ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ແລະບາດເຈັບ ເພີ້ມສູງຂຶ້ນ ຫຼັງຈາກເກີດແຜ່ນດິນໄຫວຮ້າຍແຮງ ຢູ່ເຮຕີ


ພວກຄົນຊາວເຮຕີ ເຕົ້າໂຮມກັນຢູ່ດ້ານນອກຂອງໂຮງແຮມ Petit Pas Hotel, ທີ່ໄດ້ຖືກທຳລາຍ ໂດຍແຜ່ນດິນໄຫວ ໃນເມືອງ ເລສ ກາເຢສ (Les Cayes), ເຮຕີ, ວັນທີ 14 ສິງຫາ 2021.
ພວກຄົນຊາວເຮຕີ ເຕົ້າໂຮມກັນຢູ່ດ້ານນອກຂອງໂຮງແຮມ Petit Pas Hotel, ທີ່ໄດ້ຖືກທຳລາຍ ໂດຍແຜ່ນດິນໄຫວ ໃນເມືອງ ເລສ ກາເຢສ (Les Cayes), ເຮຕີ, ວັນທີ 14 ສິງຫາ 2021.

ຈຳນວນຜູ້ເສຍຊີວິດໄດ້ເພີ້ມສູງຂຶ້ນຮອດ 1,297 ຄົນແລ້ວໃນອາທິດວານນີ້ ຫຼັງ ຈາກເກີດແຜ່ນດິນໄຫວຮ້າຍແຮງຢູ່ເຮຕີ ໃນມື້ກ່ອນ ອີງຕາມການກ່າວຂອງທາງການ.

ອົງການປົກປ້ອງພົນລະເຮືອນຂອງເຮຕີ ໄດ້ກ່າວວ່າ ຈຳນວນຂອງພວກຄົນຜູ້ທີ່ໄດ້ຮັບບາດເຈັບກໍຍັງສູງຂຶ້ນເຖິງ 5,700 ຄົນ. ໂຮງໝໍທັງຫຼາຍພະຍາຍາມສູ້ຊົນເພື່ອຮັບມືກັບພວກຄົນດັ່ງກ່າວຜູ້ທີ່ໄດ້ຖືກນຳສົ່ງເຂົ້າໄປຮັບການປິ່ນປົວ.

ບັນດາເຈົ້າໜ້າທີ່ສືບຕໍ່ຊອກຫາພວກທີ່ລອດຊີວິດຫຼັງຈາກເກີດແຜ່ນດິນໄຫວ ທີ່ມີຄວາມແຮງ 7.2 ທີ່ໄດ້ຖະຫຼົ່ມເຮຕີ ໃນຕອນເຊົ້າວັນເສົາຜ່ານມານີ້. ຈຸດສູນກາງ ຂອງແຜ່ນດິນໄຫວ ແມ່ນຢູ່ໃກ້ໆເມືອງເປີຕິດ-ທຣູ-ເດີ-ນິບ (Petit-Trou-de-Nippes) ຫ່າງຈາກນະຄອນຫຼວງ ປອກໂອແປຣັງ (Port-au-Prince) ທາງກໍ້າຕາເວັນຕົກປະມານ 125 ກິໂລແມັດ ໃນລະດັບຄວາມເລິກ 10 ກິໂລແມັດ ອີງຕາມອົງການທໍລະນີສາດຂອງສະຫະລັດ.

ບັນດາເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາ ພວກທີ່ລອດຊີວິດ ພາຍຫຼັງໄດ້ເກີດແຜ່ນດິນໄຫວທີ່ມີຄວາມແຮງ 7.2 ຊຶ່ງໄດ້ສ້າງຄວາມເສຍຫາຍແກ່ເຮືອນຊານ ຖະໜົນຫົນທາງ ແລະຂົວຫຼາຍແຫ່ງ ຢູ່ທາງແຫຼມພາກຕາເວັນຕົກສຽງໃຕ້ຂອງປະເທດ ເຮັດໃຫ້ປະຊາຊົນຫຼາຍພັນຄົນ ຕ້ອງອົບພະຍົບຫຼົບໜີຈາກຖິ່ນຖານ.

ນາຍົກລັດຖະມົນຕີຂອງເຮຕີ ທ່ານອາຣີແອລ ອອງຣີ (Ariel Henry) ໄດ້ກ່າວໃນວັນອາທິດວານນີ້ ວ່າ “ພວກເຮົາຕ້ອງເຮັດວຽກຮ່ວມກັນ ເພື່ອຮັບມືຢ່າງວ່ອງໄວແລະມີປະສິດທິພາບ ຕໍ່ສະຖານະການທີ່ຮ້າຍແຮງຢ່າງຍິ່ງອັນນີ້.” ທ່ານໄດ້ຂີ່ເຮືອບິນໄປຍັງເມືອງເລ ກາເຢສ (Les Cayes) ໃນວັນເສົາ ເພື່ອສຳຫຼວດເບິ່ງຄວາມເສຍຫາຍ.

ສົມທົບເຂົ້າໃນຄວາມຍາກລຳບາກທີ່ປະເທດກຳລັງປະເຊີນຢູ່ນັ້ນ ກໍຄືພາຍຸເຂດຮ້ອນທີ່ທາງການໄດ້ປະກາດໃຫ້ລະມັດລະວັງ ສຳລັບເຂດແຄມຝັ່ງທະເລທັງໝົດຂອງເຮຕີ ແລະປະເທດເກາະສາທາລະນະລັດໂດມີນິກັນ. ພາຍຸເຂດຮ້ອນຊື່ວ່າ ເກຣັສ (Grace) ແມ່ນຄາດກັນວ່າຈະນຳເອົາຝົນຕົກລົງມາຢ່າງໜັກໃສ່ປະເທດເກາະດັ່ງກ່າວ ໃນວັນຈັນມື້ນີ້ ໂດຍຈະສົ່ງຜົນເຮັດໃຫ້ເກີດໄພນ້ຳຖ້ວມກະທັນຫັນ ແລະດິນເຈື່ອນໃນຫຼາຍແຫ່ງ.

ພົນລະເມືອງໃນ ເລ ກາເຢສ ຊຶ່ງເປັນເມືອງໃຫຍ່ທີ່ສຸດອັນດັບສາມຂອງປະເທດໂດຍມີປະຊາກອນ 90,000 ຄົນ ພາກັນຄ້າງຄືນຢູ່ຂ້າງນອກກາງແຈ້ງ ໃນຂະນະທີ່ເກີດແຜ່ນດິນໄຫວຂະໜາດນ້ອຍຕາມມາຢູ່ເລື້ອຍໆ ຍັງສືບຕໍ່ສັ່ນສະເທືອນພື້ນທີ່ດັ່ງກ່າວ ຕະຫຼອດວັນອາທິດວານນີ້.

ອົງການສຳຫຼວດທໍລະນີສາດຂອງສະຫະລັດ ໄດ້ກ່າວໃນວັນເສົາຜ່ານມານີ້ວ່າ ແຜ່ນດິນໄຫວ ໄດ້ເພີ້ມຄວາມສ່ຽງຂອງດິນເຈື່ອນຢູ່ໃນພື້ນທີ່ ຊຶ່ງເປັນຄວາມກັງວົນຫຼັກ ໃນຂະນະພາຍຸເຂດຮ້ອນ ເກຣັສ ໄດ້ຖືກລົດລະດັບຄວາມແຮງລົງ ໃນວັນອາທິດວານນີ້ ທີ່ກຳລັງຈະພັດຖະຫລົ່ມເກາະຮິສປານີໂອລາ (Hispaniola).

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG