໄປ ​ຍ້ອນເປັນ
ບ່ອນ​ທີ່​ຄົນ​ເຂົ້າໄປ​ຮອດ​ຄົນ​ຢູ່​ແລ້ວ. ພວກ​ເຮົາ​ຢາກ​ເລືອກ​ເຂົ້າ​ໄປແຫ່ງຕ່າງໆ
ບ່ອນ​ທີ່ພວກ​ຄົນ​ອື່ນໆ ຍັງເຂົ້າ​ໄປ​ບໍ່ທັນຮອດ​ເທື່ອ. ອັນ​ນັ້ນມັນຫ​ຍຸ້ງຍາກ​ໜ້ອຍ​ນຶ່ງ
​ເພາະວ່າ ຄົນ​ທັງຫຼາຍ ລິ​ເລີ້ມ​ການ​ຊ່ອຍ​ເຫຼືອ​ ຢູ່​ໃນ​ບໍລິ​ເວນ​ ຂອງ​ພວກ​ເຂົາເຈົ້າເອງ.
ກ່ອນ​ໜ້ານີ້ ມື້ນຶ່ງ ຂ້ອຍອາສາ​ສະໝັກ ຢູ່​ໃນ​ອີກ​ກຸ່ມຊ່ອຍເຫຼືອ​ນຶ່ງອີກ ແລະ ​ພວກ​ເຮົາ​
ອອກ​ໄປ​ບ່ອນ​ນຶ່ງ​ ທີ່​ແຕກ​ຕ່າງ ​ແລະ ພວກ​ເຮົາ​ໄດ້​ຮູ້ຈັກ​ວ່າ ຢູ່ບ່ອນ​ນັ້ນ ​ແມ່ນ​ໄດ້​ຮັບ​
ການ​ຊ່ອຍ​ເຫຼືອ​ແລ້ວ. ສະນັ້ນ ອັນ​ທີ່​ພວກ​ເຮົາ ຈະ​ຕ້ອງ​ເຮັດ​ກໍແມ່ນ​ວ່າ ພວກ​ເຮົາ​
ຕ້ອງ​ເລືອກ​ເອົາ​ສະຖານ​ທີ່​ອື່ນໆ ບ່ອນທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ທຶນ ກໍ​ໃຫ້​ໄດ້​ຮັບ​ທຶນ ຫຼື
ທຶນ​ສຳ​ຫລັບໃຊ້ຊື້​ເຄື່ອງ​ບັນ​ເທົາ​ທຸກ.”

Nepal Earth Quake
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG