ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນຜູ້ເສຍຊີວິດ ເຮືອບິນມຽນມາຕົກ ສູງຂຶ້ນເຖິງ 31 ຄົນ


ບັນດາສະມາຊິກຄອບຄົວຜູ້ເຄາະຮ້າຍ ເຮືອບິນທະຫານ ມຽນມາຕົກ ກຳລັງກະກຽມສົ່ງສະການ.
ບັນດາສະມາຊິກຄອບຄົວຜູ້ເຄາະຮ້າຍ ເຮືອບິນທະຫານ ມຽນມາຕົກ ກຳລັງກະກຽມສົ່ງສະການ.

ອີງ​ຕາມ​ຖະ​ແຫລ​ງການ​ຂອງ​ລັດຖະບານ​ໃນ​ວັນສຸກວານ​ນີ້ ພວກຊອກຫາ​ກູ້​ໄພໄດ້ພົບ
ສາມ​ສິບ​ເອັດຊາກສົບ​ ພ້ອມ​ດ້ວຍ​ຊາກ​ເຮືອບິນ ທີ່​ເຊື່ອກັນວ່າ ​ມາ​ຈາກ​ເຮືອບິນ​ທະ
ຫານ​ມຽນມາ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ວັນ​ພຸດ​ທີ່​ຜ່ານມາ ພ້ອມ​ດ້ວຍ 122 ຄົນທີ່​ຢູ່​ໃນ​ເຮືອບິນລໍາດັ່ງກ່າວ.​

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບັນດາ​ຜູ້​ເຄາະ​ຮ້າຍ​ຮວມ​ ທັງ​ແມ່ຍິງ 21 ຄົນ ​ເດັກນ້ອຍ​ແປດ​
ຄົນ ​ແລະ​ຜູ້​ຊາຍ​ສອງ​ຄົນ. ສິ້ນ​ສ່ວນຂອງ​ຫີບ ​ເສື້ອຊູຊີບ ​ແລະ​ຕີນ​ເຮືອບິນ​ໄດ້​ພົບ​ເຫັນ​
ຢູ່​ໃນ​ນໍ້າປະມານ 35 ກິ​ໂລແມັດຫ່າງ​ຈາກ​ເມືອງ Launglon ໄປ​ທາງ​ພາກ​ໃຕ້.

ຄວາມ​ພະຍາຍາມ​ໃນ​ການ​ຊອກ​ຫາ ອາດ​ຈະຖືກ​ກີດຂວາງ​ຈາກ​ດິນ​ຟ້າ​ອາກາດທີ່​ບໍ່​ດີ
​ໃນ​ສອງ​ສາມ​ມື້​ຈະ​ມາ​ເຖິງ​ນີ້. ຄວາມ​ກົດ​ດັນຕໍ່າຂອງລະບົບ​ດິນ​ຟ້າ​ອາກາດຢູ່​ອ່າວ
Bengal ກຳລັງ​ນຳ​ເອົາ​ພາຍຸມາ ​ແລະ​ເຮັດໃຫ້ມືດມົວ​ຢູ່​ໃນ​ຂົງເຂດດັ່ງກ່າວ.

ຍັງບໍ່ມີໃຜຮູ້ສາ​ເຫດ​ທີ່ພາໃຫ້ເຮືອບິນ​ຕົກ​ເທື່ອ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG