ນຶ່ງອາທິດຫລັງຈາກແຜ່ນດິນໄຫວທີ່ຮ້າຍແຮງ 7.8 ຣິກເຕີ້ ຢູ່ເນ
ປານ ບັນດາເຈົ້າໜ້າທີ່ກ່າວວ່າ ຫລາຍພັນຄົນຍັງຫາຍສາບສູນ
ຮວມທັງຊາວຢູໂຣບອີກ ປະມານ 1,000 ຄົນ.
ພວກເຈົ້າໜ້າທີ່ກ່າວໃນວັນເສົາມື້ນີ້ວ່າ ຈຳນວນຜູ້ເສຍຊີວິດໄດ້
ກາຍ 6,600 ຄົນ ແລ້ວ ຊຶ່ງສ່ວນໃຫຍ່ຂອງຜູ້ເສຍຊີວິດ ແມ່ນຢູ່
ໃນ ແລະອ້ອມແອ້ມນະຄອນຫລວງ Kathmandu.
ບັນດາເຈົ້າໜ້າທີ່ກ່າວວ່າ ມີຄວາມຫວັງໜ້ອຍ ທີ່ຈະພົບເຫັນຜູ້
ລອດຊີວິດມາໄດ້ ຕື່ມອີກ ຢູ່ຕາມຊາກຫັກພັງຂະໜາດໃຫຍ່
ຫລວງນັ້ນ.
ບັນດາຜູ້ລອດຊີວິດມາໄດ້ ພາກັນຮຽກຮ້ອງໃຫ້ລັດຖະບານແລະກຸ່ມໃຫ້ການຊ່ວຍເຫລືອ
ຕ່າງໆ ທຳການເຄື່ອນໄຫວຢ່າງຮີບດ່ວນ ເພື່ອນຳເອົາອາຫານ ນຳ້ດື່ມ ແລະການຊ່ວຍເຫລືອອື່ນໆ ໄປໃຫ້ຜູ້ຄົນເປັນຈຳນວນຫຼວງຫລາຍ ທີ່ພາກັນຢູ່ກາງແປນ ຫລັງຈາກໄດ້
ສູນເສຍເຮືອນຊານຂອງເຂົາເຈົ້າແລ້ວ.
ທີ່ນະຄອນຫລວງ Kathmandu ຮ່ອງຮອຍແຫ່ງຄວາມເປັນປົກກະຕິບາງຢ່າງໄດ້ກັບ
ຄືນມາແລ້ວ ຂະນະທີ່ພວກພໍ່ຄ້າແມ່ຄ້າ ເລີ້ມເຮັດທຸລະກິດຂອງພວກເຂົາ ເຈົ້າ ແລະປະຊາຊົນຈຳນວນນຶ່ງກໍພາກັນມ້ຽນມັດຕູບຜ້າຕັ້ງ ແລະຍ້າຍເຂົ້າໄປຢູ່ໃນເຮືອນ. ແຕ່ວ່າ
ຍັງມີກິ່ນເໜົ່າເໝັນຂອງຊາກສົບຜູ້ເສຍຊີວິດ ທີ່ກາຍມາເປັນ ສາເຫດ ເຮັດໃຫ້ປະຊາຊົນ
ບໍ່ທັນຢາກກັບເມືອບ້ານເຮືອນຂອງເຂົາເຈົ້າ.
ຫົວໜ້າອົງການມະນຸດສະທຳ ສະຫະປະຊາຊາດ ທ່ານນາງ Valerie Amos ໄດ້ຢ້ຽມ
ຢາມບັນດາເຂດທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງ ໃນປະເທດເນປານ ໃນວັນສຸກວານ
ນີ້ ອັນເປັນພາກສ່ວນນຶ່ງຂອງການຢ້ຽມຢາມເປັນເວລາສາມວັນ ເພື່ອຊັ່ງຊາການປະຕິ
ບັດງານຊ່ວຍເຫລືອບັນເທົາທຸກ. ທ່ານນາງໄດ້ກ່າວຕໍ່ບັນ ດານັກຂ່າວວ່າ ທຶນສຸກເສີນ
ໃນການປະຕິບັດງານບັນເທົາທຸກໄດ້ຫລັ່ງໄຫລເຂົ້າໄປໃນເນປານ ແລະຮຽກຮ້ອງໃຫ້
ປະຊາຄົມນາໆຊາດ ເພີ້ມການໃຫ້ຄວາມສະ ໜັບສະໜູນ.
ຄະນະກຳມະການຂອງສະພາກາແດງສາກົນ ໄດ້ເຮັດເວັບໄຊທ໌ ສຳຫລັບບັນໝູ່ເພື່ອນ
ແລະຄອບຄົວເພື່ອໃຫ້ລາຍງານກ່ຽວກັບການຫາຍ ສາບສູນຂອງຄົນຮັກຫຼື ຊອກຫາຜູ້ທີ່
ລາຍງານເຂົ້າມາ.