ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດໃຫຍ່ສຸດຂອງສຫລ ສັງຫານພວກ​ຫົວ​ ຮຸນ​ແຮງຫລາຍກວ່າ 90ຄົນໃນອັຟກາ​ນິສຖານ​


ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານຄົນນຶ່ງ ຢ່າງຜ່ານເຮືອນທີ່ຖືກທຳລາຍຈາກລະເບີດລູກໃຫຍ່ໃນເມືອງ Asad Khil ຂອງອັຟກາ​ນິສຖານ​
ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານຄົນນຶ່ງ ຢ່າງຜ່ານເຮືອນທີ່ຖືກທຳລາຍຈາກລະເບີດລູກໃຫຍ່ໃນເມືອງ Asad Khil ຂອງອັຟກາ​ນິສຖານ​

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ຈຳນວນ​ພວກ​ຫົວ​ຮຸນ​ແຮງ​ທີ່​ຮູ້​ວ່າ​ເສຍ​ຊີວິດ​
ຈາກ​ການ​ຖິ້ມ​ລະ​ເບີດອັນ​ໃຫຍ່​ຂອງສະຫະລັດ ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານັ້ນໄດ້​ເພີ້​ມ
ຂຶ້ນ​ເກືອບສາມ​ເທົ່າ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າ​ງໜ້ອຍ​ພວກ​ຫົວ​ຮຸນ​ແຮງ 92 ຄົນ​ໄດ້​ເສຍ​ຊີວິດ​ຈາກ​ລະ​
ເບີດ​ແຕກ ​ຊຶ່ງເພີ່ມ​ຂຶ້ນ​ຈາກ 36 ຄົນ​ທີ່​ໄດ້​ລາຍ​ງານ​ໃນ​ວັນ​ສຸກ​ວາ​ນນີ້. ​ເຂດ​ດັ່ງກ່າວ ​
ກຳລັງ​ຖືກ​ມ້ຽນມັດ ສະ​ນັ້ນ​ຈຳນວນ​ຄົນ​ຕາຍ​ອາດ​ເພີ້​ມຂຶ້ນອີກ.

ບໍ່​ມີ​ການບົ່ງ​ບອກ​ໃຫ້​ຮູ້ວ່າ​ມີ​ພົນລະ​ເຮືອນ ຫລື​ທະຫານ​ໄດ້ເສຍ​ຊີວິດຫລືບໍ່.

ສະຫະລັດ​ໃຊ້ລູກ​ລະ​ເບີດ​ໃຫຍ່​ຕ້ານພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່​ໃນ​ອັ​ຟກາ​ນິສ
ຖານ ຊຶ່ງ​ພິສູດ​ໃຫ້​ເຫັນຄວາມ​ແຕກ​ແຍກ​ຢູ່​ໃນ​ຂົງ​ເຂດ ທີ່​ໄດ້ຮັບການ​ສະໜັບສະໜູນ​
ຈາກ​ບັນດາ​ນັກການ​ເມືອງ ​ແລະ​ທະຫານ​ໃນ​ນະຄອນ Kabul​ ​ແຕ່​ໄດ້​ຖືກ​ປະນາມ​ຢ່າງ​
ແຮງ​ຈາກ ອະດີດ​ປະທານາທິບໍດີ Hamid Karzai ​ແລະ​ ເອກ​ອັກຄະ​ລັດຖະທູດ​ອັຟ
ກາ​ນິສຖານ ປະຈໍາ​ປາ​ກິ​ສຖານ.

ຢູ່ໃນ​ tweet ທີ່​ສົ່ງ​ອອກຢ່າງ​ຕໍ່​ເນື່ອງ​ສາມ​ເທື່ອ​ນັ້ນ ທ່ານ Kazai ກ່າວ​ວ່າ “ຂ້າພະ​ເຈົ້າ​
ເວົ້າ​ຢ່າງຮຸນ​ແຮງ ​ແລະ​ໃຊ້​ຄໍາ​ເວົ້າອັນ​ແຂງ​ກ້າ ​ເພື່ອປະນາມ​ຕໍ່​ການ​ຖີ້ມ​ລະ​ເບີດ​ທີ່​ເປັນ​
ອາ​ວຸດຫ​ລ້າ​ສຸດ ​ໃຫຍ່​ສຸດ​ທີ່​ບໍ່ແມ່ນລະ​ເບີດ​ນິວ​ເຄລຍ ​ໃສ່​ອັ​ຟ ກາ​ນິສຖານໂດຍ​ກອງ
ທັບສະຫະລັດ. ນີ້​ບໍ່​ແມ່ນ​ສົງຄາມ​ຕ້ານການ​ກໍ່​ການ​ຮ້າຍ ​ແຕ່​ແມ່ນ​ການ​ບໍ່​ມີ​ມະນຸດສະ
ທຳ ​ແລະ​ທາລຸນ​ທີ່​ສຸດ​ຂອງ​ການ​ໃຊ້​ປະ​ເທດ​ເຮົາໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ ​ໃຫ້ເປັນ​ບ່ອນ​ທົດ​
ລອງອາວຸດ​ໃໝ່ ​ແລະ​ເປັນ​ອັນ​ຕະລາຍ. ມັນແມ່ນໜ້າທີ່​ຂອງ​ພວກ​ເຮົາ ຊາວ​ອັຟກາ​ນິສ
ຖານ ​ທີ່​ຈະ​ຫ້າມ​ສະຫະລັດບໍ່​ໃຫ້​ເຮັດ ​ແນວ​ນັ້ນ​ໄດ້.”

ທ່ານ Hazrat Omar Zakhilwal ​ເອກ​ອັກຄະ​ລັດຖະທູດ​ອັຟກາ​ນິສຖານ ປະ​ຈຳປາ
​ກິ​ສຖານ​ ກໍ​ສົ່ງ tweeted ທີ່​ຂຽນ​ວ່າ “ຂ້າພະ​ເຈົ້າ​ເຫັນ​ວ່າການ​ໃຊ້​ລະ​ເບີດ​ໃຫຍ່​ທີ່​ບໍ່​
ແມ່ນ​ນິວ​ເຄລຍ ອັນ​ທີ່​ຮ້ອງ​ວ່າ 'ແມ່​ໂປ່​ຂອງ​ລູກ​ລະ​ເບີດ​ທັງ​ໝົດ'
ຢູ່​ເທິງ ດິນ​ແດນ​
ຂອງພ​ວກ​ເຮົາ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້ ​ແລະ​ບໍ່ມີລັກສະນະ​ສ້າງສັນເລີຍ. ຖ້າ​ຫາກ​ວ່າ​ລູກ​
ລະເບີດ​ໃຫຍ່​ເປັນສິ່ງ​ທີ່​ແກ້​ໄຂບັນຫາ​ໄດ້ ພວກ​ເຮົາ​ກໍ​ຈະ​ອາ​ໄສ​ຢູ່​ໃນບ່ອນທີ່​ປອດ​ໄພ
​ທີ່ສຸດໃນ​ໂລກ​ແລ້ວ​ມື້​ນີ້."

ກຳລັງ​ທະຫານ​ສະຫະລັດ ​ໄດ້​ຖີ້ມລະ​ເບີດ GBU-43 ທີ່​ເປັນ​ລະ​ເບີດ​ໃຫຍ່ ມີ​ຄວາມ​
ຍາວ​ເກົ້າແມັດ ​ແລະໜັກ 10 ​ໂຕນ​ໃສ່​ເມືອງ Achin ຂອງ​ແຂວງ Nangarhar ​ໃນ​ວັນ
​ພະຫັດ​ຜ່ານ​ມາ. ການ​ໂຈມ​ຕີ​ໄດ້​ໃຫ້​ເຫັດ​ຜົນ​ວ່າ​ເປັນ​ພາກສ່ວນນຶ່ງ​ການ​ປຸກລະດົມ​ໃຫ້​
ທຳລາຍກຸ່ມ​ລັດ​ອິສລາມຢູ່​ຂອງ​ແຂວງ Khorasan ທີ່​ເປັນ​ສາຂາ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ​ຂອງ
ກຸ່ມ IS.

ນາຍ​ພົນ John Nicholson ຜູ້​ບັນຊາ​ການ​ສູງ​ສຸດ​ທະຫານ​ສະຫະລັດ​ຢູ່​ໃນ​ອັຟກາ​ນິສ
ຖານ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ກຳລັງ​ທະຫານ​ຂອງ​ທ່ານ​ໄດ້​ປະສານ​ງານການ​ໂຈມ​ຕີ
​ກັບ​ລັດຖະບານ​ອັຟກາ​ນິສຖານ​ແລ້ວ. ທ່ານ​ເວົ້າວ່າ “ກໍ​ໄດ້​ເຮັດດັ່ງ​ທີ່​ພວກ​ເຮົາ​ເຄີ​ຍ​ໄດ້
​ປະຕິບັດ​ມານັບ​ແຕ່ພວກ​ເຮົາ​ໄດ້​ເລີ້ມ​ປະຕິບັດ​ງານ​ນີ້ໃນ​ຕົ້ນ​ເດືອນມີນາ.” ຖະ​ແຫລ​ງ
ການອີກ​ອັນ​ນຶ່ງ ທີ່​ອອກ​ເຜີຍ​ແຜ່​ກ່ອນໜ້ານັ້ນ​ໂດຍ​ປະທານາທິບໍດີ Ashraf Ghani
​ໄດ້​ເນັ້ນ​ໜັກໃຫ້​ເຫັນ​ເຖິງ​ຄໍາ​ເຫັນ​ອັນດຽວ​ກັນນີ້

US Drops Largest Non-Nuclear Bomb on ISIS Complex in Afghanistan
please wait

No media source currently available

0:00 0:01:58 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG