ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

9 ຄົນແລ້ວ ເສຍຊີວິດ ຍ້ອນແຜ່ນດິນໄຫວ ທີ່ໝູ່ເກາະ ໂຊໂລມອນ (ສະໄລດ໌)


ເຮືອນຫຼັງນຶ່ງທີ່ຖືກຄື້ນຟອງສຸນາມິທໍາລາຍ ທີ່ໝູ່ເກາະ
Solomons
ເຮືອນຫຼັງນຶ່ງທີ່ຖືກຄື້ນຟອງສຸນາມິທໍາລາຍ ທີ່ໝູ່ເກາະ Solomons
ພວກ​ພະນັກງານ​ກູ້​ໄພ​ໃນໝູ່​ເກາະ Solomon ກໍາລັງ​ພະຍາຍາມ​ຫາ​ທາງ​ເຂົ້າ​ໄປ​ໃນເຂດ ສອກຫຼີກຫ່າງ​ໄກ ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ແຜ່ນດິນໄຫວແລະ​ຄື້ນຟອງ​ສຸ​ນາ​ມິ​ທີ່​ຍັງ​ຜົນໃຫ້ ​ມີ​ຜູ້​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ​ເກົ້າຄົນ ​ແລະ​ ຫາຍ​ສາບ​ສູນ​ອີກຫຼາຍຄົນ.

​ເຫດ​ຮ້າຍຄັ້ງ​ນີ້ໄດ້​ທໍາລາຍ​ຢ່າງ​ໜ້ອຍ​ຫ້າ​ໝູ່​ບ້ານເວລາ​ຄື້ນຟອງ​ທີ່​ສູງ​ນຶ່ງແມັດ​ພັດເຂົ້າຖ້ວມ​ ແຄມ​ຝັ່ງ​ຂອງ​ເກາະ Santa Cruz ທາງ​ພາກ​ຕາ​ເວັນ​ອອກ​ຂອງໝູ່​ເກາະ Solomons ​ເມື່ອ​ວັນ​ພຸດ​ວານ​ນີ້. ນອກ​ນີ້​ຄື້ນຟອງ​ສຸ​ນາ​ມິ​ຍັງ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ທາງ​ແລ່ນ ຂອງ​ສະໜາມ​ບິນ​ປະຈຳ ຂົງ​ເຂດ ​ຊຶ່ງ​ໄດ້​ເປັນ​ອຸບປະສັກ​ຂັດຂວາງຕໍ່ການ​ດຳ​ເນີນຄວາມ​ພະຍາ​ຍາມ​ ​ໃນ​ການຈັດ​ສົ່ງ​ການ​ຊ່ວຍ​ເຫຼືອບັນ​ເທົາທຸກ​ໄປ​ໃຫ້ ​ແລະການ​ປະ​ເມີນ​ຄວາມ ເສຍ​ຫາຍນັ້ນ.


ແຜ່ນດິນ​ໄຫວ​ທີ່​ຕິດຕາມ​ມາ​ຂະໜາດແຮງຍັງ​ສືບ​ຕໍ່ສ້າງ​ຄວາມສັ່ນ​ສະ​ເທືອ​ນ ​ໃຫ້​ແກ່​ປະ ຊາຊົນ​ໃນ​ເຂດທ້ອງ​ຖິ່ນ ລຸນຫຼັງທີ່​ໄດ້​ເກີດແຜ່ນດິນ​ໄຫວ ​ແຮງ 8 ຣິກ​ເຕີ​ໃນເບື້ອງ​ຕົ້ນ​ນັ້ນ. ປະຊາຊົນຫຼາຍຮ້ອຍ​ຄົນ​ພາກັນຫຼົບໜີ​ຈາກ​ເຂດ​ຝັ່ງ​ທ​ະ​ເລ ​ໄປ​ອາໄສ​ຢູ່​ຄ້າຍ​ພັກ​ຊົ່ວຄາວ ​ທີ່ຢູ່​ເລິກ​ເຂົ້າ​ໄປໄກ​ຈາກ​ແຄມ​ຝັ່ງ.

(ແຜນທີ່ເຂດໝູ່ເກາະ Solomons ໃນມະຫາສະມຸດ Pacific)
XS
SM
MD
LG