ຈຳນວນຜູ້ເສຍຊີວິດ ຈາກໄພແຜ່ນດິນໄຫວ ໃນເນປານ ຍັງ
ສືບຕໍ່ເພື້ມຂຶ້ນ ກາຍ 6,200 ຄົນແລ້ວໃນວັນສຸກມື້ນີ້. ຄາດກັນ
ວ່າ ໂຕເລກດັ່ງກ່າວ ຍັງຈະເພີ້ມຂຶ້ນຕື່ມ ໃນຂະນະທີ່ ທິມກູ້ໄພ
ຕ່າງໆ ຈາກທົ່ວໂລກ ເກັບກູ້ເອົາຊາກສົບຂອງພວກເຄາະຮ້າຍ
ທີ່ຖືກທັບຖົມໃຕ້ກອງ ຊາກຫັງພັງ ແຜ່ນດິນໄຫວເມື່ອວັນທີ 25
ເມສາຜ່ານມານີ້.
ລັດຖະບານເນປານ ມອບເງິນ ຈຳນວນ 1,000 ດອນລາ ໃຫ້
ແກ່ຄອບຄົວຂອງພວກທີ່ເສຍຊີວິດ ບວກກັບ 400 ດອນລາ
ສຳຫລັບຄ່າໃຊ້ຈ່າຍໃນພິທີສົ່ງສະການ.
ຢູ່ໃນນະຄອນຫລວງ Kathmandu ກິ່ນເນົ່າເໝັນທີ່ມາຈາກຊາກສົບ ຂອງພວກທີ່ເສຍຊີວິດ ໄດປົກຄຸມໄປທົ່ວບໍລິເວນ ເຮັດໃຫ້ກາຍເປັນສາເຫດອັນສຳຄັນ ເຮັດໃຫ້ເກືອບວ່າເປັນໄປບໍ່ໄດ້ເລີຍ ທີ່ປະຊາຊົນໃນ ນະຄອນຫລວງ ຊຶ່ງໄດ້ລັບນອນຢູ່ກາງແຈ້ງ ຕັ້ງແຕ່ວັນເສົາແລ້ວເປັນ ຕົ້ນມາ ຈະກັບຄືນໄປເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າໄດ້.
ອົງການສະຫະປະຊາຊາດ ກ່າວວ່າ ຫຼາຍກວ່າ 8 ລ້ານຄົນ ໄດ້ຮັບຜົນກະທົບ ຈາກໄພແຜ່ນດິນໄຫວ ແລະ ຢ່າງນ້ອຍ 2 ລ້ານຄົນ ບໍ່ມີບ່ອນ ພັກພາອາໄສ.
ຢູ່ໃນນະຄອນຫລວງ ເມື່ອວັນພະຫັດວານນີ້ ພະນັກງານກູ້ໄພ ໄດ້ດຶງເອົາສອງຄົນ ທີ່ລອດ
ຊີວິດມາໄດ້ ອອກມາຈາກຊາກຫັກພັງຂອງອາຄານ ຊຶ່ງເປັນນາທີຂອງຄວາມດີອົກດີໃຈ ທີ່
ຫາຍາກ ໃນຂະບວນການເກັບກູ້ທີ່ເປັນຕາຢ້ານກົວ.
ສຽງຮ້ອງເຊຍໄດ້ດັງຂຶ້ນ ໃນຂະນະທີ່ພວກພະນັກງານກູ້ໄພ ດຶງເອົາ ເດັກຊາຍ ອາຍຸ 15 ປີ
ຊື່ວ່າ Pemba Tamang ອອກມາຈາກ ບ້ານພັກ ທີ່ພັງລົງນັ້ນ. ອີກຫຼາຍຊົ່ວໂມງ ຕໍ່ມາ
ພະນັກງານ ໃນຫ້ອງຄົວ ຂອງໂຮງແຮມຄົນນຶ່ງ ຊຶ່ງເປັນຜູ້ຍິງໄວ 30 ປີ ຊື່ວ່າ Krishna
Devi Khadka ກໍໄດ້ຖືກຊ່ອຍເຫຼືອອອກມາໄດ້ ຢ່າງປອດໄພ.