ຢ່າງໜ້ອຍ 24 ຄົນໄດ້ເສຍຊີວິດ ແລະ 23 ຄົນໄດ້ຮັບບາດເຈັບ ຫຼັງຈາກຕຶກຫຼັງນຶ່ງໄດ້ພັງລົງໃນປະເທດ ກຳປູເຈຍ, ເຮັດໃຫ້ກຳມະກອນຄາຢູ່ໃຕ້ຊາກຫັກພັງ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ໃນວັນອາທິດມື້ນີ້.
ຕຶກຊີມັງ 7 ຊັ້ນໄດ້ພັງລົງໃນວັນສຸກທີ່ຜ່ານມາ ໃນເມືອງ ເຄັບ ທີ່ຕັ້ງຢູ່ແຄມຝັ່ງທະເລ, ປະມານ 160 ກິໂລແມັດ ທາງພາກຕາເວັນຕົກສຽງໃຕ້ຂອງນະຄອນຫຼວງ ພະນົມເປັນ.
ມັນໄດ້ເກີດຂຶ້ນຫຼັງຈາກສະຖານທີ່ກໍ່ສ້າງອີກແຫ່ງນຶ່ງໄດ້ພັງລົງມາ, ເຮັດໃຫ້ 28 ຄົນເສຍຊີວິດໃນແຂວງ ແພຣ ສີຫານຸກ.
ຜູ້ປົກຄອງເມືອງ ເຄັບ ທ່ານ ເຄັນ ສັດທາ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີວ່າ “ປັດຈຸບັນນີ້ 24 ຄົນໄດ້ເສຍຊີວິດສາມສົບແມ່ນຍັງບໍ່ໄດ້ຖືກສົ່ງໄປໂຮງໝໍເທື່ອ, ມັນຍັງບໍ່ໄດ້ຖືກດຶງອອກມາຈາກຊາກຫັກພັງເທື່ອ.”
ທ່ານໄດ້ກ່າວວ່າ ກຳມະກອນທີ່ຕິດຄ້າງຢູ່ແມ່ນຍັງບໍ່ຮູ້ຈຳນວນເທື່ອ, ທ່ານໄດ້ກ່າວຕື່ມວ່າ ບັນດາເຈົ້າໜ້າທີ່ໄດ້ຄວບຄຸມຕົວສາມີພັນລະຍາຄູ່ນຶ່ງ, ເຊິ່ງແມ່ນເຈົ້າຂອງຂອງຕຶກນັ້ນ, ເພື່ອສອບປາກຄຳ.
ນາຍົກລັດຖະມົນຕີ ຮຸນ ເຊັນ ໄດ້ກ່າວໃນວັນເສົາວານນີ້ວ່າ ບັນດານັກກູ້ໄພຍັງມີຄວາມຫຍຸ້ງຍາກທີ່ຈະເຂົ້າຫາຜູ້ຫາຍສາບສູນໃນຊາກຫັກພັງນັ້ນ.
ປະເທດ ກຳປູເຈຍ ແມ່ນກຳລັງມີການຂະຫຍາຍຕົວດ້ານການກໍ່ສ້າງຢ່າງຫຼວງຫຼາຍ ເພື່ອຮອງຮັບນັກທ່ອງທ່ຽວ ຈີນ ແລະ ນັກລົງທຶນທີ່ກຳລັງເພີ່ມຂຶ້ນຢ່າງຫຼວງຫຼາຍ.