ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕເລກ ຜູ້ເສຍຊີວິດ ຍ້ອນດິນເຈື່ອນ ເພີ້ມຂື້ນເປັນ 16 ທີ່ ລັດວໍຊິງຕັນ (ສະໄລດ໌/ວີດີໂອ)


Seekor orangutan memandangi es loli yang diberikan penjaga kebun binatang kepada hewan-hewan agar mereka tetap segar sementara suhu meningkat tajam di kebun binatang Roma, Italia.
Seekor orangutan memandangi es loli yang diberikan penjaga kebun binatang kepada hewan-hewan agar mereka tetap segar sementara suhu meningkat tajam di kebun binatang Roma, Italia.
ປັດຈຸບັນ​ນີ້​ມີ 16 ຄົນແລ້ວ ​ໄດ້​ຮັບການຢືນ​ວ່າ ເສຍ​ຊີວິດ
ຍ້ອນດິນ​ເຈື່ອນ ​ໃນ​ອາທິດ​ທີ່ຜ່ານມານີ້ ຢູ່​ທີ່​ລັດວໍ​ຊິງ​ຕັນ
ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ທີ່ຕິດກັບ​ມະຫາ​ສະມຸດປາ
ຊິ​ຟິກຂອງສະຫະ​ລັດ ແລະໄດ້​ທຳລາຍ​ ຫຼາຍ​ສິບ​ຫລັງຄາ​
ເຮືອນຢູ່ໃນ​ເຂດ​ປະຊາ​ຄົມ​ຊົນນະບົດແຫ່ງນຶ່ງ.

​ໂຕ​ເລກ​ຂອງ​ຜູ້​ເສຍ​ຊີວິດ ​ໄດ້​ປັບຂຶ້ນ ຫລັງ​ຈາກ​ເຈົ້າໜ້າທີ່​
ກູ້​ໄພໄດ້​ພົບ​ເຫັນ​ອີກ​ສອງ​ສົບ​ຢູ່​ໃນ​ເມືອງ Oso ທີ່​ຕັ້ງ​ຢູ່​
ທາງ​ພາກ​ເໜືອ​ຂອງ​ນະຄອນ Seattle. ພວກ​ເຈົ້າ​ໜ້າ​ທີ່
​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອວ່າ​ ເຂົາເຈົ້າຮູ້ບ່ອນແລ້ວກ່ຽວກັບ
ອີກແປດສົບ​ຢູ່​ໃນ​ກອງ​ຂີ້ຕົ​ມແລະຕົ້ນໄມ້ທີ່ຖືກຊຸມາ ​ໃນ​
ຂະນະ​ທີ່ 176 ຄົນ ​ຍັງ​ສືບຕໍ່​ຢູໃນ​ບັນຊີ ພວກທີ່​ຫາຍ​ສາບ​ສູນ.


ພວກກູ້​ໄພ ພາກັນໃຊ້​ອຸບ​ປະກອນ​ໜັກ ກ້ອງຖ່າຍຮູບ​ທີ່ທັນ​ສະ​ໄໝ ໝາ​ດົມ​ກິ່ນ ​ແລະ​ມື​ເປົ່າ​ຂອງ​ພວກ​ເຂົາ​ເຈົ້າ​ ຂຸດຊອກ​ຄົ້ນ​ຫາຢູ່​ໃນ​ກອງ​ຂີ້ຕົມແລະຕົ້ນໄມ້ທີ່ຫັກ ​ໃນ​ການ​ຊອກ​ຫາ​ຜູ້​ທີ່​ອາດ​ຈະ​ຍັງ​ມີ​ຊີວິດລອດມາໄດ້ ​ແລະຜູ້ເຄາະ​ຮ້າຍ​.

ໃນມື້ວັນເສົາແລ້ວນີ້ ໄພພິບັດດັ່ງກ່າວໄດ້ເກີດຂຶ້ນ ເວລາເນີນພູແຫ່ງນຶ່ງໄດ້ເຈື່ອນ ລົງມາ ຫລັງຈາກໄດ້ເກີດຝົນຕົກໜັກເປັນເວລາຫຼາຍໆອາທິດ.
US MUDSLIDES VOSOT
please wait
Embed

No media source currently available

0:00 0:01:18 0:00
XS
SM
MD
LG