ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ເສຍຊີວິດ ເພີ່ມຂຶ້ນ ຍ້ອນດິນເຈື່ອນ ຢູ່ລັດວໍຊິງຕັນ ທາງ ພາກຕາເວັນຕົກ ຂອງ ສຫລ (ສະໄລດ໌/ວີດີໂອ)


Death Toll Grows In US Landslide
please wait

No media source currently available

0:00 0:01:31 0:00
ບັນດາ​ເຈົ້າ​ໜ້າ​ທີ່​ໃນລັດວໍ​ຊິງ​ຕັນ ທາງ​ພາກຕາ​ເວັນ​ຕົກ​
ຂອງ​ສະຫະລັດ ກ່າວ​ວ່າ ຈຳນວນ​ຜູ້​ຄົນ​ທີ່​ຍັງ​ຄົ້ນ​ຫາ​ບໍ່​ພົບ
ຫຼັງ​ຈາກໄດ້ເກີດດິນ​ເຈື່ອນໃນ​ອາທິດ​ທີ່ຜ່ານມານີ້ ​ໄດ້​ລຸດ
ລົ​ງມາ​ເປັນ 90 ຄົນ​ ​ແຕ່​ພວກທີ່ຫາຍສາບສູນໄປຈຳນວນ
ນຶ່ງ ອາດຈະ​ບໍ່​ສາມາດ​ ພົບເຫັນພວກກ່ຽວອີກ ເລີຍ.

ພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ສຸກ​ເສີນ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ
​ນີ້​ວ່າ ພວກ​ເຂົາ​ເຈົ້າ​ສາມາດພົບເຫັນແລ້ວ ​ຜູ້​ຄົນຈຳນວນ
ນຶ່ງ ​ທີ່​ມີ​ລາຍ​ງານ​ວ່າ​ຫາຍສາບ​ສູນ​ກ່ອນໜ້ານີ້.

​ເຫດດິນ​ເຈື່ອນ​ດັ່ງກ່າວ​ນີ້ ​ໄດ້​ສັງຫານ​ຢ່າງ​ນ້ອຍ 24 ຄົນ ​ແລະ​ເຮັດ​ໃຫ້​ພື້ນ​ທີ່ 2.5
ຕາລາງ ກິ​ໂລ​ແມັດ ປົກ​ຄຸມ​ໄປດ້ວຍຕົມແລະຊາກ​ຫັກ​ພັງ​ ບ່ອນ​ທີ່​ພວກ​ກູ້​ໄພ​ຫຼາຍ
​ຮ້ອຍ​ຄົນ​ໄດ້​ພາກັນ​ຊ່ອຍ​ຄົ້ນ​ຫາ ຮ່ອງຮອຍຂອງພວກທີ່ອາດລອດຊີວິດມາໄດ້.

ສະມາຊິກ​ສະພາຕ່ຳ Suzan DelBene ຜູ້​ແທນ​ຂອງ​ຂົງ​ເຂດດັ່ງກ່າວ​ໄດ້​ລົງໄປຢ້ຽມ
ຢາມ​ເຂດ​ທີ່​ປະສົບ​ໄພ​ໃນ​ວັນ​ພຸດ​ວານ​ນີ້ ​ແລະ​ໄດ້​ກ່າວຊີ້ແຈງເຖິງ​ຄວາມເສຍ​ຫາຍ ໂດຍເວົ້າ​ວ່າ: “ໄພພິບັດໃນຄັ້ງ​ນີ້ ​ແມ່ນ​ຮ້າຍແຮງ​ຫຼາຍ ຂ້າພະ​ເຈົ້າ​ບາງ​ເທື່ອ ກໍ​ຄິດ​ວ່າ ຮູບ​ພາບທັງຫຼາຍ​ຕ່າງໆ​ນັ້ນ​ ແມ່ນ​ບໍ່​ໃຫ້ຄວາມຍຸຕິທຳສະເໝີໄປ. ມີ​ຈຳນວນ
ຫຼາຍໆ​ຄອບ​ຄົວ​ທີ່​ໄດ້​ຮັບຜົນກະ ທົບຈາກ​ເຫດ​ຮ້າຍຄັ້ງ​ນີ້ ມີຫລາຍໆຄົນທີ່ເຂົາ
ເຈົ້າໄດ້ສູນເສຍໄປ ​ມີຫລາຍໆຄົນທີ່​ຍັງ​ຫາຍ​ສາບ​ສູນຢູ່ ມັນ ເປັນເລື່ອງທີ່ເສົ້າ
ໂສກເສຍໃຈອີ່ຫລີ.”


ພວກ​ກູ້​ໄພໄດ້ພາກັນ​ໃຊ້​ອຸບປະກອນ​ຂະໜາດ​ໃຫຍ່ ກ້ອງ​ຖ່າຍຮູບ​ລະບົບ​ພິ​ເສດທັນ​ສະໄໝໝາ​ດົມ​ກິ່ນ ຊອກ​ຄົ້ນ​ຫາ ​ແລະ​ກໍ​ທັງ​ມື​ເປົ່າ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ຂຸດຄຸ້ຍຕາມ​ຊາກ​ຫັກ​ພັງ ເພື່ອຊອກ​ຄົ້ນ​ຫາ ຜູ້​ຄົນ​ທີ່​ອາດ​ມີ​ຊີວິດລອດຊີວິດມາໄດ້ຫຼື​ບໍ່​ກໍ​ຜູ້​ທີ່ໄດ້
ຮັບເຄາະ.

ຫົວໜ້າ ​ໜ່ວຍກູ້​ໄພ ທ່ານ Travis Hots ​ໄດ້​ກ່າວວ່າ ການ​ຄົ້ນ​ຫາ​ດັ່ງ​ກ່າວ​ນີ້ແມ່ນ
ຫຍຸ້ງຍາກ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ຊອກ​ຄົ້ນ​ຫາ​ຕາມ​ກອງຊາກ​ຫັກ​ພັງທີ່ເຕັມໄປດ້ວຍ​ຕົມ​ແລະ​ຕາມ​ຊາກ​ເຮືອນ​ຊານແລະຊາກລົດນຳດ້ວຍ.
US MUDSLIDE CNPK
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG