ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການ​ກູ້​​ເອົາ​ສົບ ມາໄດ້ 56 ສົບ​ແລ້ວ ຈາກເຮືອທີ່ຫຼົ້ມ ຢູ່ເກົາຫລີໃຕ້ (ວີດີໂອ)


Body Count Rises as Korea Ferry Divers Finally Enter Ship
please wait

No media source currently available

0:00 0:02:11 0:00

ພວກ​ນັກ​ດຳ​ນ້ຳ ສາມາດ​ທັບ​ປ່ອງຢ້ຽມ ​ແລ້ວ​ເຂົ້າ​ໄປ​ໃນ​ເຮືອ ເພື່ອ​ໄປ​ເກັບ​ເອົາ​ສົບ​ຈຸທຳ​ອິດ​ທີ່​ຄ້າງ​ຢູ່​ໃນ​ເຮືອ.

ບັນດາ​ນັກ​ດຳ​ນ້ຳ​ເກົາຫຼີ​ໃຕ້​ ໄດ້​ເຂົ້າ​ໄປ​ໃນ​ເຮືອ​ຂ້າມ​ຟາກ Sewol
ທີ່​ຈົມ​ນ້ຳ​ຢູ່​ນັ້ນ ​ເພື່ອ​ເກັບ​ກູ້ເອົາ​ສົບຂ​ອງ​ພວກ​ທີ່ເສຍ​ຊີວິດ​ຕື່ມ​ອີກ
ຊຶ່ງ​ມາ​ຮອດ​ວັນ​ອາທິດ​ມື້​ນີ້ ​ໂຕ​ເລກ​ໄດ້​ເພີ່ມ​ຂຶ້ນ​ເປັນ 56 ຄົນ​ແລ້ວ
ແລະ​ຍັງ​ມີ 246 ຄົນ​ຕື່ມ​ອີກ ​ທີ່​ຍັງ​ຊອກ​ຫາ​ບໍ່​ເຫັນ. ພວກ​ທີ່​ໄດ້​ຮັບ
​ເຄາະ​ຮ້າຍ​ສ່ວນ​ຫຼາຍ​ເປັນ​ພວກ​ນັກຮຽນ​ມັດທະຍົມ.

ພວກ​ນັກ​ດຳ​ນ້ຳ​ຫຼາຍ​ຮ້ອຍ​ຄົນ ຮວມທັງ​ອາສາ​ສະມັກ​ພົນລະ​ເຮືອນ ​
ໄດ້​ຕໍ່ສູ້​ກັບ​ກະ​ແສ​ນ້ຳ​ແຮງ​ໃນ​ທ້ອງ​ທະ​ເລ ​ແລະ​ສະພາບ​ທີ່​ມື​ດມົວ​ບໍ່
​ເຫັນ​ດີ ​ເພື່ອຈະ​ເຂົ້າ​ໄປ​ໃນ​ເຮືອຂ້າມ​ຟາກ​ ທີ່​ຈົມ​ລົງນ້ຳເມື່ອ​ວັນ​ພຸດ
​ຜ່ານ​ມານີ້ ພ້ອມ​ກັບຜູ້​ໂດຍສານ​ແລະລູກ​ເຮືອ​ທັງ​ໝົດ 476 ຄົນ​ ຢູ່​
ນອກ​ຝັ່ງ​ຂອງເກາະ Jindo ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເກົາ
ຫຼີ​ໃຕ້. ໜ່ວຍ​ຍາມ​ຝັ່ງກ່າວ​ວ່າ ພວກ​ນັກ​ດຳ​ນ້ຳ ສາມາດ​ທັບ​ປ່ອງຢ້ຽມ​ແລ້ວ​ເຂົ້າ​ໄປ​ໃນເຮືອໄດ້ ​
ໃນ​ແລງ​ວັນ​ເສົາ​ວານ​ນີ້ ​ເພື່ອ​ໄປ​ເກັບ​ເອົາ​ສົບ​ຈຸທຳ​ອິດ​ທີ່​ຄ້າງ​ຢູ່​ໃນ​ເຮືອ ​ໃນ​ອັນທີ່​ຄາດ​ວ່າ
​ຈະ​ເປັນ​ປະຕິບັດ​ງານເກັບ​ກູ້​ທີ່ຍາວ​ນານນັ້ນ.

​ເປັນ​ທີ່​ຮູ້​ກັນ​ວ່າ ​ໃນ​ເວລາ​ນີ້​ ມີ​ພຽງ 174 ຄົນ​ເທົ່າ​ນັ້ນ ​ທີ່​ລອດ​ຊີວິດ​ມາ​ໄດ້ ໂດຍ​ທີ່​ບໍ່​ໄດ້ມີ​
ການ​ຊ່ວຍ​ກູ້​ຊີວິດ​ຄົນ​ໃດ​ມາ​ໄດ້ຕື່ມ​ອີກ​ ນັບ​ແຕ່​ວັນ​ພຸດ​ ​ມື້​ເກີດ​ເຫດ ເປັນ​ຕົ້ນ​ມາ.

ບັນດາ​ໄອ​ຍະ​ການ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ຜູ້​ຊ່ວຍ​ກັບຕັນ​ຄົນທີ 3 ໄວ 26 ປີ​ ທີ່​ຖືກ​ປ່ອຍໃຫ້
ກຳ​ພວງມາ​ໄລ​ເຮືອ ​ໃນ​ເວລາ​ທີ່​ເກີດ​ເຫດ​ນັ້ນ ​ແມ່ນ​ໄດ້​ຂັບ​ເຮືອ​ຜ່ານ​ບໍລິ​ເວນ​ທີ່​ກັນດານ​
ແຫ່ງ​ນັ້ນ ເປັນ​ເທື່ອ​ທຳ​ອິດ​ ເວລາ​ເຮືອ​ເລີ້ມ​ງ່ຽງ​ລົງ​ຂ້າງ​ນຶ່ງ ແລ້ວ​ຈົມ​ລົງ​ນ້ຳ.

ບັນດາ​ເຈົ້າ​ໜ້າ​ທີ່ຍັງ​ໄດ້​ກ່າວ​ຢືນຢັນອີກ​ວ່າ ກັບຕັນ​ເຮືອຢູ່​ໃນ​ຫ້ອງພັກ​ຂອງ​ຕົນ ​ເວລາເຮືອ​
ເລີ້ມ​ຈົມ​ລົງ​ນ້ຳ ປະ​ໃຫ້​ຜູ້​ຊ່ວຍ​ຄົນທີ​ສາມ ທີ່​ບໍ່​ມີຄວາມຊຳນານ​ນັ້ນ ຄວບຄຸມ​ເຮືອຄົນ​ດຽວ.
ກັບຕັນ ພ້ອມກັບ​ຜູ້​ຊ່ວຍຄົນທີ 3 ​ແລະ​ລູກ​ເຮືອ​ອີກ​ຄົນ​ນຶ່ງ ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ເສົາ​ວານ​ນີ້ ​
ໃນ​ຂໍ້​ຫາ​ປະລະ​ຜູ້​ໂດຍສານ​ ໃນ​ຂະນະ​ທີ່​ເຮືອ​ກຳລັງ​ຫລົ້ມ ຈົມ​ລົງ​ນ້ຳ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ ຍັງ​ບໍ່​ທັນ​ໄດ້ລົງ​ຄວາມ​ເຫັນ​ກ່ຽວ​ກັບ ສາ​ເຫດ​ຂອງ​ໄພພິບັດ​ຄັ້ງນີ້​ເທື່ອ ​
ແຕ່​ພວກ​ລອດ​ຊີວິດ​ມາ​ໄດ້ ​ບາງ​ຄົນ​ລາຍ​ງານ​ວ່າ ​ໄດ້​ຍິນສຽງ​ດັງ​ແຮງ​ຂຶ້ນ​ບາດ​ນຶ່ງ ກ່ອນ​
ເຮືອ​ເລີ້ມ​ງ່ຽງ​ລົງ​ຂ້າງ​ນຶ່ງ ​ແລະ​ເລີ້ມ​ຈົມ​ລົງ​ນ້ຳ​ນັ້ນ.

ສຳ​ນັກ​ງານຂ່າວ Yonhap ລາຍ​ງານ ໃນ​ວັນ​ສຸກ​ຜ່ານ​ມາ​ວ່າ ​ຜູ້ຊ່ວຍ​ກັບຕັນ​ຄົນທີ 3 ​ທີ່​ບໍ່​ມີ​ປະສົບ​ການ​ ອາດໄດ້​ອວ່າຍ​ຫົວ​ເຮືອ​ໄວ​ໂພດ​ເວລາເຮືອ​ກຳລັງ​ແລ່ນ ​ໃນ​ຄວາມໄວທີ່​ສູງ​ເກີນ​ໄປ. ​ໄດ້​ມີ​ການ​ອ້າງ​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ​ ທີ່​ກ່າວວ່າ ການ​ອວ່າຍ​ເຮືອ​ໃນ​ເວລາ​ເຮືອ​ກຳລັງ​ແລ່ນ​ໄປ​ໄວໆ​ນັ້ນ ອາດ​ຈະ​ພາ​ໃຫ້​ພວກລົດ​ຈຳນວນ 180 ຄັນ​ແລະ​ເຄື່ອງ​ຂອງ​ ໜັກ 1200 ​ໂຕນ ທີ່​ເຮືອບັນທຸກ​ໄປ​ນັ້ນ ໄຫລ​ໄປ​ເບື້ອງ​ນຶ່ງ ​
ແລະພາ​ໃຫ້​ເຮືອ​ງ່ຽງ​ລົງ.
sokorferry20april14
please wait
Embed

No media source currently available

0:00 0:01:23 0:00
XS
SM
MD
LG