ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

48 ຄົນເສຍຊີວິດ ຍ້ອນແຜ່ນດິນໄຫວ ທີ່ Guatemala (ສະໄລດ໌)


ພວກຊ່ອຍກູ້ໄພ ໃນເຫດແຜ່ນດິນໄຫວຮ້າຍແຮງ ທີ່ Guatemala, ວັນທີ 7 ພະຈິກ 2012.
ພວກຊ່ອຍກູ້ໄພ ໃນເຫດແຜ່ນດິນໄຫວຮ້າຍແຮງ ທີ່ Guatemala, ວັນທີ 7 ພະຈິກ 2012.
ຈໍານວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຮ້າຍແຮງ ເມື່ອວັນພຸດ
ວານນີ້ ຢູ່ນອກຝັ່ງທະເລ ຂອງປະເທດ Guatemala ໄດ້ເພີ່ມຂຶ້ນ
ເປັນ 48 ຄົນແລ້ວ ແລະກໍຍັງມີອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບ
ຫຼືບໍ່ ກໍຍັງຄົ້ນຫາບໍ່ເຫັນເທື່ອ.

ຜູ້ຄົນລົ້ມຕາຍສ່ວນໃຫຍ່ແມ່ນຢູ່ໃນລັດ San Marcos ທີ່ເປັນເຂດ
ພູຜາໃກ້ໆກັບຊາຍແດນປະເທດ Mexico ບ່ອນທີ່ຜູ້ຄົນຖືກທັບຖົມຢູ່ກ້ອງຊາກຫັກພັງຂອງ
ບ້ານເຮືອນ. ແຜ່ນດິນໄຫວຍັງໄດ້ເຮັດໃຫ້ດິນເຈື່ອນ ລົງຕັນຖະໜົນຫົນທາງ ສ້າງຄວາມຍາກ
ລໍາບາກໃຫ້ແກ່ຄວາມພະຍາຍາມເພື່ອຊ່ອຍກູ້ໄພນັ້ນ.

ກົມສໍາຫຼວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວຄວາມແຮງຂະໜາດ 7.4
ຣິກເຕີ້ ດັ່ງກ່າວ ແມ່ນມີຈຸດສູນກາງຢູ່ຫ່າງຈາກຝັ່ງມະຫາສະມຸດ Pacific ຂອງ Guatemala
ອອກໄປ ປະມານ 45 ກິໂລແມັດ ແລະຫ່າງຈາກນະຄອນຫລວງ Guatemala City ປະມານ
160 ກິໂລແມັດ ໄປທາງຕາເວັນຕົກສຽງໃຕ້. ແຜ່ນດິນໄຫວໄດ້ສັ່ນສະເທືອນໄປ ເຖິງ Mexico
City ທີ່ຢູ່ໄກປະມານ 1000 ກິໂລແມັດ ໄປທາງພາກຕາເວັນຕົກສຽງເໜືອ ແລະໃນບາງເຂດ
ຂອງ El Salvador.

ປະທານາທິບໍດີ Guatemala ທ່ານ Otto perez Molina ໄດ້ເດີນທາງໄປຍັງ San Marcos
ເພື່ອໄປເບິ່ງຄວາມຫາຍະນະໃນຄັ້ງນີ້ ດ້ວຍຕົນເອງ.

ເທື່ອນີ້ແມ່ນເປັນແຜ່ນດິນໄຫວຄັ້ງຮ້າຍແຮງ ທີ່ໄດ້ປະທະ Guatemala ນັບແຕ່ແຜ່ນດິນ
ໄຫວຄັ້ງປີ 1976 ທີ່ໄດ້ເຮັດໃຫ້ມີຄົນຕາຍ ຫລາຍກ່ວາ 2 ໝື່ນຄົນ.
XS
SM
MD
LG