ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ຈາກ​ການ​ລະ​ບາດ ຂອງໂຄ​ໂຣ​ນາ​ໄວ​ຣັ​ສ ​ຢູ່​ຈີນ ໃນ​ເວ​ລານີ້ ​ມີຫຼາຍກວ່າ 100 ຄົນ


​ຜູ້​ໂດຍ​ສານ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ​ປ້ອງ​ກັນ ​ແວ່ນ​ຕາ​ລອຍ​ນ້ຳ ​ຂະ​ນະ​ທີ່​ເດີນ​ທາງ​ໄປ​ຮອດ​ສະ​ຖາ​ນີ​ລ​ົດ​ໄຟ​ຮົງ​ກົງ ໃນ​ວັນ​ອັງ​ຄານ ທີ 28 ມັງ​ກອນ 2020.
​ຜູ້​ໂດຍ​ສານ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ​ປ້ອງ​ກັນ ​ແວ່ນ​ຕາ​ລອຍ​ນ້ຳ ​ຂະ​ນະ​ທີ່​ເດີນ​ທາງ​ໄປ​ຮອດ​ສະ​ຖາ​ນີ​ລ​ົດ​ໄຟ​ຮົງ​ກົງ ໃນ​ວັນ​ອັງ​ຄານ ທີ 28 ມັງ​ກອນ 2020.

ສະ​ຫະ​ລັດ ຍີ່​ປຸ່ນ ແລະ​ປະ​ເທດ​ອື່ນໆ ພວມ​ສົ່ງ​ເຮືອນ​ບິນ ເພື່ອ​ໄປ​ຮັບ​ເອົາພວກ​ພົນ​ລະ​ເມືອງ​ຂອງ​ຕົນ ອອກ​ຈາກ​ເມືອງ​ວູ​ຮານຢູ່​ພາກ​ກາງ​ຂອງ​ຈີນ ບ່ອນ​ທີ່​ເປັນ​ຈຸດ​ສູນ​ກາງໃນການ​ລະ​ບາດຂອງ​ເຊື້ອ​ໄວ​ຮັສໂຄ​ໂຣ​ນາໄປທົ່ວ​ໂລກຊຶ່ງ​ໃນ​ເວ​ລານີ້ ໄດ້​ເອົາ​ຊີ​ວິດ 106 ຄົນ​ແລ້ວ.

ຍີ່​ປຸ່ນ ແມ່ນ​ກຳ​ລັງ​ສົ່ງ​ເຮືອ​ບິນ​ອາຍ​ພົ່ນ​ໂດຍ​ສານ ​ໄປ​ຍັງ​ເມືອງ​ວູ​ຮານ ໃນ​ວັນ​ອັງ​ຄານມື້ນີ້ ເພື່ອ​ຍົກ​ຍ້າຍປະ​ຊາ​ຊົນ​ຊາວ​ຍີ່​ປຸ່ນ ​ປະ​ມານ 200 ຫາ 650 ຄົນ ຢູ່ໃນ​ເມືອງ​ດັ່ງ​ກ່າວ. ສ່ວນ​ສະ​ຫະ​ລັດ​ກຳ​ລັງ​ກຽມ​ຈະ​ສົ່ງ​ພວກ​ພະ​ນັກ​ງານ​ປະ​ຈຳ​ກົງ​ສຸນຂອງ​ຕົນ ອອກໄປຈາກ​ເມືອງ​ວູ​ຮານ​ ພ້ອມ​ກັບ​ພົນ​ລະ​ເມືອງ​ຊາວ​ອາ​ເມ​ຣິ​ກັນ​ຈຳ​ນວນ​ນຶ່ງ ໃນລະ​ຫວ່າງ​ສັບປະ​ດານີ້. ​ຝ​ຣັ່ງ​ແລະ​ປະ​ເທດ​ອື່ນໆ ຍັງ​ໄດ້​ປະ​ກາດ​ແຜນ​ການ​ທີ່​ຈະ​ຍົກ​ຍ້າຍພົນ​ລະ​ເມືອງ​ຂອງ​ຕົນ ອອກ​ຈາກ​ເມືອງ​ວູ​ຮານ​ເຊັ່ນ​ກັນ.

