ອົງການອະນາໄມໂລກຈະຈັດກອງປະຊຸມສຸກເສີນໃນວັນພຸດມື້ນີ້ ກ່ຽວກັບ ການແຜ່ລະບາດຂອງໂຣກປອດບວມສາຍພັນໃໝ່ ຫຼື ໂຄໂຣນາໄວຣັສ ທີ່ຕອນນີ້ໄດ້ສັງຫານ 9 ຄົນແລ້ວ ແລະ ບໍ່ສະບາຍຫຼາຍຮ້ອຍຄົນໃນທົ່ວປະເທດ ຈີນ ແລະ ຕ່າງປະເທດ.
ອົງການອະນາໄມໂລກຈະພິຈາລະນາວ່າການແຜ່ລະບາດນັ້ນ, ເຊິ່ງໄດ້ມີຕົ້ນກຳເນີດມາຈາກເມືອງ ວູຫານ ປະເທດ ຈີນ, ຄວນຖືກປະກາດເປັນພາວະສຸກເສີນດ້ານທາລະນະສຸກໂລກຫຼືບໍ່.
ຕົວເລກຂອງກໍລະນີທີ່ໄດ້ຮັບການຢືນຢັນ ແມ່ນໄດ້ເພີ່ມຂຶ້ນເປັນ 440 ກໍລະນີ, ລວມທັງພະນັກງານແພດ 15 ຄົນ, ແລະ ການແຜ່ກະຈາຍຈາກເມືອງ ວູຫານ ຫາ ນະຄອນຫຼວງ ປັກກິ່ງ, ຊຽງໄຮ້ ແລະ ແຂວງກວາງດັອງ, ພ້ອມກັບປະເທດ ຍີ່ປຸ່ນ, ເກົາຫຼີໃຕ້, ໄທ, ໄຕ້ຫວັນ ແລະ ສະຫະລັດ, ເຊິ່ງໄດ້ປະກາດກໍລະນີທຳອິດຂອງເຂົາເຈົ້າໃນວັນອັງຄານວານນີ້ ໃນລັດວໍຊິງຕັນ ທາງພາກຕາເວັນຕົກຂອງປະເທດ. ບັນດາເຈົ້າໜ້າທີ່ສາທາລະນະສຸກຢູ່ທີ່ນັ້ນໄດ້ກ່າວວ່າ ຜູ້ຊາຍຄົນນຶ່ງຜູ້ທີ່ໄດ້ເດີນທາງກັບນະຄອນ ຊີອາໂຕ ຈາກເມືອງ ວູຫານ ໃນອາທິດທີ່ຜ່ານມາໄດ້ຖືກນຳສົ່ງເຂົ້າໂຮງໝໍ ໂດຍທີ່ຜູ້ກ່ຽວເປັນໂຣກປອດບວມແຕ່ຍັງມີອາການດີຢູ່.
ບັນດາຜູ້ຊ່ຽວຊານດ້ານສຸຂະພາບ ຈີນ ໄດ້ກ່າວວ່າ ເຂົາເຈົ້າມີຄວາມຮູ້ເລັກນ້ອຍ ກ່ຽວກັບ ໄວຣັສສາຍພັນໃໝ່ນີ້, ເຊິ່ງຮູ້ຈັກກັນໃນຊື່ 2019-nCoV. ເຂົາເຈົ້າສົງໄສວ່າ ການລະບາດໄດ້ເລີ່ມຂຶ້ນໃນຮ້ານຂາຍອາຫານທະເລແຫ່ງນຶ່ງຢູ່ເມືອງ ວູຫານ, ເຊິ່ງຍັງໄດ້ຂາຍສັດປະເພດອື່ນເຊັ່ນ ສັດປີກ, ເຈຍ, ບ່າງ ແລະ ຊີ້ນສັດທີ່ຖືກລ່າ.
ຄະນະກຳມະການສາທາລະນະສຸກແຫ່ງຊາດຂອງ ຈີນ ໄດ້ປະກາດໃນວັນຈັນທີ່ຜ່ານມາວ່າ ໄວຣັສ ດັ່ງກ່າວ, ເຊິ່ງຈະກໍ່ໃຫ້ເປັນໂຣກປອດບວມນັ້ນ, ສາມາດຕິດຕໍ່ຈາກຄົນຫາຄົນ, ແຕ່ບໍ່ສາມາດຕິດຕໍ່ຈາກສັດຫາຄົນ.
ສະໜາມບິນຕ່າງໆໃນທົ່ວໂລກ ໄດ້ເລີ່ມກວດກາບັນດານັກເດີນທາງຈາກເມືອງ ວູຫານ ເພື່ອທີ່ຈະກວດຈັບໄວຣັສດັ່ງກ່າວ. ຜູ້ຊ່ຽວຊານດ້ານສຸຂະພາບທັງຫຼາຍໄດ້ມີຄວາມເປັນຫ່ວງພິເສດ ກ່ຽວກັບ ໂອກາດທີ່ມັນຈະກາຍເປັນໂຣກລະບາດ ໃນຂະນະທີ່ຊາວ ຈີນ ຫຼາຍລ້ານຄົນ ມີແຜນທີ່ຈະເດີນທາງທົ່ວປະເທດ ແລະ ຕ່າງປະເທດ ສຳລັບວັນພັກກຸດ ຈີນ ທີ່ຈະເລີ່ມຂຶ້ນໃນວັນເສົານີ້.
ໂຣກປອດບວມສາຍພັນໃໝ່ ໃນນຶ່ງໃນຄອບຄົວທີ່ໃຫຍ່ຂອງໄວຣັສຕ່າງໆທີ່ສາມາດກໍ່ໃຫ້ເກີດຄວາມເຈັບປ່ວຍ ນັບຈາກການເປັນຫວັດທົ່ວໄປ ຈົນເຖິງອາການຫາຍໃຈບໍ່ອອກຂັ້ນຮຸນແຮງ. ໂຣກ ຊາສ໌ (SARS), ເຊິ່ງໄດ້ເລີ່ມຂຶ້ນໃນ ຈີນ ເຊັ່ນກັນນັ້ນ, ໄດ້ສັງຫານປະຊາຊົນ 800 ຄົນໃນທົ່ວໂລກໃນລະຫວ່າງການແຜ່ລະບາດເກືອບ 20 ປີທີ່ຜ່ານມາ.