ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນການເສຍຊີວິດ ຍ້ອນໄວຣັສໂຄໂຣນາ ຢູ່ໃນ ອອສເຕຣເລຍ ພຸ່ງສູງຂຶ້ນເຖິງ 189 ຄົນແລ້ວ


ພະນັກງານແພດ ເຂົ້າໄປໃນສະຖານທີ່ເບິ່ງແຍງຄົນຊະລາ Epping Gardens ໃນນະຄອນແມລເບີນ ເຂດຊານເມືອງ ເອັບປິງ ວັນທີ 30 ກໍລະກົດ 2020, ໃນຂະນະທີ່ເມືອງນີ້ ກຳລັງຕໍ່ສູ້ກັບການລະບາດໃໝ່ຂອງພະຍາດ COVID-19.
ພະນັກງານແພດ ເຂົ້າໄປໃນສະຖານທີ່ເບິ່ງແຍງຄົນຊະລາ Epping Gardens ໃນນະຄອນແມລເບີນ ເຂດຊານເມືອງ ເອັບປິງ ວັນທີ 30 ກໍລະກົດ 2020, ໃນຂະນະທີ່ເມືອງນີ້ ກຳລັງຕໍ່ສູ້ກັບການລະບາດໃໝ່ຂອງພະຍາດ COVID-19.

ລັດວິກຕໍເຣຍ ທາງພາກໃຕ້ຂອງປະເທດ ອອສເຕຣເລຍ ໄດ້ປະກາດຈຳນວນກໍລະນີການຕິດພະຍາດ COVID-19 ລາຍໃໝ່ 723 ຄົນ ແລະ 13 ຄົນໄດ້ເສຍຊີວິດ ໃນວັນພຸດວານນີ້ ຊຶ່ງເປັນສະຖິຕິໃໝ່ພາຍໃນນຶ່ງວັນ ທີ່ໄດ້ກະທົບຕໍ່ລັດນີ້ຢ່າງໜັກ ຈາກການພຸ່ງສູງຂຶ້ນຢ່າງກະທັນຫັນຂອງພະຍາດດັ່ງກ່າວ.

ໂຕເລກໃໝ່ດັ່ງກ່າວ ໄດ້ເຮັດໃຫ້ຈຳນວນກໍລະນີຕິດໄວຣັສໂຄໂຣນາໃໝ່ ກາຍ ຈຳນວນທີ່ໄດ້ປະກາດໄປໃນວັນຈັນຜ່ານມາເປັນ 532 ຄົນແລ້ວ ສຳລັບລັດແຫ່ງນີ້ ທີ່ມີປະຊາຊົນໜາແໜ້ນທີ່ສຸດອັນດັບສອງຂອງ ອອສເຕຣເລຍ.

ລັດວິກຕໍເຣຍ ດຽວນີ້ໄດ້ແຈ້ງຈຳນວນກໍລະນີຕິດພະຍາດໂຄວິດ-19 ລວມທັງໝົດ ເກີນກວ່າ 9,900 ຄົນ ແລະ 105 ຄົນເສຍຊີວິດ ໂດຍເປັນພາກສ່ວນນຶ່ງຂອງກໍລະນີຕິດພະຍາດທີ່ໄດ້ຮັບການຢັ້ງຢືນທັງໝົດຂອງ ອອສເຕຣເລຍ ຄື 16,298 ຄົນ ແລະ 189 ຄົນເສຍຊີວິດ.

ສ່ວນນະຄອນ ແມລເບິນ ເມືອງເອກຂອງລັດວິກຕໍເຣຍ ໄດ້ເປັນຈຸດສູນກາງການລະບາດຂອງ COVID-19 ທີ່ເພີ້ມຂຶ້ນໃນເວລານີ້. ຜູ້ປົກຄອງລັດ ທ່ານເດວິດ ແອນດຣູສ໌ ໄດ້ຖິ້ມໂທດໃສ່ການເພີ້ມຂຶ້ນນັ້ນ ຕໍ່ພົນລະເມືອງທັງຫຼາຍທີ່ສືບຕໍ່ໄປເຮັດວຽກ ຫຼື ມະຫາຊົນທົ່ວໄປ ເຖິງແມ່ນວ່າໄດ້ມີອາການຕ່າງໆຢູ່ແລ້ວນັ້ນກໍຕາມ ພ້ອມກັນນັ້ນຍັງມີການລະບາດເກີດຂຶ້ນຢູ່ໃນສະຖານທີ່ສຳລັບພວກຄົນຊະລາທີ່ຕ້ອງການໆຊ່ອຍເຫຼືອຫຼາຍແຫ່ງ. ທ່ານແອນດຣູສ໌ ໄດ້ສັ່ງໃຫ້ພົນລະເມືອງທັງໝົດໃນລັດວິກຕໍເຣຍ ໃສ່ໜ້າກາກເວລາຢູ່ທາງນອກ ເລີ້ມແຕ່ວັນອາທິດນີ້ເປັນຕົ້ນໄປ ໂດຍເປັນການຂະຫຍາຍຂໍ້ບັງຄັບທີ່ມີຢູ່ແລ້ວນັ້ນ ສຳລັບນະຄອນແມລເບິນ ແລະເຂດຊົນນະບົດຂອງ ເຂດເທດສະບານ ມິດໂຊລ ນໍາດ້ວຍ.

ທ່ານແອນດຣູສ໌ ຍັງໄດ້ອອກແຈ້ງການຫ້າມພົນລະເມືອງທັງຫຼາຍຂອງຊຸມຊົນທີ່ອາໄສຢູ່ນອກນະຄອນ ແມລເບິນ ບໍ່ໃຫ້ນຳເອົາແຂກຄົນເຂົ້າມາໃນເຮືອນຊານຂອງພວກເຂົາເຈົ້າ ໂດຍມີຜົນບັງຄັບໃຊ້ໃນວັນພະຫັດມື້ນີ້.

ນະຄອນແມລເບິນ ແມ່ນຢູ່ໃນຈຸດເຄິ່ງທາງຂອງການປິດເມືອງໄລຍະ 6 ອາທິດ ຊຶ່ງໄດ້ວາງຂໍ້ຈຳກັດພົນລະເມືອງທັງຫຼາຍ ບໍ່ໃຫ້ອອກໄປຈາກເຮືອນຊານ ເວັ້ນເສຍແຕ່ວ່າ ໄປເຮັດວຽກ ໂຮງຮຽນ ມີນັດດ້ານການແພດ ຫຼື ໄປຊື້ອາຫານການກິນເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG