ຕຳຫລວດຢູ່ພາກຕາເວັນອອກສຽງເໜືອຂອງອິນເດຍ ກ່າວວ່າ
ຢ່າງນ້ອຍ 52 ຄົນ ຖືກຂ້າຕາຍໃນຂະນະນີ້ ຫຼັງຈາກໄດ້ມີການ
ໂຈມຕີແບບປະສານງານກັນຫຼາຍບັ້ນ ທີ່ສົງໄສວ່າ ເປັນການ
ກະທຳໂດຍພວກຊົນເຜົາຫົວແບ່ງແຍກດິນແດນ.
ຫລາຍໆເຂດໃນລັດ Assam ຍັງຫ້າມບໍ່ໃຫ້ປະຊາຊົນອອກເຮືອນ
ໃນວັນພຸດມື້ນີ້ ຫຼັງຈາກທີ່ເກີດຄວາມຮຸນແຮງຂຶ້ນ ຢູ່ທີ່ແຫ່ງນັ້ນ
ເມື່ອຕອນເດິກຂອງວັນອັງຄານວານນີ້ ຊຶ່ງນາຍົກລັດຖະມົນຕີ
ອິນເດຍ ທ່ານ Narenda Modi ເອີ້ນການໂຈມຕີດັ່ງກ່າວວ່າ
ເປັນ “ການກະທຳຂອງພວກຂີ້ຂາດຕາຂາວ.”
ປະທານາທິບໍດີອິນເດຍ ທ່ານ Pranab Mukherjee ໄດ້ກ່າວປະນາມການໂຈມຕີນັ້ນ
ຜ່ານທາງ twitter ຂອງທ່ານໃນວັນພຸດມື້ນີ້ ທີ່ກ່າວວ່າ “ການກະທຳຂອງການກໍ່ຄວາມ
ຢ້ານກົວ ແລະ ຄວາມຮຸນແຮງເຫຼົ່ານັ້ນ ຕ້ອງໄດ້ທັບມັນລົງດ້ວຍນ້ຳມືທີ່ໜັກແໜ້ນ.”
ບັນດາເຈົ້າໜ້າທີ່ ໄດ້ຖິ້ມໂທດໃສ່ກຸ່ມແນວໂຮມເພື່ອປະຊາທິປະໄຕແຫ່ງຊາດຂອງໂບໂຣແລນ
ທີ່ເອີ້ນຍໍ້ວ່າ NDFB ຊຶ່ງເປັນກຸ່ມທີ່ຖືກທາງການປະກາດຫ້າມເຄື່ອນໄຫວ. ອິນເດຍ ໄດ້
ລະບຸກຸ່ມດັ່ງກ່າວວ່າ ເປັນອົງການກໍ່ການຮ້າຍ ແລະເມື່ອບໍ່ນານມານີ້ ໄດ້ເລີ້ມທຳການ
ປາບປາມ ພວກເຂົາ.
ກຸ່ມ NDFB ຢາກສ້າງຕັ້ງລັດເອກະລາດ ສຳຫລັບຊົນເຜົ່າພື້ນເມືອງ ຊາວໂບໂຣ ຊຶ່ງພວກ
ເຂົາເຄີຍມີປະຫວັດ ຂອງການກໍ່ຄວາມຮຸນແຮງ ຕໍ່ຕ້ານພວກທີ່ບໍ່ແມ່ນຊົນເຜົ່າໂບໂຣຄືຕົນ
ຢູ່ໃນເຂດດັ່ງກ່າວ ນັບຕັ້ງແຕ່ໄດ້ມີການສ້າງຕັ້ງກຸ່ມຂຶ້ນມາ ໃນປີ 1998. ການກໍ່ຄວາມຮຸນ
ແຮງທ້າຍສຸດແມ່ນມີຂຶ້ນໃນເດືອນພຶດສະພາຜ່ານມາ ທີ່ໄດ້ສັງຫານຊາວມຸສລິມ ຫຼາຍສິບຄົນ.