ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Ecuador ກ່າວ​ວ່າ ການ​ບູລະນະສ້າງສາ​ ​ຈາກ​ແຜ່ນດິນ​ໄຫວ ຈະໃຊ້ເງິນ ຫຼາຍ​ພັນ​ລ້ານ​ໂດ​ລາ


ທະຫານອາກາດທຳການອາລັກຂາ ໃນຍ່ານການຄ້າ ໃນເມືອງ Manta ປະເທດ Ecuador ເມື່ອ18 ເມສາ, 2016.
ທະຫານອາກາດທຳການອາລັກຂາ ໃນຍ່ານການຄ້າ ໃນເມືອງ Manta ປະເທດ Ecuador ເມື່ອ18 ເມສາ, 2016.

ປະທານາທິບໍດີ Ecuador ກ່າວ​ວ່າ ການ​ບູລະນະສ້າງສາ​ຄືນ​ໃໝ່​ຈາກ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງໃນ​ວັນເສົາ​ທີ່​ຜ່ານ​ມາ ທີ່​ໄດ້​ສັງຫານ​ຜູ້​ຄົນ ຢ່າງ​ນ້ອຍ 413 ຄົນ​ນັ້ນ ຈະ​ໃຊ້​ງົບປະມານ​ຫຼາຍ​ພັນ​ລ້ານ​ໂດ​ລ່າ.

ທ່ານ Rafael Correa ​ໄດ້​ໄປ​ຢ້ຽມຢາມ ​ເມືອງ​ Portoviejo ທາງ​ພາກ​ຕາ​ເວັນ​ອອກສຽງ ເໜືອຂອງ​ປະ​ເທດ ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ສັງເກດ​ການ​ດ້ວຍ​ຕົວ​ທ່ານເອງ ​ເບິ່ງ​ຄວາມ​ເສຍ ຫາຍ​ທີ່​ໄດ້​ຮັບຈາກ​ແຜ່ນດິນ​ໄຫວ ທີ່​ມີ​ຄວາມ​ແຮງ 7.8 ​ເຣັກ​ເຕີ ນັ້ນ. ເມືອງ Portoviejo ພ້ອມ​ທັງ​ບັນດາຕ່າງໆ​ທີ່ຢູ່​ອ້ອມ​ແ​ອ້ມ ປະກອບ​ມີເມືອງ​ Manta ​ແລະເມືອງ ​Pedernales ນັ້ນ ​ແມ່ນຮວມຢູ່​ໃນ​ບັນດາ​ເມືອງ​ທີ່​ໄດ້​ຮັບ​ຜົນກະທົບ​ຢ່າງ​ຮ້າຍ​ແຮງສຸດ ​ເຖິງ​ແມ່ນ​ວ່າຄວາມ​ເສຍ​ຫາຍ​ອື່ນໆ​ນັ້ນ ​ແມ່ນໄດ້ກະຈັດກະຈາຍ​ໄປ​ທົ່ວ​ປະ​ເທດ ກໍ​ຕາມ.

ລັດຖະບານ ກ່າວ​ວ່າ ຕົນ​ຈະ​ຂໍ​ຢືມ​ເງິນ​ຈຳນວນ 600 ລ້ານ​ໂດ​ລ່າ ຈາກ​ອົງການ​ສິນເຊື່ອ ລະຫວ່າງປະ​ເທດຫຼາຍອົງການ ​ຮວມທັງທະນາຄານ​ໂລກ ​ເພື່ອ​ໃຫ້​ເງິນ​ຊ່ອຍ​ເຫຼືອ​ໃນ​ຄວາມ​ພະຍາຍາມ ເພື່ອ​ໃຫ້ການ​ສະໜັບ​ສະໜຸນ​ຕໍ່​ການ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ນີ້. ​ເສດຖະກິດ​ທີ່​ນ້ອຍໆຂອງປະ​ເທດຊຶ່ງເປັນ​ສະມາຊິກ​ຂອງອົງການ OPEC ​ໃນອາ​ເມຣິກາ​ໃຕ້ດັ່ງກ່າວ​ແມ່ນ​ເກືອບ​ວ່າ ຢູ່​ໃນ​ສະພາບ​ທີ່ຖົດຖອຍຢູ່​ແລ້ວ ເນື່ອງ​ຈາກ​ລາຄານ້ຳມັນ​ໃນ​ຕະຫຼາດ​ໂລກໄດ້​ຕົກ​ຕ່ຳລົງ​ນັ້ນ.

ຊາຍຄົນນຶ່ງ ພ້ອມດ້ວຍພັນລະຍາແລະລູກໃນທ້ອງ ຖືກສັງຫານ ໃນເຫດແຜ່ນດິນໄຫວທີ່ຮ້າຍແຮງສຸດ ທີ່ມີຄວາມແຮງ 7.8 ເຣັກເຕີ ຊຶ່ງໄດ້ຖືກພົບເຫັນໃນເຮືອນຂອງພວກກ່ຽວ,ໃນ La Chorrera, Ecuador, 18 ເມສາ, 2016.
ຊາຍຄົນນຶ່ງ ພ້ອມດ້ວຍພັນລະຍາແລະລູກໃນທ້ອງ ຖືກສັງຫານ ໃນເຫດແຜ່ນດິນໄຫວທີ່ຮ້າຍແຮງສຸດ ທີ່ມີຄວາມແຮງ 7.8 ເຣັກເຕີ ຊຶ່ງໄດ້ຖືກພົບເຫັນໃນເຮືອນຂອງພວກກ່ຽວ,ໃນ La Chorrera, Ecuador, 18 ເມສາ, 2016.

ແຜ່ນດິນ​ໄຫວໃນ​ຄັ້ງ​ນີ້ ​ແມ່ນ​ໄພ​ທຳ​ມະ​ຊາດ​ທີ່​ຮ້າຍ​ແຮງສຸດ​ໃນ Ecuador ​ໃນ​ຮອບ​ຫຼາຍ​ກວ່າ​ເຄິ່ງສັດຕະວັດ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ຄົນ ​ໄດ້​ຮັບ​ບາດ​ເຈັບ​ຫຼາຍ​ກວ່າ 2 ພັນ 500 ຄົນ​ນັ້ນ ​ແລະ​ມີ​ອີກ​ຫຼາຍ​ພັນ​ຄົນ ຂາດ​ທີ່​ພັກ​ພາ​ອາ​ໄສ. ການ​ລົ້ມ​ຫາຍ​ຕາຍ​ຈາກ​ຄັ້ງ​ນີ້ ​ແມ່ນ​ຮວມທັງ ​ທ່ານໝໍ​ຊາວ​ຄິວ​ບາ 3 ທ່ານ ​ແມ່​ຊີ​ສອນ​ສາສະໜາກາ​ໂຕຣິກນຶ່ງ​ຄົນ ຈາກ​ປະ​ເທດ Ireland ​ເໜືອ ​ແມ່​ຊີຊາວ​ກາ​ນາ​ດາ 2 ຄົນ ​ແລະ​ຊາວ​ອາ​ເມຣິກັນ ນຶ່ງ​ຄົນ.

ໜ່ວຍກູ້​ໄພໄດ້ເລີ້ມການ​ປະຕິບັດ ​ໃນ​ຄວາມ​ພະຍາຍາມ​ສຸດ​ຂີດ ທີ່​ຈະ​ຊອກ​ຄົ້ນ​ຫາ ພວກ​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້ທີ່​ຕົກຄ້າງ​ຢູ່​ໃນ​ຊາກ​ຫັກ​ພັງ​ຂອງ​ຕຶກອາຄານ​ທີ່​ຖືກ​ທຳລາຍ​ຍ້ອນ ຄວາມ ​ແຮງ​ຂອງແຜ່ນດິນ​ໄຫວ ດັ່ງກ່າວ​ນີ້. ມີ 3 ຄົນທີ່​ໄດ້​ພົບ​ເຫັນ​ວ່າຍັງ​ມີ​ຊີວິດ ຖືກ​ຊ່ອຍ​ດຶງ ອອກ​ມາ​ຈາກ​ຊາກ​ຫັກ​ພັງ​ໃນ​ສູ​ນກາງ​ການ​ຄ້າ​ແຫ່ງ​ນຶ່ງ ​ໃນ​ເມືອງ Manta ທີ່​ຕົກ​ຄ້າງ​ຢູ່ ໃນທີ່ ນັ້ນ ນານ​ກວ່າ 32 ຊົ່ວ​ໂມງ.


ວີດີໂອກ່ຽວກັບແຜ່ນດິນໄຫວໃນ Ecuador

Ecuador Death Toll Rises
please wait

No media source currently available

0:00 0:00:46 0:00

ເຊີນອ່ານຂ່າວເພີ່ມຕື່ມໃນພາສາອັງກິດ

XS
SM
MD
LG