ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ​ໃນເຫດ​ການ​ໂຈມ​ຕີ ​ງານ​ແຕ່ງດອງຢູ່ ອັ​ຟ​ກາ​ນິ​ສ​ຖານ ເພີ່ມ​ຂຶ້ນ​ເປັນ 80 ຄົນ


​ແມ່ຍ​ິງ ອັ​ຟ​ກາ​ນິ​ສ​ຖານ ຄົນ​ນຶ່ງ​ຮ້ອງ​ໄຫ້ ໃນ​ຂະ​ນະ​ທີ່​ລາວ​ຈັບ​ປ້າຍທີ່​ສະ​ແດງ​ຮູບ​ພາບ​ຂອງ​ຜູ້​ເຄາະ​ຮ້າຍໃນ​ເຫດ​ການ​ລະ​ເບີດ​ຫໍ​ຈັດ​ງານ​ແຕ່ງດອກ​ເມື່ອບໍ່​ດົນ​ມານີ້. ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 20 ສິ​ງ​ຫາ, 2019.
​ແມ່ຍ​ິງ ອັ​ຟ​ກາ​ນິ​ສ​ຖານ ຄົນ​ນຶ່ງ​ຮ້ອງ​ໄຫ້ ໃນ​ຂະ​ນະ​ທີ່​ລາວ​ຈັບ​ປ້າຍທີ່​ສະ​ແດງ​ຮູບ​ພາບ​ຂອງ​ຜູ້​ເຄາະ​ຮ້າຍໃນ​ເຫດ​ການ​ລະ​ເບີດ​ຫໍ​ຈັດ​ງານ​ແຕ່ງດອກ​ເມື່ອບໍ່​ດົນ​ມານີ້. ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 20 ສິ​ງ​ຫາ, 2019.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດຈາກ​ການ​ໂຈມ​ຕີ​ລະ​ເບີດ​ສະຫຼະ​ຊີບ ​ຢູ່​ງານ​ແຕ່ງດອງ​ໃນ​ນະ​ຄອນ
ຫຼວງ ກາບູລ ຂອງ ອັຟານິສຖານ ໃນສັບປະດາທີ່ຜ່ານມາໄດ້ເພີ່ມຂຶ້ນເປັນ 80 ຄົນ, ອີງ
ຕາມການກ່າວຂອງບັນດາເຈົ້າໜ້າທີ່.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໃນ​ເບື້ອງ​ຕົ້ນ ຈາກ​ເຫດ​ລະ​ເບີດເມື່ອວັນ​ເສົ​າ​ທີ່​ຜ່ານ​ມາ​ແມ່ນ
63 ຄົນ ແຕ່ໄດ້ເພີ່ມຂຶ້ນເປັນ 80 ຄົນຫຼັງຈາກພົນລະເຮືອນອີກ 17 ໄດ້ເສຍຊີວິດ ຈາກ
ບາດແຜຂອງເຂົາເຈົ້າ ໃນສອງສາມວັນທີ່ຜ່ານມາ, ອີງຕາມການກ່າວຂອງໂຄສົກກະ
ຊວງພາຍໃນທ່ານ ນາສຣັດ ຣາຮີມີ ໃນວັນພຸດວານນີ້.

ທ່ານ ຣາ​ຮີ​ມີ ໄດ້​ກ່າວ​ວ່າ “ອີກ 17 ຄົນ​ໄດ້ຍອມ​ແພ້​ ໃຫ້​ກັບ​ບ​າດ​ແຜ​ຂອງ​ເຂົາ​ເຈົ້າ​ໃນ​ໂຮງ
ໝໍ ແລະ ຫຼາຍກວ່າ 160 ຄົນຍັງຄົງໄດ້ຮັບການປິ່ນປົວຢູ່ໂຮງໝໍ ຫຼືບໍ່ກໍຢູ່ບ້ານ.”

ເຫດ​ລະ​ເບີດ​ດັ່ງ​ກ່າວ, ເຊິ່ງ​ແມ່ນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ ໃນ​ນະ​ຄອນຫຼວງ ກາ​ບູ​ລ
ນັບຕັ້ງແຕ່ເດືອນມັງກອນ 2018 ເປັນຕົ້ນມານັ້ນ, ກຸ່ມລັດອິສລາມຂອງ ອີຣັກ ແລະ
ພາກພື້ນ ເລີແວັ້ນ ໄດ້ອ້າງເອົາຄວາມຮັບຜິດຊອບ.

ຜູ້​ລອດ​ຊີ​ວິດຫຼາຍ​ຄົນ​ໄດ້​ກ່າວ​ວ່າ ແຂກຫຼາຍ​ຮ້ອຍ​ຄົນ​ໄດ້ ​ຢູ່​ໃນ​ຫໍ​ງານ​ແຕ່ງດອງ ໃນ​ເວ​
ລາທີ່ລະເບີດໄດ້ແຕກ ຢູ່ໃກ້ກັບເວທີບ່ອນທີ່ນັກດົນຕີເສບຢູ່. ຜູ້ເຫັນເຫດການ ທ່ານ ກຸລ
ໂມຮາມັດ ໄດ້ກ່າວວ່າ “ພວກຊາວໜຸ່ມ, ເດັກນ້ອຍ ແລະ ທຸກຄົນຜູ້ທີ່ຢູ່ບ່ອນນັ້ນແມ່ນໄດ້
ເສຍຊີວິດໝົດ.” ທ່ານ ໂມຮຳມັດ ທູຟານ ເຊິ່ງແມ່ນນຶ່ງໃນຜູ້ທີ່ໄດ້ຮັບບາດເຈັບນັ້ນໄດ້
ກ່າວວ່າ “ແຂກຫລາຍຄົນໄດ້ເປັນວິລະຊົນ.”

ພໍ່​ຂອງ​ເຈົ້າ​ສາວ ໄດ້​ກ່າວ​ຕໍ່​ສະ​ຖາ​ນີ​ໂທ​ລະ​ພາບ TOLO ວ່າ​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​
ລາວ 14 ຄົນກໍໄດ້ເສຍຊີວິດໃນເຫດລະເບີດແຕກໃນງານແຕ່ງດອງຂອງລູກສາວຂອງ
ລາວ ແລະ ສາມຄົນຍັງຫາຍສາບສູນ.

ເຈົ້າ​ບ່າວ, ຜູ້​ທີ່​ຖືກ​ລະ​ບຸ​ຊື່​ວ່າ ເມີ​ເວ​ສ໌ ໄດ້​ກ່າວ​ຕໍ່​ສະ​ຖາ​ນີ​ຂ່າວເອ​ກະ​ຊົ​ນ ​ຂອງ ອັ​ຟ​ກາ
ນິສຖານ ວ່າ “ຂ້າພະເຈົ້າຮູ້ວ່ານີ້ຈະບໍ່ແມ່ນການປະສົບຄວາມທຸກທໍລະມານຄັ້ງສຸດ
ທ້າຍສຳລັບຊາວ ອັຟການິສຖານ. ການທຸກທໍລະມານນີ້ຈະດຳເນີນຕໍ່ໄປ. ນີ້ຈະບໍ່ເປັນ
ເຫດການສຸດທ້າຍທີ່ຈະເກີດຂຶ້ນກັບປະຊາຊົນຜູ້ບໍລິສຸດ.”

ກຸ່ມ​ຕາ​ລິ​ບານ, ເຊິ່ງ​ມີ​ກຳ​ນົດ​ທີ່​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ກັບ ສະ​ຫະ​ລັດ, ໄດ້​ກ່າວ​ປະ​ນາມ​
ການໂຈມຕີນັ້ນວ່າ “ປ່າເຖື່ອນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG