ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ເສຍຊີວິດ ຍ້ອນລົມພາຍຸ ຢູ່ຟີລິບປິນ ເພີ້ມຂຶ້ນ ເປັນ 325 ຄົນ (ສະໄລດ໌)


ພວກຊາວບ້ານພາກັນ ຍົກຍ້າຍໄປຢູ່ບ່ອນສູງ ເພື່ອຫລີກລ້ຽງນໍ້າຖ້ວມ ຈາກພາຍຸໄຕ້ຝຸ່ນໂບພາ.
ພວກຊາວບ້ານພາກັນ ຍົກຍ້າຍໄປຢູ່ບ່ອນສູງ ເພື່ອຫລີກລ້ຽງນໍ້າຖ້ວມ ຈາກພາຍຸໄຕ້ຝຸ່ນໂບພາ.
ບັນດາ​ໜ່ວຍກູ້​ໄພ​ ກໍາລັງ​ຊອກ​ຫາຜູ້​ທີ່​ລອດ​ຊີວິດມາ​ໄດ້ ​ແລະ​ຈັດ​
ສົ່ງການ​ຊ່ວຍ​ເຫລືອສຸກ​ເສີນຢ່າງ​ຮີບ​ດ່ວນ ​ໄປ​ໃຫ້​ຫລາຍ​ພັນ​ຄົນ​
ທີ່​ບໍ່​ມີ​ທີ່ຢູ່​ອາໄສ ທີ່​ພາກ​ໃຕ້​ຂອງຟີລິບ​ປິນ ຫລັງ​ຈາກ​ພາຍຸໄຕ້ຝຸ່ນ​
ທີ່​ຮ້າຍ​ແຮງ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 325 ຄົນ ​ແລະ​
ອີກ​ຫລາຍ​ຮ້ອຍ​ຄົນ​ຫາຍ​ສາບ​ສູນ​ໄປ​ນັ້ນ.

ບັນດາ​ຜູ້​ລອດ​ຊີວິດມາ​ໄດ້ທີ່​ຕື່ນ​ຕົກ​ໃຈ ​ໄດ້ຊອກ​ຫາ​ສະມາຊິກ​ຄອບຄົວ​ ຈາກ​ຊາກສົບທີ່​ຮ່າງກາຍ​ໂອບ​ດ້ວຍ​ຂີ້ຕົມ ໃນ​ຂະນະ​ທີ່ອີກ​ຈຳນວນ​ນຶ່ງ ພາກັນ​ຄົ້ນ​ຫາຢູ່​ຕາມ​ເຮືອນ​ຊານ​ ຂ​ອງ​ເຂົາ​ເຈົ້າ ທີ່​ຖືກ​ທໍາລາຍ​ຈາກ ລົມ​ໄຕ້​ຝຸ່ນ​ໂ​ບພາ.

ຢູ່​ໃນ​ຫລາຍ​ເຂດ​ຍັງ​ບໍ່​ສາມາດ​ເຂົ້າ​ໄປ​ເຖິງ​ໄດ້​ ​ໃນ​ວັນ​ພະຫັດມື້ນີ້ ​ເນື່ອງ ຈາກ​ຖະໜົນ​ຫົນ​ທາງ​ໄດ້​ຖືກ​ນໍ້າເຊາະໄປ ຂົວ​ຖືກ​ທໍາລາຍ ​ແລະສາຍ​ໄຟ​ຟ້າ​ຖືກ​ຕັດຂາດ ຍ້ອນ​ລົມພາຍຸ​ທີ່​ໄດ້​ພັດ​ຂຶ້ນຝັ່ງ​ໃນ​ມື້ວັນ​ອັງ​ຄານ​ຜ່ານ​ມາ ຊຶ່ງ​ໄດ້ນໍາ​ເອົາ​ລົມ​ແຮງ ​ແລະພາ​ໃຫ້​ຝົນຕົກ​ໜັກນຳ​ດ້ວຍ.

ບັນດາ​ເຈົ້າ​ໜ້າ​ທີ່ ກໍາລັງ​ຊອກ​ຫາ 379 ຄົນ ທີ່​ຍັງ​ຫາ​ຍສາບ​ສູນ ​ແລະ ຈັດ​ຫາ​ບ່ອນ​ພັກຊົ່ວ
ຄາວສຸກ​ເສີນ​ໃຫ້​ແກ່​ເກືອບ 180.000 ຄົນທີ່​ພາກັນແອ​ອັດ ພັກ​ຊົ່ວຄາວຢູ່​ຕາມ​ໂຮງຮຽນແຫ່ງ​ຕ່າງໆແລະ​ໂຮງການຂອງ​ລັດ ຖະບານນັ້ນ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ສະ​ເໜີໃຫ້ການ​ຊ່ວຍ​ເຫລືອ ບັນເທົາ​ທຸກ​ໄພ​ທໍາ​ມະຊາດ ​ແລະ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ​ ຕໍ່​ຄວາມເສຍ​ຫາຍແລະ​ການ​ສູນ​ເສຍ​ຊີວິດຢູ່​ໃນ​ຟີ​ລິບ​ປິນ.

​ໃນ​ວັນ​ພະຫັດມື້ນີ້ ພາຍຸ​ໂບພາ​ ໄດ້​ເຄື່ອນໄປທາງ​ທິດ​ຕາ​ເວັນ​ຕົກຂອງ​ຟີ​ລິບ​ປິນ ​ເຂົ້າ​ສູ່​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ພວກ​ນັກພະຍາກອນ​ອາກາດກ່າວ​ວ່າ ມັນ​ອາດ​ຈະມຸ່ງ​ໜ້າ​ໄປ​ສູ່
ຫວຽດນາມ ຫລື​ຈີນ.

ກ່ຽວຂ້ອງກັນ

XS
SM
MD
LG