ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕ​ເລກ ຜູ້​ເສຍ​ຊີ​ວິດ ເພີ້ມ​ຂຶ້ນ ເປັນ​ເກືອບ 400 ຄົນ​ ຢູ່​ອິນ​ໂດ​ເນ​ເຊຍ


​ທ່ານ​ສຸ​ໂຕ​ໂປ ບູ​ຣະ​ໂວ ນູ​ໂກ​ຣ​ໂຮ ໂຄ​ສົກ​ຂອງ​ອົງ​ການ ຄຸ້ມ​ຄອງ​ໄພ​ພິ​ບັດ​ແຫ່ງ​ຊາດ ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ສຳ​ນັກ​ງານ​ໃຫຍ່ ຂອງ​ອົງ​ການ ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ. (ວັນ​ທີ 29 ກັ​ນ​ຍາ 2018)
​ທ່ານ​ສຸ​ໂຕ​ໂປ ບູ​ຣະ​ໂວ ນູ​ໂກ​ຣ​ໂຮ ໂຄ​ສົກ​ຂອງ​ອົງ​ການ ຄຸ້ມ​ຄອງ​ໄພ​ພິ​ບັດ​ແຫ່ງ​ຊາດ ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ສຳ​ນັກ​ງານ​ໃຫຍ່ ຂອງ​ອົງ​ການ ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ. (ວັນ​ທີ 29 ກັ​ນ​ຍາ 2018)

ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ກ່າວ​ວ່​າ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 384 ຄົນ ​ແລະ 540 ຄົນ​
ບາດ​ເຈັບ ຫຼັງ​ຈາກ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ ທີ່​ມີ​ຄວາມ​ແຮງ 7.5 ແລະ ​ຟອງ​ຍັກ​ສຸ​ນາ​ມິ
ພັດ​ເຂົ້າ​ຖະຫຼົ່ມ 2 ເມືອງ ຄື ​ເມືອງ​ປາ​ລູ ແລະ​ດົງ​ກາ​ລາ ໃນແຂວງ​ສຸ​ວາເລສີທາງ​ພາກ​
ກາງ​ຂອງ​ປະ​ເທດ.

ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ຫຼາຍ​ຮ້ອຍ​ຄົນ​ໄດ້​ພາ​ກັນ​ລົງ​ໄປ​ຫາດໃນ​ເມືອງປາ​ລູ
ເພື່ອ​ສະ​ຫຼອງ​ບຸນ ເວ​ລາ​ແຜ່ນ​ດິນ​ໄຫວ ແລະ​ຟອງ​ຍັກ​ສຸ​ນາ​ມິ ​ເກີດ​ຂຶ້ນ ຊຶ່ງໄດ້​ພັດ​ເອົາ
​ຫຼາຍໆ​ຄົນ​ໄປ ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ເສຍ​ຊີ​ວິດ.

ໂຄ​ສົກ​ ອົງ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດ​ແຫ່ງ​ຊາດ ທ່ານ​ສຸ​ໂຕ​ໂປ ນູ​ໂກ​ຣ​ໂຮກ່າວ​ວ່າ ຟອງ​ຍັກ
​ສຸ​ນາ​ມິ​ໄດ້​ພັດ​ເຂົ້າ​ຖະ​ຫຼົ່ມ ດ້ວຍ​ຄວາມ​ໄວ 800 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມ ຊຶ່ງ​ໄດ້​ທຳ​ລາຍ​ຕຶກ
​ອາ​ຄານ​ ແລະ ​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ. ທ່ານ​ກ່າວ​ວ່າ ມີ​ເຮືອນຊານ ໂຮງ​ໝໍ ຮ້ານ​ຄ້າ​
ຊອບ​ປິ້ງແລະ​ໂຮງ​ແຮມ​ຫຼາຍ​ພັນ​ຫຼັງໄດ້​ພັງ​ທະ​ລາຍ​ລົງແລະ​ດິນ​ເຈື່ອນ​ໄດ້​ຕັດ​ຂາດ​ທາງ
​ຫຼວ​ງ​ໃຫຍ່​ສຸດ ຂອງ​ເມືອງ​ປາ​ລູ.

ລາຍ​ງານ​ຂ່າວ​ແຈ້ງວ່າ ສ່ວນ​ນຶ່ງ​ຂອງ​ຂົວ​ຂ້າມ​ແມ່​ນ້ຳ​ໃນ​ເຂດ​ແຄມ​ຝັ່ງ​ຂອງ​ເກາະ​ສຸ​ວາ​ເລ
​ສີ ໄດ້​ພັງ​ລົງ​ມາ.

ພວກ​ທີ່​ລອດ​ຊີ​ວິດ ຈາກ​ແຜ່ນ​ດິນ​ໄຫວ ນອນ​ຢູ່​ຕຽງ ນອກ​ໂຮງ​ໝໍ ໃນ​ເມືອງ​ປາ​ລູ
ພວກ​ທີ່​ລອດ​ຊີ​ວິດ ຈາກ​ແຜ່ນ​ດິນ​ໄຫວ ນອນ​ຢູ່​ຕຽງ ນອກ​ໂຮງ​ໝໍ ໃນ​ເມືອງ​ປາ​ລູ

ທ່ານນູ​ໂກ​ຣ​ໂຮ ກ່າວ​ວ່າ ມີ​ການ​ສົ່ງ​ຄະ​ນະປະ​ຕິ​ບັດ​ງານ​ຄົ້ນ​ຫາ​ແລະ​ກູ້​ໄພໄປ​ຍັງ​ເຂດ​ດັ່ງ​
ກ່າວ​ແລ້ວ.

ລາຍ​ງານ​ຂ່າວ​ໂທ​ລະ​ພາບ​ອິນ​ໂດ​ເນ​ເຊຍ ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຄົນ​ໄດ້​ຮັບ​ການປິ່ນ​ປົວ​
ພະ​ຍາ​ບານ​ຢູ່​ຕາມ​ສະ​ຖານ​ທີ່​ປິ່ນ​ປົວ​ ທີ່​ສ້າງ​ຂຶ້ນ​ຢູ່​ທາງນອກ​ ແຫ່ງ​ຕ່າງໆ​ໃນຂະ​ນະ​ທີ່​ສົບ​
ຄົນ​ຕາຍ ຊຶ່ງ​ຈຳ​ນວນ​ນຶ່ງ​ບັນ​ຈຸ​ຢູ່​ໃນ​ຖົງ ແມ່ນ​ຢັ່ງ​ຢາຍ​ກັນ​ຢູ່​ຕາມ​ຖະໜົນ​ສາຍ​ຕ່າງໆ.

ເບິ່ງ​ຟອງຍັກສຸ​ນາ​ມິ ສູງ​ເຖິງ 3 ແມັດ ຖະ​ຫຼົ່ມ​ອິນ​ໂດ​ເນ​ເຊຍ

ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຄົນ​ນຶ່ງ​ຂອງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ “ສົບ​ຜູ້​ເສຍ​ຊີ​
ວິດ​ໄດ້​ພົບ​ເຫັນ ​ຢູ່​ໃນ​ຫຼາຍໆ​ແຫ່ງ ຍ້ອນ​ຊາກ​ຂອງ​ຕຶກ​ອາ​ຄານ ​ພັງ​ລົງ​ມາ​ທັບ ຫຼື​ບໍ່ ​ກໍ​ຖືກ
​ຟອງ​ຍັກ​ສຸ​ນາ​ມິ​ພັດ​ເອົາ​ໄປ ພວກ​ເຮົາ​ກຳ​ລັງ​ເກັບ​ກຳ​ຂໍ້​ມູນ​ຢູ່.”

ສາຍ​ໄຟ​ຟ້າ​ແລະ​ໂທ​ລະ​ສັບໄດ້​ຖືກ​ຕັດ​ຂາດ ຈຶ່ງ​ເປັນ​ອຸບ​ປ​ະ​ສັກ​ຕໍ່​ການ​ປະ​ຕິ​ບັດ​ງານ​ກູ້​ໄພ​
ໃນ​ວັນ​ເສົາ​ມື້ນີ້.

ເວ​ລານີ້ ຍັງ​ມີ​ລາຍ​ງານ​ຂ່າວ​ ທີ່​ຂັດ​ແຍ້ງ​ກັນ​ຢູ່ ກ່ຽວ​ກັບ​ ຄວາມ​ເສຍ​ຫາຍ​ ຕໍ່​ສະ​ໜາມບິນ
ແລະ​ມັນ​ຈະ​ສາ​ມາດ​ຮັບ​ເອົາ​ການ​ຊ່ອຍ​ເຫຼືອ​ບັນ​ເທົາ​ທຸກ​ໄດ້​ຫຼື​ບໍ່?

ທະ​ຫານ​ອິນ​ໂດ​ເນ​ເຊຍ ຍ່າງ​ໄປ​ຫາ​ເຮືອ​ບິນ​ຂົນ​ສົ່ງ​ ເພື່ອ​ເດີນ​ທາງ​ໄປ​ເມືອງ​ປາ​ລູ
ທະ​ຫານ​ອິນ​ໂດ​ເນ​ເຊຍ ຍ່າງ​ໄປ​ຫາ​ເຮືອ​ບິນ​ຂົນ​ສົ່ງ​ ເພື່ອ​ເດີນ​ທາງ​ໄປ​ເມືອງ​ປາ​ລູ

​ໂຄ​ສົກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ສ​ເຕັ​ຟ​ຟານ ດູ​ຈາ​ຣິກກ່າວ​ວ່າ ພັນທະ​ມິດ
​ນາໆ​ຊາດ ກຳ​ລັງ​ຕິດ​ຕໍ່​ ກັບ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ແລະ​ພ້ອມ​ແລ້ວ “ທີ່​ຈະ​ສະ​ໜອງ​
ການ​ສະ​ໜັບ​ສະ​ໜັບ​ຕາມ​ທີ່​ຕ້ອງ​ການ.”

ອິນ​ໂດ​ເນ​ເຊຍ ​ເປັ​ນ​ປະ​ເທດ​ນຶ່ງ ​ທີ່​ປະ​ສົບ​ກັບ​ໄພ​ພິ​ບັດ ​ຫຼາຍ​ທີ່​ສຸດ​ໃນ​ໂລກ ທັງ​ນີ້​ກໍ​ຍ້ອນ
ປະ​ເທດ​ດັ່ງ​ກ່າວ​ຕັ້ງ​ຢູ່​ໃນ​ເຂດ​ທີ່​ເອີ້ນ​ວ່າ “ວົງ​ແຫວນ​ໄຟ” ຊຶ່ງ​ເປັນ​ເຂດ​ທີ່​ມັກຈະ​ເກີດ​ພູ​ໄຟ​
ແລະ​ມີ​ຮອຍ​ແຕກ ໃນ​ອ່າງ​ມະ​ຫາ​ສະ​ໝຸ​ດ​ປາ​ຊີ​ຟິກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG