ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ເສຍຊີວິດ ຍ້ອນການໂຈມຕີ ໂດຍພວກຫົວແບ່ງແຍກ ໃນອິນເດຍ ເພີ້ມຂຶ້ນອີກ ເປັນ 72 ຄົນ


ຕຳຫລວດຄົນໜຶ່ງ ກຳລັງຍ່າງຜ່ານ ຜູ້ປະທ້ວງຄົນໜຶ່ງຊຶ່ງເປັນຊົນເຜົ່າ ທີ່ໄດ້ຮັບບາດເຈັບ ຫຼັງຈາກໄດ້ປະທະກັນ ໃນລະຫວ່າງເດີນຂະບວນປະທ້ວງ ຢູ່ທີ່ ເມືອງ Dekiajuli ຂອງລັດ Assam ທາງພາກຕາເວັນອອກ ສຽງເໜືອ ຂອງປະເທດອິນເດຍ,ວັນທີ 24 ທັນວາ 2014.
ຕຳຫລວດຄົນໜຶ່ງ ກຳລັງຍ່າງຜ່ານ ຜູ້ປະທ້ວງຄົນໜຶ່ງຊຶ່ງເປັນຊົນເຜົ່າ ທີ່ໄດ້ຮັບບາດເຈັບ ຫຼັງຈາກໄດ້ປະທະກັນ ໃນລະຫວ່າງເດີນຂະບວນປະທ້ວງ ຢູ່ທີ່ ເມືອງ Dekiajuli ຂອງລັດ Assam ທາງພາກຕາເວັນອອກ ສຽງເໜືອ ຂອງປະເທດອິນເດຍ,ວັນທີ 24 ທັນວາ 2014.

ຕຳຫລວດ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອິນ​ເດຍ ກ່າວ​
ວ່າ ຈຳນວນ​ຄົນ​ຜູ້ເສຍຊີວິດ ຈາກ​ການ​ໂຈມ​ຕີຫຼາຍໆ​ບັ້ນ​ແບບ
​ປະສານ​ງານ​ກັນ ທີ່​ສົງ​ໄສ​ວ່າ​ເປັນ​ການ​ໂຈມ​ຕີ​ ​ໂດຍ​ພວກຊົນ
​ເຜົ່າ​ຫົວ​ແບ່ງ​ແຍກ​ດິນ​ແດນນັ້ນ ​ໄດ້​ເພີ້​ມຂຶ້ນ​ເປັນ 72 ຄົນ​ແລ້ວ.

ຫລາຍໆເຂດໃນ​ລັດ Assam ຍັງຫ້າມບໍ່ໃຫ້ປະຊາຊົນ​ອອກ
​ເຮືອນ ໃນ​ວັນ​ພະຫັດ​ມື້​ນີ້ ຫຼັງຈາກ​ທີ່​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ ຢູ່​
ທີ່​ແຫ່ງ​ນັ້ນ ເມື່ອ​ຕອນເດິກ​ຂອງ​ວັນ​ອັງຄານ​ຜ່ານມາ​ນີ້ ຊຶ່ງນາຍົກ
ລັດຖະມົນຕີອິນ​ເດຍ ​ທ່ານ Narenda Modi ​ເອີ້ນ​ການ​ໂຈມ​ຕີ
​ດັ່ງກ່າວ​ວ່າ ​ເປັນ “ການ​ກະທຳ​ຂອງ​ພວກ​ຂີ້​ຂາດ​ຕາ​ຂາວ.”

ປະທານາທິບໍດີອິນ​ເດຍ ທ່ານ Pranab Mukherjee ​ໄດ້ກ່າວ​ປະນາມ​ການ​ໂຈມ​ຕີນັ້ນ
ຜ່ານ​ທາງ twitter ຂອງ​ທ່ານ​ໃນ​ວັນພຸດ​ວານນີ້ ​ທີ່​ກ່າວ​ວ່າ “ການ​ກະທຳ​ຂອງ​ການ​ກໍ່​
ຄວາມ​ຢ້ານ​ກົວ ​ແລະ ຄວາມ​ຮຸນ​ແຮງເຫຼົ່ານັ້ນ ຕ້ອງໄດ້​ທັບ​ມັນ​ລົງ​ດ້ວຍນ້ຳ​ມື​ທີ່​
ໜັກ​ແໜ້ນ.”

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຖິ້ມ​ໂທດ​ໃສ່ ​ກຸ່ມແນວໂຮມ​ ເພື່ອ​ປະຊາທິປະ​ໄຕ​ແຫ່ງຊາດ ​ຂອງ​
ໂບ​ໂຣແລນ ທີ່​ເອີ້ນ​ຍໍ້​ວ່າ NDFB ຊຶ່ງ​ເປັນ​ກຸ່ມ​ທີ່​ຖືກ​ທາງ​ການ​ປະກາດຫ້າມ​ເຄື່ອນ​ໄຫວ.
ອິນ​ເດຍ ​ໄດ້ລະບຸ​ກຸ່ມ​ດັ່ງກ່າວ​ວ່າ ​ເປັນ​ອົງການ​ກໍ່​ການ​ຮ້າຍ ​ແລະ​ເມື່ອ​ບໍ່​ນານ​ມາ​ນີ້ ​ໄດ້
ເລີ້ມທຳການປາບ​ປາມ​ ​ພວກເຂົາ.

ກຸ່ມ NDFB ​ຢາກ​ສ້າງຕັ້ງລັດເອກະລາດ ​ສຳ​ຫລັບ​ຊົນ​ເຜົ່າ​ພື້ນເມືອງ ຊາວໂບ​ໂຣ ຊຶ່ງພວກ
ເຂົາເຄີຍມີ​ປະຫວັດ ​ຂອງ​ການ​ກໍ່ຄວາມຮຸນ​ແຮງ ຕໍ່ຕ້ານພວກ​ທີ່​ບໍ່​ແມ່ນ​ຊົນ​ເຜົ່າ​ໂບ​ໂຣ ຄືຕົນ
ຢູ່​ໃນ​ເຂດດັ່ງກ່າວ ນັບ​ຕັ້ງ​ແຕ່​ໄດ້ມີການ​ສ້າງຕັ້ງກຸ່ມຂຶ້ນມາ​ ໃນ​ປີ 1998. ການກໍ່​ຄວາມ​ຮຸນແຮງ​ທ້າຍ​ ສຸດແມ່ນມີຂຶ້ນໃນ​ເດືອນ​ພຶດສະພາ​ຜ່ານ​ມາ ທີ່​ໄດ້​ສັງຫານ​ຊາວ​ມຸສລິ​ມ ຫຼາຍສິບ​ຄົນ.

INDIA ATTACK VO
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG