ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ຢືນຢັນ ປະຊາຊົນ ເສຍຊີວິດ 131 ຄົນ ຈາກເຫດແຜ່ນດິນໄຫວ


ຄົນເຈັບຢູ່ນອກໂຮງໝໍແຫ່ງນຶ່ງ ຫຼັງຈາກເກີດເຫດ ແຜ່ນດິນໄຫວໃກ້ກັບເກາະລົມບັອກ, ໂຮງໝໍລັດຖະບານ ໃກ້ກັບ ເມືອງ ເດັກປາຊາ, ເກາະ ບາຫຼີ, ອິນໂດເນເຊຍ. 5 ສິງຫາ, 2018.
ຄົນເຈັບຢູ່ນອກໂຮງໝໍແຫ່ງນຶ່ງ ຫຼັງຈາກເກີດເຫດ ແຜ່ນດິນໄຫວໃກ້ກັບເກາະລົມບັອກ, ໂຮງໝໍລັດຖະບານ ໃກ້ກັບ ເມືອງ ເດັກປາຊາ, ເກາະ ບາຫຼີ, ອິນໂດເນເຊຍ. 5 ສິງຫາ, 2018.

ຕອນນີ້ໄດ້ມີການຢືນຢັນວ່າ ປະຊາຊົນຢ່າງໜ້ອຍ 131 ຄົນແມ່ນໄດ້ເສຍຊີວິດຈາກເຫດ
ແຜ່ນດິນໄຫວທີ່ຮຸນແຮງ ທີ່ໄດ້ເກີດຂຶ້ນໃນໝູ່ເກາະ ຕາກອາກາດຂອງ ອິນໂອເນເຊຍ
ເມື່ອວັນອາທິດທີ່ຜ່ານມາ.

ໂຄສົກອົງການບັນເທົາໄພພິບັດແຫ່ງຊາດຂອງ ອິນໂດເນເຊຍ ທ່ານ ຊູໂຕໂປ ເປີໂວ
ນູໂກຣໂຮ ໄດ້ປະກາດຈຳນວນຜູ້ເສຍຊີວິດ ແລະ ບາດ ເຈັບໄດ້ຖືກທົບທວນຄືນໃນວັນ
ພຸດມື້ນີ້. ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນໃນ ຂະນະທີ່ບັນດາເຈົ້າໜ້າທີ່ກວດຄົ້ນ ແລະ ກູ້
ໄພ ໄດ້ເຂົ້າໄປໃນເຂດຕ່າງໆທີ່ຫ່າງໄກສອກຫຼີກ ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນ
ໄຫວຄວາມແຮງ 6.9 ນັ້ນ, ເຊິ່ງໄດ້ເກີດຂຶ້ນຢູ່ນອກທະເລທາງທິດເໜືອຂອງເກາະ ລົມ
ບັອກ. ແຜ່ນດິນໄຫວດັ່ງກ່າວຍັງສາມາດຮູ້ສຶກໄດ້ຢູ່ເກາະ ກີລີ ທີ່ຢູ່ໃກ້ຄຽງ ເຊັ່ນດຽວ
ກັບເກາະ ບາຫຼີ, ຊຳບາວາ ແລະ ຫຼາຍພາກສ່ວນຂອງເກາະ ຈາວາ ຕາເວັນອອກ.

ເຮືອນຫຼາຍພັນຫຼັງໄດ້ຮັບຄວາມເສຍຫາຍຈາກໄພພິບັດດັ່ງກ່າວ, ເຮັດໃຫ້ປະຊາຊົນ
ປະມານ 156,000 ຄົນໃນເກາະ ລົມບັອກ ບໍ່ມີບ່ອນຢູ່ອາໄສ ແລະ ຖືກບັງຄັບໃຫ້ໄປ
ຢູ່ບ່ອນລີ້ໄພສຸກເສີນ. ກອງທັບ ອິນໂດເນເຊຍ ໄດ້ສົ່ງເຮືອບິນຂົນສົ່ງສາມລຳທີ່ຂົນ
ເອົານໍ້າ, ອາຫານ, ຕູບຜ້າ ແລະ ອຸປະກອນການແພດ ໄປຍັງຈຸດເກີດເຫດ.

ນັກທ່ອງທ່ຽວຫຼາຍພັນຄົນໄດ້ຖືກຍົກຍ້າຍອອກຈາກເກາະ ລົມບັອກ ແລະ ເກາະ ກີລີ
ທີ່ມີຂະໜາດນ້ອຍ ເຊິ່ງຕັ້ງຢູ່ໃກ້ຄຽງນັ້ນ.

ທ່ານ ນູໂກຣໂຮ ກ່າວວ່າ ຈຳນວນຜູ້ເສຍຊີວິດແມ່ນຄາດວ່າຈະເພີ່ມຂຶ້ນ ໃນຂະນະທີ່
ບັນດາເຈົ້າໜ້າທີ່ກວດຄົ້ນ ແລະ ກູ້ໄພ ໄດ້ເຂົ້າໄປເຖິງບ່ອນທີ່ໄດ້ຮັບຜົນກະທົບ ແລະ
ເລີ່ມຄົ້ນຫາຜູ້ເຄາະຮ້າຍເພີ່ມເຕີມໃນຊາກຫັກພັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG