ໂຮງຮຽນຫຼວງໃນເມືອງ ມາວອີ (Maui) ກໍາລັງເລີ່ມການເປີດຄືນໃຫມ່ ແລະການສັນຈອນຂອງຍານພາຫະນະ ກຳລັງເຄື່ອນໂຕ ອີກເທື່ອນຶ່ງໂດຍສັນຍານຂອງການຟື້ນຕົວ ນຶື່ງອາທິດຫຼັງຈາກໄຟໄຫມ້ປ່າໄດ້ທໍາລາຍເມືອງປະຫວັດສາດ ແລະເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 110 ຄົນ, ອີງຕາມລາຍງານຂອງອົງການຂ່າວ ເອພີ (AP).
ໃນຂະນະດຽວກັນ, ຫມາຊອກຫາຊາກສົບເພີ່ມເຕີມ ໄດ້ໄປຮອດໃນວັນພຸດ ເພື່ອຊ່ວຍທີມງານຊອກຫາຊາກສົບຂອງຜູ້ເສຍຊີວິດຢູ່ໃນເກາະທີ່ໃຫຍ່ເປັນອັນດັບສອງຂອງລັດຮາວາຍ (Hawaii).
ຜູ້ລອດຊີວິດ ຕ້ອງຕໍ່ສູ້ກັບພະລັງງານໄຟຟ້າທີ່ບໍ່ສະໜໍ່າສະເໝີ ແລະການບໍລິການໂທລະສັບມືຖືທີ່ບໍ່ໜ້າເຊື່ອຖື ໃນຂະນະທີ່ພວກເຂົາຊອກຫາຄວາມຊ່ວຍເຫຼືອໃນການຟື້ນຟູຊີວິດຂອງເຂົາເຈົ້າ ຄືນໃໝ່.
ດ້ວຍຈຳນວນຜູ້ເສຍຊີວິດຢູ່ທີ່ 110 ຄົນແລ້ວ, ຫ້ອງເຢັນເກັບສົບເຄື່ອນທີ່ພ້ອມດ້ວຍບັນດາເຈົ້າໜ້າທີ່ກວດສອບສົບ, ແພດໝໍ ແລະ ນັກວິຊາການໄດ້ໄປຮອດ ເພື່ອຊ່ວຍວຽກທີ່ເປັນຕາຢ້ານໃນການຈັດລຽງຊາກສົບ. ຜູ້ປົກຄອງລັດໄດ້ເຕືອນວ່າ ພາຍຸຫົວໃໝ່ອາດຈະເຮັດໃຫ້ການຄົ້ນຫາ ແລະຟື້ນຟູມີຄວາມສັບສົນຂຶ້ນ.