ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຄົນເສຍຊີວິດ ຍ້ອນດີນເຈື່ອນ ຢູ່ຈີນ ເພີ່ມຂຶ້ນເປັນ 19 ຄົນ


ບັນດາໜ່ວຍກູ້ໄພ ກໍາລັງຊອກຫາຜູ້ເຄາະຮ້າຍ ໃນເຫດດີນເຈື່ອນ ທີ່ໄດ້ຖົມເອົາ ເດັກນ້ອຍໂຮງຮຽນຊັ້ນປະຖົມ ແລະຖຽງນາ ສາມຫລັງ ໃນແຂວງຢຸນນານ ຂອງຈີນ, ເມື່ອວັນພະຫັດ ທີ 4 ຕຸລາ 2012.
ບັນດາໜ່ວຍກູ້ໄພ ກໍາລັງຊອກຫາຜູ້ເຄາະຮ້າຍ ໃນເຫດດີນເຈື່ອນ ທີ່ໄດ້ຖົມເອົາ ເດັກນ້ອຍໂຮງຮຽນຊັ້ນປະຖົມ ແລະຖຽງນາ ສາມຫລັງ ໃນແຂວງຢຸນນານ ຂອງຈີນ, ເມື່ອວັນພະຫັດ ທີ 4 ຕຸລາ 2012.
ອົງການ​ຂ່າວຂອງ​ທາ​ງການ​ຈີນກ່າວ​ວ່າ ​ໄດ້​ມີ​ການ​ກູ້​ເອົາຊາກ​ສົບ
ຜູ້​ເສຍ​ຊີວິດ​ອີກ​ສົບ​ນຶ່ງ​ອອກ​ມາ ຫລັງ​ຈາກ​ໄດ້​ເກີດດີ​ນ​ເຈື່ອນ​ໃນ
ວັນ​ພະຫັດວານ​ນີ້ ທີ່​ພາກ​ຕາ​ເວັນ​ຕົກ​ສຽງໃຕ້ຂອງ​ຈີນ ​ເຮັດ​ໃຫ້​ໂຕ
​ເລກ​ຜູ້ເສຍ​ຊີວິດເພີ້​ມຂຶ້ນ​ເປັນ 19 ຄົນ ຮວມ​ທັງ​ ເດັກນ້ອຍ​
ໂຮງຮຽນ​ປະຖົມ 18 ຄົນ.


ອົງການ​ຂ່າວ​ຊິນຫົວກ່າວ​ວ່າ ຊາກ​ສົບ​ດັ່ງກ່າວໄດ້​ຄົ້ນ​ພົບ​ໃນ​ຕ​ອນບ່າຍຂອງວັນ ສຸກມື້ນີ້. ອົງການ​ຂ່າວຊິນຫົວບໍ່​ໄດ້​ລະບຸ​ວ່າ​ຜູ້​ເຄາະ​ຮ້າຍ​ເປັນ​ໃຜຫຼື​ກ່າວ​ວ່າ ແມ່ນສົບ​ຂອງ​ຜູ້​ທີ່ຢູ່​ໃນ​ບັນຊີ​ພວກຫາຍ​ສາບ​ສູນ​ໃນ​ຕອນ​ຕົ້ນ​ນັ້ນຫລື​ບໍ່.

ບັນດ​າ​ເ​ຈົ້າໜ້າ​ທີ່​ໃນ​ເຂດ​ເມືອງ Yilian ກ່າວ​ວ່າ ​ເດັກ​ນ້ອຍນັກຮຽນ 18 ຄົນ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເສຍ​ຊີວິດ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກມື້ນີ້ ປະມານ 18 ຊົ່ວ​ໂມງ​ ຫລັງ​ຈາກ​ໄດ້​ເກີດ​ດີ​ນ​ເຈື່ອນ​ໄດ້​ຖົມ​ເອົາໂຮ​ງຮຽນ ​ແລະ​ຖຽງນາ​ສາມແຫ່ງ​ ທີ່​ບ້ານ Zhenhe​. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວໃນ​ຕອນຕົ້ນວ່າ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບຄົນ​ນຶ່ງ ແລະໄດ້​ຮັບ​ການ​ປິ່ນປົວ​ທີ່ສະຖານ​ພະຍາບານຊົ່ວຄາ​ວ.

​ລັດຖະບານ​ຈີນ​ກ່າວ​ວ່າ ດິ​ນ​ເຈື່ອນ​ໄດ້​ຕັນ​ລຳຫ້ວຍ ​ແລະ​ພາ​ໃຫ້​ເກີດ​ນໍ້າ​ຖ້ວມຢູ່​ອ້ອມ​ແອ້ມ​ຕຶກ​ອາ​ຄານ​ຕ່າງໆທີ່​ຖືກ​ດິນ​ຖົມ​ເຮັດ​ໃຫ້ການ​ພະ​ຍາ​ຍາມກູ້​ໄພ​ລໍາບາກ ແລະ​ບັງ​ຄັບ​ໃຫ້​ມີ​ການ​ຍົກຍ້າຍປະຊາຊົນ​ອອກ​ໜີປະມານ 800 ຄົນ.

ບັນດາເຈົ້າ​ໜ້າ​ທີ່ກ່າວ​ວ່າ ຊາວບ້ານປະ​ມານ 2000 ຄົນ ​ເຈົ້າ​ໜ້າ​ທີ່ຕໍ​າຫລວດ ​ເຈົ້າໜ້າ​ທີ່ພະຍາບານ ​ແລະ​ທະຫານ ພາກັນ​ຟ້າວ​ເດີນທາງ​ໄປ​ບ່ອນ​ເກີ​ດ​ເຫ​ດ ​ແລະ​ເລີ້ມ​ດຳ​ເນີນ​ການ​ກູ້​ໄພ.
XS
SM
MD
LG