ທາງ​ການ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ ໄດ້​ປະ​ກາດ​ການ​ເສຍ​ຊີ​ວິດ​ຕື່ມ​ອີກ 25 ຄົນ​ໃນ​ວັນ​ອັງ​ຄານມື້ນີ້ ​ຮວມທັງ​ລາຍ​ງານ​ຂອງ​ການ​ຕາຍ​ຄັ້ງ​ທຳ​ອິດໃນ​ນະ​ຄອນຫຼວງ ​ປັກ​ກິ່ງ​ນຳ​ດ້ວຍ. ຈຳ​ນວນ​ກໍ​ລະ​ນີ​ທັງ​ໝົດ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໃນ​ຈີນ ໃນ​ເວ​ລານີ້ ແມ່ນ​ມີ​ຢູ່ ຫຼາຍກວ່າ 4500 ກໍ​ລະ​ນີ​ແລ້ວ. ທາງ​ການ​ຂອງ​ຈີນ ໄດ້​ວາງ​ມາດ​ຕະ​ການກັກ​ພວກ​ຄົນ​ໄ​ວ້​ໃນ​ບໍ​ລິ​ເວນ​ທີ່​ເມືອງ​ວູ​ຮານ ໂດຍ​ຫ້າມບໍ່​ໃຫ້​ພວກ​ຄົນ​ທັງຫຼາຍ ​ເດີນ​ທາງ​ເຂົ້າ​ແລະ​ອອກ​ ຈາກ​ເມືອງ​ດັ່ງ​ກ່າວ ໃນ​ຂະ​ນະ​ດຽວ​ກັນ​ເມືອງ​ອື່ນໆ ​ໃນ​ແຂ​ວງ ຮູ​ເບ ກຳ​ລັງ​ປະ​ເຊີນ​ກັບ​ກາດ​ຈຳ​ກັດ​ ຕໍ່​ການ​ເຄື່ອນຍ້າຍຢ່າງ​ເຄັ່ງ​ຂັດ. ສ່ວນ​ທາງ​ການ​ຂອງ​ເມືອງ​ວູ​ຮານ ກຳ​ລັງ​ເລັ່ງ​ການ​ປຸກ​ໂຮງ​ໝໍສະ​ໜາມ​ສອງ​ແຫ່ງ​ໃຫ້​ສຳ​ເລັດ ເພື່ອ​ຈະ​ໄດ້​ຮັກ​ສາ​ປິ່ນ​ປົວ​ພວກ​ຄົນ​ປ່ວຍ ທີ່​ມີ​ຈຳ​ນວນ​ເພີ້ມ​ຂຶ້ນ​ນັບ​ມື້.

​ນອກນັ້ນ​ຍັງມີ​ລາຍ​ງານອີກວ່າ ມີກໍ​ລະ​ນີຄົນ​ຕິດ​ເຊື້ອ​ໄວ​ຣັ​ສດັ່ງ​ກ່າວຢູ່​ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ, ກາ​ນາ​ດາ, ຝ​ຣັ່ງ, ຮົງ​ກົງ, ຍີ່​ປຸ່ນ, ມາ​ເກົ້າ, ມາ​ເລ​ເຊຍ, ເນ​ປາ​ລ, ປອກ​ຕຸຍ​ການ, ສິງ​ກະ​ໂປ, ເກົາຫຼີ​ໃຕ້, ໄຕ້​ຫວັນ, ໄທ, ສະ​ຫະ​ລັດ ແລະ​ຫວຽດ​ນາມ. ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ກໍ​ລະ​ນີ​ເຫຼົ່າ​ນັ້ນ​ ສ່ວນ​ໃຫຍ່​ແລ້ວແມ່ນພວກ​ຄົນ​ຜູ້​ທີ່ມີ​ປະ​ຫວັດ​ຂອງ​ການ​ເດີນທາງ​ໄປ​ໃນ​ເມືອງວູ​ຮານ ໂດຍມີ​ອີກຈຳ​ພວກ​ນຶ່ງ ​ໄດ້​ສຳ​ພັດ​ກັບ​ບຸກ​ຄົນ​ຜູ້ໃດ​ຜູ້ນຶ່ງ​ ​ທີ່​ໄດ້​ເດີນ​ທາງ​ໄປຫາ​ແຫ່ງ​ດັ່ງ​ກ່າວນັ້ນ.

ຍັງບໍ່ມີ​ລາຍ​ງານ​ຂອງ​ການ​ເສຍ​ຊີ​ວິດ​ໃດໆ ທີ່​ເຊື່ອມ​ໂຍງ​ກັບ​ເຊື້ອ​ໄວ​ຣັ​ສ ຢູ່ນອກ​ປະ​ເທດ​ຈີນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG