ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຜູ້ເສຍຊີວິດໂດຍລວມ ຈາກຝົນທີ່ຕົກລົງມາຢ່າງໜັກ ໃນພາກຕາເວັນອອກສຽງໃຕ້ ຂອງບຣາຊີລ ເພີ້ມຂຶ້ນເປັນ 23 ຄົນແລ້ວ

ຮູບພາບທີ່ຖືກເຜີຍແຜ່ໂດຍລັດຖະບານແອສປີຣີໂຕ ຊານໂຕ (Espírito Santo) ສະແດງໃຫ້ເຫັນພາບຖ່າຍທາງອາກາດກ່ຽວກັບນໍ້າຖ້ວມໃນເມືອງມິໂມໂຊ ໂດ ຊູລ (Mimoso do Sul), ລັດ ແອສປີຣີໂຕ ຊານໂຕ, ທີ່ໄດ້ຮັບຜົນກະທົບຈາກຝົນທີ່ຕົກລົງມາຢ່າງໜັກ, ອັນໄດ້ກະທົບໃສ່ພາກຕາເວັນອອກສຽງໃຕ້ຂອງບຣາຊີລ, ວັນທີ 24 ມີນາ 2024.

ຝົນຕົກໜັກໃນບຣາຊິລ ເມື່ອທ້າຍອາທິດແລ້ວນີ້ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າງ ໜ້ອຍ 23 ຄົນ ຢູ່ລະຫວ່າງລັດທາງພາກຕາເວັນອອກສຽງໃຕ້ຄືລັດ ຣີໂອ ເດ ຈາແນໂຣ ແລະ ລັດແອສປີຣີໂຕ ຊານໂຕ.

ລັດຖະບານຂອງລັດແອສປີຣີໂຕ ຊານໂຕ ໄດ້ກ່າວໃນວັນອາທິດວານນີ້ວ່າ 15 ຄົນໄດ້ເສຍຊີວິດ ແລະເກືອບ 5,000 ຄົນ ແມ່ນໄດ້ໜີອອກຈາກບ້ານຂອງ ພວກເຂົາຍ້ອນຝົນຕົກລົງມາຢ່າງໜັກນັບຕັ້ງແຕ່ຕອນແລງວັນສຸກທີ່ຜ່ານມາ. ທາງການຂອງລັດ ຣີໂອ ໄດ້ລາຍງານການເສຍຊີວິດ ແປດຄົນ ໃນວັນເສົາ ຜ່ານມານີ້.

ອີກ 13 ຄົນໄດ້ເສຍຊີວິດ ໃນລັດແອສປີຣີໂຕ ຊານໂຕ ໄດ້ຂຶ້ນທະບຽນຢູ່ໃນ ເຂດ ມີໂມໂຈ ໂດ ຊູລ ເປັນເມືອງຢູ່ຊານເມືອງ ຫ່າງຈາກເມືອງຫຼວງ ວິຕໍເຣຍ ຂອງລັດທາງພາກໃຕ້ດັ່ງກ່າວ 74 ກິໂລແມັດ.

ທີມນັກກູ້ໄພໃນທັງສອງລັດດັ່ງກ່າວ ໄດ້ຢຸດເຊົາວຽກງານຂອງພວກເຂົາໃນຕອນ ຄ່ຳຂອງວັນສຸກ ຍ້ອນມີຄວາມສ່ຽງຂອງເຫດດິນເຈື່ອນ ໂດຍຈະເລີ້ມຄວາມ ພະຍາຍາມຄືນໃໝ່ໃນວັນເສົາຕອນບ່າຍ.

ບັນດາເຈົ້າເມືອງ ແລະບັນດຜູ້ປົກຄອງລັດ ຂົງເຂດທາງພາກຕາເວັນອອກສຽງ ໃຕ້ຂອງບຣາຊິລ ໄດ້ເຕືອນບັນດາພົນລະເມືອງຂອງບັນຫາຕ່າງໆທີ່ອາດຈະເກີດ ໄດ້ໃນທ້າຍສັບປະດາ ນັບຕັ້ງແຕ່ວັນພະຫັດຜ່ານມາ. ຄຳ​ເຕືອນ​ຂອງລັດຖະບານສຳ​ລັບຝົນຕົກໜັກໃນລັດ ແອສປີຣີໂຕ ຊານໂຕ ຈະ​ຖືກ​ໃຊ້​ໄປ​ ຈົນຮອດຕອນທ່ຽງຄືນຕາມເວລາໃນທ້ອງຖິ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG