ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ຄົນລົ້ມຕາຍ ຍ້ອນແຜ່ນດິນໄຫວ ຢູ່ມຽນມາ ເພີ່ມຂຶ້ນເປັນ 26 ຄົນ


<br />
<br />
<br /> <br />
ຈໍານວນຜູ້ຄົນລົ້ມຕາຍຈາກແຜ່ນດິນໄຫວຂະໜາດແຮງໃນພາກ
ເໜືອຂອງມຽນມາ ໃນວັນ ອາທິດແຜ່ນມານີ້ ໄດ້ເພີ່ມຂຶ້ນເປັນ 26
ຄົນແລ້ວຫຼາຍກວ່າ 2 ເທົ່າຕົວຈາກທີ່ໄດ້ມີລາຍ ງານໄປແລ້ວນັ້ນ.

ເຈົ້າໜ້າທີ່ຂອງສະພາກາແດງໄດ້ກ່າວໃນວັນອັງຄານມື້ນີ້ວ່າ ໄດ້ມີ
230 ຄົນໄດ້ຮັບບາດ ເຈັບ ແລະມີອີກ 12 ຄົນຍັງຫາຍສາບສູນ
ອັນເນື່ອງມາຈາກແຜ່ນດິນໄຫວທີ່ມີຄວາມແຮງ 6.8 ຣິກເຕີ ທີ່ໄດ້
ເກີດຂຶ້ນໃກ້ໆກັບນະຄອນ Mandalay ເມືອງໃຫຍ່ອັນດັບສອງ
ຂອງ ມຽນມາ.

ໄດ້ມີແຜ່ນດິນໄຫວນ້ອຍໆ ທີ່ເອີ້ນກັນວ່າ Aftershock ນັ້ນໄດ້ຕິດ
ຕາມມາຫຼາຍໆຄັ້ງ ສັ່ນສະເທື່ອນຕໍ່ມຽນມາ ໃນວັນອັງຄານມື້ນີ້
ຊຶ່ງແຜ່ນດິນໄຫວທີ່ມີຄວາມເຮງ 4.8 ຣິກເຕີ ນັ້ນໄດ້ກະທົບຕໍ່ນະຄອນ
ຫຼວງ Naypyidaw ແຕ່ກໍບໍ່ໄດ້ມີລາຍງານວ່າ ມີຜູ້ຄົນລົ້ມຕາຍ ແຕ່ຢ່າງໃດ.

ແຜ່ນດິນໄຫວທີ່ເກີດຕົ້ນຕໍນັ້ນໄດ້ສ້າງຄວາມເສຍຫາຍຢ່າງແຮງ ຕໍ່ຂົງເຂດອ້ອມແອ້ມນະ ຄອນ
Mandalay ໂດຍໄດ້ທໍາລາຍບ້ານເຮືອນຫຼາຍຮ້ອຍຫຼັງ ແລະໄດ້ບັງຄັບໃຫ້ພວກຜູ້ຢູ່ອາໄສ
ຕ້ອງໄດ້ຍົກຍ້າຍໜີ ໄປຢູ່ສະຖານທີ່ພັກອາໄສຊົ່ວຄາວ ໃນຄວາມຢ້ານກົວວ່າ ບັນດາຕຶກອາ
ຄານບ້ານເຮືອນຕ່າງໆນັ້ນຈະຫັກພັງລົງ.

ແຕ່ວ່າພວກພະນັກງານຊ່ອຍກູ້ໄພກ່າວວ່າ ສະພາບການໃນປະຈຸບັນນີ້ແມ່ນຄວບຄຸມໄດ້ແລ້ວ ແລະບໍ່ມີຄວາມຈໍາເປັນທີ່ຈະຕ້ອງການຄວາມຊ່ອຍເຫຼືອຈາກຕ່າງປະເທດໃນເຫດແຜ່ນດິນໄຫວ
ຄັ້ງນີ້ ຊຶ່ງໄດ້ກະທົບຕໍ່ປະເທດທີ່ດ້ອຍພັດທະນານີ້.
XS
SM
MD
LG