ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີຜູ້ເສຍຊີວິດ ເພີ້ມຂື້ນ ຈາກໄຊ​ໂຄລນ ໃນຟີຈີ ແລະເປັນຫ່ວງ ຕໍ່ການແຜ່ລະບາດ ຂອງໂຣກຕ່າງໆ


ເດັກນ້ອຍຜູ້ຊາຍສອງຄົນ ຢຶນຢູ່ບ່ອນລົດບັສຈອດ ທີ່ຖືກຕົ້ນ ໄມ້ລົ້ມທັບ ທີ່ບ້ານ Talecake ປະເທດ Fiji ວັນທີ 24 ກຸມພາ, 2016.
ເດັກນ້ອຍຜູ້ຊາຍສອງຄົນ ຢຶນຢູ່ບ່ອນລົດບັສຈອດ ທີ່ຖືກຕົ້ນ ໄມ້ລົ້ມທັບ ທີ່ບ້ານ Talecake ປະເທດ Fiji ວັນທີ 24 ກຸມພາ, 2016.

ບັນດາອົງການ​ບັນ​ເທົາ​ທຸກ​ສາກົນ ກຳລັງ​ເລັ່ງລັດ​ຊອກຫາ​ທາງ​
ເຂົ້າ​ໄປ​ຫາປະຊາ​ຄົມ​ທີ່ຢູ່​ໂດດດ່ຽວໃນ​ຟີ​ຈິ ຊຶ່ງ​ເປັນ​ປະ​ເທດເກາະ
ດອນ ທີ່​ຕັ້ງຢູ່​ໃນ​ເຂດ ມະຫາ​ສະມຸດ​ປາຊິ​ຟິກ​ຕອນໃຕ້ ທີ່​ໄດ້​ຮັບ​
ຄວາມ​ເສຍ​ຫາຍ​ຢ່າງ​ໜັກຈາກ​ລົມພາຍຸ​ Cyclone Winston ​
ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 42 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກວດ​ແກ້​ໂຕ​ເລກຜູ້ເສຍ​ຊີວິດໃນ​ວັນ​ພຸດ​ມື້​ນີ້
ຈາກໃນ​ເມື່ອ​ກ່ອນ 29 ຄົນ ​ໃນ​ຂະນະທີ່ພະນັກງານ​ບັນ​ເທົາທຸກ
​ກຳລັງໄປ​ເຖິງເຂດ​ນອກຂອງ​ບັນດາ ​ໝູ່​ເກາະ ທີ່ປະກອບ​ດ້ວຍ​
ທັງ​ໝົດ 300 ​ເກາະດອນ. ​ໄຊ​ໂຄລນ Winston ​ໄດ້​ທຳລາຍ​ບ້າ​ນ
​ເຮືອນ​ຈຳນວນ​ນຶ່ງ ​ປ່ອຍໃຫ້​ຊາວ​ຟີ​ຈີ​ຫລາຍ​ພັນ​ຄົນ​ບໍ່​ມີບ່ອນຢູ່​ອາ
​ໄສ ​ແລະ​ຖືກ​ບັງຄັບ​ໃຫ້​ອາ​ໄສ​ຢູ່​ຕາມ​ສູນ​ຫລົບ​ໄພ​ຕ່າງໆ.

ພາຍຸ ທີ່​ມີ​ຄວາມ​ແຮງຈັດ​ຢູ່​ໃນ​ປະ​ເພດ 5 ​ໄດ້ພັດ​ຂຶ້ນຝັ່ງ ທີ່ Viti Levu ຂອງ​ເກາະ​ໃຫຍ່ຟີ​ຈີ
ໃນ​ວັນ​ເສົາ​ແລ້ວ​ນີ້ ດ້ວຍຄວາມ​ແຮງ ເຖິງ 300 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ເຮັດ​ໃຫ້​ພາຍຸດັ່ງກ່າວ
​ເປັນ​ໄຊ​ໂຄລນ​ທີ່​ຮ້າ​ຍ​ແຮ​ງສຸດ​ເທົ່າທີ່ເຄີຍ​ບັນທຶກໄວ້ຢູ່ໃນຊີກ​ໂລກໃຕ້.

​ໄຊ​ໂຄລນ Winston ຍັງເຮັດ​ໃຫ້​ເກີດ​ນໍ້າ​ຖ້ວມ​ຢູ່​ຕາ​ມໝູ່​ເກາະຕ່າງໆ​ພາ​ໃຫ້​ພະນັກງານ​ບັນ
​ເທົາ​ທຸກ ​ມີ​ຄວາ​ມ​ເປັນຫ່ວງ ​ກ່ຽວກັບການ​ລະບາດ ຂອງ​ພະຍາດຕ່າງໆ ​ເຊັນ​ວ່າ ໄຂ້​ເລືອດ​
ອອກ ​ແລະ​ເຊື້ອ​ໄວ​ຣັສ Zika ທີ່​ແຜ່ຜາຍ​ໂດຍ​ຍຸງ ຊຶ່ງເກີດຢູ່​ຕາມ​ບ່ອນທີ່ມີ​ນໍ້າຫົ້ງ​.ເກາະ​ຟີ​ຈິ
ຍັງ​ຢູ່​ພາຍ​ໃຕ້ພາວະ​ສຸກ​ເສີນ​ຈາກ​ໄພ​ທຳ​ມະ​ຊາດ​ເປັນ​ເວລາ​ 30 ມື້.

Fiji Cyclone
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG