ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢ່າງໜ້ອຍ 38 ຄົນ ເສຍຊີວິດ ໃນການປະທະກັນ ຢູ່ອີຈິບ (ສະໄລດ໌/ວີດີໂອ)


ພວກຕໍ່ຕ້ານ ທ່ານ Mohamed Morsi ປະທານາທິບໍດີ ທີ່ຖືກໂຄ່ນລົ້ມຂອງອີຈິບ ແກວ່ງກ້ອນຫີນໃສ່ພວກສະໜັບສະໜຸນ ໃນລະຫວ່າງການປະທະກັນ ທີ່ຄຸ້ມ Nasr ໃນກຸງໄຄໂຣ (27 ກໍລະກົດ 2013)
ພວກຕໍ່ຕ້ານ ທ່ານ Mohamed Morsi ປະທານາທິບໍດີ ທີ່ຖືກໂຄ່ນລົ້ມຂອງອີຈິບ ແກວ່ງກ້ອນຫີນໃສ່ພວກສະໜັບສະໜຸນ ໃນລະຫວ່າງການປະທະກັນ ທີ່ຄຸ້ມ Nasr ໃນກຸງໄຄໂຣ (27 ກໍລະກົດ 2013)
ເຈົ້າໜ້າທີ່ການແພດ ທີ່ໂຮງໝໍສະໜາມແຫ່ງນຶ່ງໃນກຸງໄຄໂຣ ກ່າວ
ໃນວັນເສົາມື້ນີ້ວ່າ ມີຢ່າງໜ້ອຍ 38 ຄົນເສຍຊີວິດ ໃນການປະທະ
ກັນ ລະຫວ່າງ ກຳລັງຮັກສາຄວາມສະຫງົບ ແລະພວກສະໜັບສະ
ໜຸນທ່ານ Mohamed Morsi ປະທານາທິບໍດີ ທີ່ໄດ້ຖືກໂຄ່ນລົ້ມ.
ລາຍງານຂ່າວອື່ນໆຍັງແຈ້ງໃຫ້ຊາບວ່າ ໂຕເລກຜູ້ເສຍຊີວິດອາດ
ສູງເກືອບສອງເທົ່າ ຂອງຈຳນວນດັ່ງກ່າວນີ້.

ພວກທ່ານໝໍເວົ້າວ່າ ມີພວກຄົນເຈັບມາຮັບການພະຍາບານແບບ
ລົ້ນເຫຼືອ ຢູ່ທີ່ໂຮງໝໍ ຊຶ່ງປະຕິບັດງານໃນບໍລິເວນນັ່ງປະທ້ວງທີ່ຄຸ້ມ
Nasr ຂອງນະຄອນຫຼວງໄຄໂຣ ອັນເປັນທີ່ໝັ້ນແຂງແກ່ນຂອງກຸ່ມ
ພະລາດອນພາບມຸສລິມ ບ່ອນທີ່ພວກປະທ້ວງ ໄດ້ພາກັນຕັ້ງຄ້າຍພັກມາໄດ້ 3 ອາທິດກວ່າໆ ແລ້ວ.

ຜູ້ສື່ຂ່າວວີໂອເອໃນບ່ອນເກີດເຫດ ເວົ້າວ່າ ທີ່ຖະໜົນ Nasr ຊຶ່ງເປັນທາງສາຍສຳຄັນທີ່ເນັ່ງ ໄປ ຫາວັດອິສລາມ Rabia el-Adawiya ແລະບ່ອນທີ່ເກີດການ ປະທະກັນໃນວັນເສົາມື້ນີ້ ໄດ້ມີການສ້າງກຳແພງດິນຈີ່ແບບຊົ່ວຄາວຂຶ້ນຫລາຍໆອັນລະຫວ່າງກຳລັງຮັກສາຄວາມສະ
ຫງົບ ແລະ ພະນັກງານໃຫ້ຄວາມຊ່ອຍເຫຼືອສຸກເສີນ ເຕົ້າໂຮມກັນ ຢູ່ທາງສົ້ນສຸດ ຂອງຄ້າຍ ພວກປະທ້ວງ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນໃຜ ເປັນຜູ້ສ້າງ ກຳແພງດິນຈີ່ ເຫລົ່ານີ້. ຖະໜົນຫົນທາງແມ່ນເຕັມໄປດ້ວຍເສດສິ່ງຂອງ ແລະບໍລິເວນດັ່ງກ່າວຍັງມີຄວັນລະເບີດນໍ້າ ຕາປົກຄຸມຢ່າງໜາແໜ້ນຢູ່.

ວີດີໂອ ການປະທະກັນ ຢູ່ອີຈິບ
please wait

No media source currently available

0:00 0:02:15 0:00


ພວກສະໜັບສະໜຸນທ່ານ Morsi ໄປໂຮມຊຸມນຸມກັນໃນວັນສຸກວານນີ້ ຢູ່ນອກວັດ Rabia el-Adawiya ຂະນະທີ່ກຸ່ມພະລາດອນພາບມຸສລິມ ສົ່ງຮູບການໂຮມຊຸມນຸມປະທ້ວງອື່ນໆ ເພື່ອໃຫ້ສະໜັບສະໜຸນທ່ານ Morsi ໃນທົ່ວປະເທດ ຜ່ານທາງ Tweeter.

ມີລາຍງານວ່າໄດ້ເກີດການປະທະກັນຂຶ້ນລະຫວ່າງພວກສະໜັບສະໜຸນທ່ານ Morsi ແລະ ພວກປະທ້ວງຕໍ່ຕ້ານທ່ານ Morsi ຈຳນວນຫຼາຍພັນຄົນທີ່ໂຮມຊຸມນຸມກັນຢູ່ຈະຕຸລັດ Tahrir ໃນກຸງໄຄໂຣ.

ໃນມື້ວັນສຸກວານນີ້ ຜູ້ບັນຊາການກອງທັບອີຈິບ ນາຍພົນ Fattah el-Sissi ຮຽກ ຮ້ອງໃຫ້ ຊາວອິຈິບທີ່ຊື່ສັດທຸກຄົນ ຈົ່ງພາກັນລົງສູ່ຖະໜົນຫົນທາງເພື່ອມອບສິດອຳນາດໃຫ້ແກ່ທ່ານ ສຳລັບຕໍ່ສູ້ກັບອັນທີ່ທ່ານເອີ້ນວ່າ ຄວາມຮຸນແຮງແລະພວກກໍ່ການຮ້າຍນັ້ນ.



ການເດີນຂະບວນເລີ້ມຂຶ້ນ ໃນຂະນະທີ່ຜູ້ພິພາກສາອີຈິບໄດ້ສັ່ງໃຫ້ສືບຕໍ່ຄຸມຂັງປະທານາທິ
ບໍດີທີ່ຖືກໂຄ່ນລົ້ມທ່ານ Mohamed Morsi ໃນຂໍ້ຫາສົມຮູ້ຮ່ວມຄິດ.

ອົງການຂ່າວ MENA ຂອງທາງການອີຈິບແຈ້ງວ່າທ່ານ Morsi ໄດ້ຖືກຄຸມຂັງເປັນເວລາ 15 ມື້ໃນຂະນະທີ່ເຈົ້າໜ້າທີ່ທຳການສືບສວນກ່ຽວກັບຂໍ້ຫາທີ່ວ່າທ່ານໄດ້ສົມຮູ້ຮ່ວມຄິດກັບກຸ່ມຫົວ ຮຸນແຮງປາແລສຕາຍນ໌ຮາມາສ. ຜູ້ນຳຂອງພັກສາສະໜາອິສລາມໄດ້ຖືກຄຸມຂັງ ໂດຍປາສະ ຈາກການຕັ້ງຂໍ້ຫາ ຢູ່ທີ່ຄຸກລັບຂອງພວກທະຫານມາແຕ່ວັນທີ 3 ກໍລະກົດ ເວລາທ່ານຖືກປົດ ອອກຈາກຕຳແໜ່ງ ໂດຍພວກທະຫານອີຈິບ.


XS
SM
MD
LG