ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຕ​ເລກ ​ຜູ້​ເສຍ​ຊີ​ວິດ ເພີ່ມ​ຂຶ້ນ ເປັນ 81 ຄົນ ໃນ​ການ​ໂຈມ​ຕີ ຢູ່ ປາ​ກິສຖານ (ສະ​ໄລ​ດ໌/ວີ​ດີ​ໂອ)


ຄວັນໄຟຈາກເຫດລະເບີດ ທີ່ວັດຄຣີສຕຽນ All Saints Church
ທີ່ເມືອງ Peshawar ໃນປາກີສຖານ
ຄວັນໄຟຈາກເຫດລະເບີດ ທີ່ວັດຄຣີສຕຽນ All Saints Church ທີ່ເມືອງ Peshawar ໃນປາກີສຖານ
ເຈົ້າໜ້າ​ທີ່​ໃນ​ປາ​ກີ​ສຖານ​ເວົ້າ​ວ່າ ຈໍານວນຜູ້​ເສຍ​ຊີວິດ​ຈາກ​ເຫດການ​ລະ​ເບີດ​ສອງ​ບັ້ນ​ ຢູ່​ນອກ​ບໍລິ​ເວນ​ວັດ​ຄຣີສຕຽນ ຊຶ່ງ​ເປັນ​ວັດ​ປະ​ຫວັດ​ສາດ ​ແຫ່ງນຶ່ງນັ້ນ ໄດ້​ເພີ່ມ​ຂຶ້ນ​ເປັນ 81 ຄົນ ​ໃນ​ຂະນະ​ທີ່​ຊາວ​ຄຣີສຕຽນ​ພາກັນ​ປະທ້ວງ​ຢູ່ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ.

ມີຜູ້​ເສຍ​ຊີວິດ​ລາຍ​ໃໝ່ອີກ​ສາມ​ຄົນ ທີ່​ຖືກລາຍ​ງານເມື່ອ​ວັນ​ຈັນ​ມື້​ນີ້​ ມື້​ນຶ່ງ ຫຼັງຈາກ​ລະ​ເບີດ​ໄດ້​ແຕກ​ຂຶ້ນ ຢູ່​ທີ່ວັດ​ຄຣີສຕຽນ ຄື​ວັດ All Saints Church ທີ່​ເມືອງ Peshawar ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະເທດ. ບັນດາ​ເຈົ້າໜ້າ​ທີ່​ປະ​ຈໍາ​ໂຮງໝໍເວົ້າ​ວ່າ ​ໃນ​ຈໍານວນ​ຜູ້​ທີ່​ໄດ້ຮັບ​ບາດເຈັບ 120 ຄົນຈາກ​ການ​ໂຈມ​ຕີນັ້ນ ມີຫຼາຍຄົນ​ທີ່​ບາດ​ເຈັບ​ສາຫັດ.

ການ​ໂຈມ​ຕີ​ດັ່ງກ່າວ ​ເປັນ​ເຫດ​ການ​ທີ່​ຮ້າຍ​ແຮງ​ເຖິງ​ແກ່​ຊີວິດ​ທີ່​ສຸດ​ບັ້ນ​ນຶ່ງ ທີ່​ຕໍ່ຕ້ານ​ຊາວ​ຄຣີສຕຽນ​ກຸ່ມ​ນ້ອຍ​ຂອງ​ປາ​ກີ​ສຖານ. ພວກ​ປະ​ທ້ວງ​ພາກັນ ປິດ​ກັ້ນ​ຖະໜົນ​ຫົນທາງ​ເມື່ອ​ວັນ​ຈັນ​ມື້​ນີ້ ​ແລະ​ພາກັນ​ສົ່ງ​ສຽງ​ຢ່າງ​ໃຫຍ່​ຕໍ່ຕ້ານ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ​ດັ່ງກ່າວ ພ້ອມ​ກັບ​ຮຽກຮ້ອງ​ໃຫ້​ອໍານາດການ​ປົກຄອງ​ຈົ່ງ​ໃຫ້ການ​ພິທັກ​ປົກ​ປ້ອງ​ພວກ​ເຂົາ​ເຈົ້າ​ໃຫ້​ດີ​ຂື້ນ.


ພວກ​ໄປ​ຮ່ວມ​ປະກອບ​ພິທີ​ທາງ​ສາສະໜາ​ຈໍານວນຫຼາຍຮ້ອຍ​ຄົນ ກໍາລັງ ພາກັນ​ອອກ​ມາຈາກ​ວັດ​ ​ເພື່ອ​ໄປ​ຮັບອາຫານທີ່​ຕຽມ​ໄວ້ເດີ່ນນອກ​ວັດ ​ເວລາ​ລະ​ເບີດ​ສອງ ລູກ​ແຕກ​ຂຶ້ນ​. ​ໃນ​ຈໍານວນຜູ້​ທີ່​ເສຍ​ຊີວິດນັ້ນ ມີ​ແມ່ຍິງ 34 ຄົນ ​ເດັກນ້ອຍ ​ເຈັດ​ຄົນ ​ແລະ​ຕໍາຫຼວດ ຊາວ​ມຸສລິ​ມສອງ​ຄົນ ທີ່​ຮັກສາ​ການ​ຢູ່​ນອກ​ວັດ​ດັ່ງ ກ່າວ.

ສາຂາ​ນຶ່ງ​ຂອງ​ກຸ່ມ​ຕາ​ລິ​ບານ​ປາ​ກີ​ສຖານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຂອງ​ເຫດການ​ລະ​ເບີດ​ຄັ້ງ​ນີ້ ​ໂດຍ​ກ່າວ​ວ່າ ພວກ​ຕົນ​ຈະ​ສືບ​ຕໍ່​ໂຈ​ມຕີ​ທີ່​ແນ ​ເປົ້າໝາຍ​ໃສ່​ພວກ​ຄົນກຸ່ມ​ໃດ​ທີ່​ບໍ່​ແມ່ນ​ຊາວ​ມຸສລິ​ມ ຈົນກວ່າ​ສະຫະລັດຈະ​ຢຸດ​ການປະຕິ​ການໂຈມ​ຕີ​ໂດຍເຮືອບິນ​ບໍ່​ມີ​ຄົນ​ຂັບ ຫຼື​ Drone ຢູ່​ເຂດ​ສອກ​ຫຼີຂອງພວກ​ຊົນ​ເຜົ່າ ຂອງ​ປາ​ກີ​ສຖານ​ນັ້ນ.

​ເຈົ້າໜ້າ​ທີ່​ສືບ​ລັບ​ປາ​ກີ​ສຖານ​ເວົ້າ​ວ່າ ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຫຼື Drone ບັ້ນ​ລ່າ​ສຸດ​ນັ້ນ​ ​ແມ່ນ​ມີ​ຂຶ້ນ​ເມື່ອ​ວັນ​ອາທິດວານ​ນີ້ ​ເວລາ​ລູກ​ສອນ​ໄຟ ສອງລູກ​ໄດ້​ຕົກ​ໃສ່​ບໍລິ​ເວນ​ບ້ານ ຢູ່​ໃນ​ເຂດ​ຊົນ​ເຜົາ Waziristan ​ເ​ໜືອ ທີ່​ໄດ້​ສັງຫານ​ຫົກ​ຄົນ ​ທີ່​ສົງ​ໄສ​ວ່າ​ເປັນ​ພວກຫົວ​ຮຸນ​ແຮງ​ນັ້ນ.

ເບິ່ງວີດີໂອ:

Pakistan Church Bombing Kills at Least 78
please wait

No media source currently available

0:00 0:01:34 0:00
ລິງໂດຍກົງ
XS
SM
MD
LG