ຈຳນວນຜູ້ເສຍຊີວິດທັງໝົດ ໃນເຫດເຮືອບິນໂດຍສານຕົກໃນ
ໄຕ້ຫວັນ ແມ່ນເພີ້ມຂຶ້ນເປັນ 31 ຄົນແລ້ວ ໃນວັນພະຫັດ ມື້ນີ້
ໃນຂະນະທີ່ພວກກູ້ໄພຍັງສືບຕໍ່ທຳການຊອກຄົ້ນຫາ 12 ຄົນ
ທີ່ຍັງຫາຍສາບສູນນັ້ນ.
ພາບວີດີໂອທາງອິນເຕີແນັດ ສະແດງໃຫ້ເຫັນວ່າ ເຮືອບິນສອງ
ໝາກປິ່ນ TranAsia ບໍ່ເທົ່າໃດນາທີລຸນຫລັງທີ່ໄດ້ຂຶ້ນຈາກສະ
ໜາມບິນ Songshan ໃນນະຄອນ Taipeiເມື່ອວັນພຸດວານນີ້
ເພື່ອມຸ້ງໜ້າໄປສູ່ໝູ່ເກາະ Kinmen ທີ່ຢູ່ຫ່າງໄກອອກໄປຂອງ
ໄຕ້ຫວັນ. ປີກຂວາຂອງເຮືອບິນ ເປັນມູມຕັ້ງກັບໜ້າດິນ
ເບິ່ງເຫັນວ່າ ມັນໄດ້ຕັດຜ່ານໜ້າຖະນົນໃຫຍ່ທີ່ຍົກສູງຂຶ້ນມາ
ແລະລົດແທັກຊີ ກ່ອນທີ່ຈະຕົກລົງໃສ່ແມ່ນ້ຳ Keelung. ເຈົ້າໜ້າທີ່ກ່າວວ່າມີ 15 ຄົນ ລອດຊີວິດມາໄດ້ ຮວມທັງ ເດັກນ້ອຍຜູ້ນຶ່ງນຳ.
ທ່ານ Lin Tyh-Ming ຫົວໜ້າກົມການບິນພົນລະເຮືອນໄຕ້ຫວັນ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ການຊອກຄົ້ນຫາບັນດາຜູ້ໂດຍສານນັ້ນ ຍັງຈະດຳເນີນສືບຕໍ່ໄປ.
ທ່ານ Lin ກ່າວວ່າ: “ໃນປະຈຸບັນນີ້ຫົວແລະຫາງຂອງເຮືອບິນໄດ້ຍົກຂຶ້ນມາຈາກນ້ຳແລ້ວ ເຄື່ອງ ຈັກທັງສອງກໍໄດ້ພົບເຫັນເຊັ່ນກັນ. ພາກສ່ວນປີກຂອງເຮືອບິນ ຍັງຈົມຢູ່ໃນນ້ຳ. ພວກເຮົາບໍ່ສາມາດດຶງເອົາຊາກຫັກພັງຂອງເຮືອບິນຂຶ້ນມາຈາກນ້ຳໄດ້ເທື່ອ ໃນຂະນະທີ່ກະແສນ້ຳແມ່ນໄຫຼແຮງ ຫຼາຍ ໃນມື້ນີ້.”
ອົງການຂ່າວ Kyodo ຂອງຍີ່ປຸ່ນ ໄດ້ອ້າງເອົາຄຳເວົ້າຂອງເຈົ້າໜ້າທີ່ກົມການບິນພົນລະເຮືອນທີ່ກ່າວ ວ່າ ທ່ານສັນນິຖານວ່າ ເຮືອບິນ ATR-72 ສອງໝາກປິ່ນນັ້ນ ໄດ້ສູນເສຍຄວາມໄວ ໃນຂະນະທີ່ກຳລັງບິນຂຶ້ນຈາກເດີ່ນ.
ເຈົ້າໜ້າທີ່ກ່າວວ່າ ເຄື່ອງບັນທຶກຂໍ້ມູນແລະສຽງຂອງເຮືອບິນໄດ້ພົບເຫັນແລ້ວ ແລະກຳລັງຢູ່ໃນຂັ້ນຕອນການວິເຄາະເຖິງສາເຫດຂອງການຕົກຄັ້ງນີ້ ຊຶ່ງມີຂຶ້ນໃນສະພາວະອາກາດແຈ່ມໃສນັ້ນ.