ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ກຸ່ມ​ທະ​ຫານ​ບ້ານຢູ່​ນະ​ຄອນ​ຫຼວງ​ລີ​ເບຍ ​ເພີ້ມ​ຂຶ້ນ​ເປັນ 45 ຄົນ

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ລີ​ເບຍ ຢືນ​ຍາມ​ທີ່​ນະ​ຄອນ​ຫຼວງ​ຕ​ຣີ​ໂປ​ລີ ເມື່ອ​ວັນ​ທີ 16 ສິງ​ຫາ 2023. ການ​ປະ​ທະ​ກັນ​ລະ​ຫວ່າງ​ທະ​ຫານ​ບ້ານ​ ຢູ່​ນະ​ຄອນ​ຫຼວງ​ລີ​ເບຍ ເຮັດ​ໃຫ້​ມີ​ຜ​ູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 45 ຄົນ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ການ​ແພດ.

ເຈົ້າ​ໜ້າ​ທີ່​ການ​ແພດ​ກ່າວ​ວ່າ ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ ໃນການ​ປະ​ທະ​ກັນ​ລະ​ຫວ່າງ ກຸ່ມ​ທະ​ຫານ​ບ້ານ​ທີ່​ເປັນ​ປໍ​ລະ​ປັກ ຢູ່​ໃນ​ນະ​ຄອນ​ຫຼວງ​ຂອງ​ລີ​ເບຍ ເພີ້ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ 45 ຄົນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ມາ​ເລັກ ເມີ​ເຊັດ ໂຄ​ສົກ​ຂອງ​ສູນ​ກາງ​ການ​ແພດ​ສຸກ​ເສີນ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຂອ​ງ​ລີ​ເບຍ ກ່າ​ວ​ວ່າ ນອກ​ນັ້ນ​ແລ້ວ ຍັງ​ມີ 146 ຄົນ​ໄດ້​ຮັບ​ບາດ​ເຈັບ ເພີ້ມ​ຂຶ້ນ​ຈາກ 106 ຄົນ​ໃນ​ມື້​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ການ​ປະ​ທະ​ກັນ​ ​ປະ​ມານ 24 ຊົ່ວ​ໂມງ ລະ​ຫວ່າງກອງ​ພັນ​ທີ 444 ແລະກຳ​ລັງສະ​ກັດ​ກັ້ນພິ​ເສດ​ ທີ່​ເລີ້​ມ​ມາ​ແຕ່ມື້​ວັນ​ຈັນ ປາ​ກົດ​ວ່າ​ເປັນ​ການ​ປະ​ທະ​ກັນ​ທີ່​ໃຫຍ່​ທີ່​ສຸດ ຢູ່​ໃນະ​ຄອນ​ຫຼວງ​ຕ​ຣີ​ໂປ​ລີ ພາຍ​ໃນ​ປີນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG