ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫລາຍສິບຄົນເສຍຊີວິດ ຍ້ອນລົມຫົວກຸດ ປະທະ ລັດ Oklahoma (ວີດີໂອ/ສະໄລດ໌)


ແມ່ຍິງຜູ້ນຶ່ງກໍາລັງອູ້ມລູກຂອງລາວ ຜ່ານຊາກຫັກພັງຂອງໂຮງຮຽນ
ທີ່ຖືກພາຍຸ Tornado ທໍາລາຍ, ວັນທີ 20 ພຶດສະພາ 2013.
ແມ່ຍິງຜູ້ນຶ່ງກໍາລັງອູ້ມລູກຂອງລາວ ຜ່ານຊາກຫັກພັງຂອງໂຮງຮຽນ ທີ່ຖືກພາຍຸ Tornado ທໍາລາຍ, ວັນທີ 20 ພຶດສະພາ 2013.
ຢ້ານ​ກັນ​ວ່າ ມີຜູ້​ຄົນຫຼາຍ​ເຖິງ 91 ຄົນ ​ເສຍ​ຊີວິດ ​ໃນ​ລັດ
Oklahoma ທາງພາກ​ການ​ຂອງ​ສະຫະ​ລັດ ບ່ອນ​ທີ່​ລົ​ມ
ພາຍຸ​ຫົວກຸດ ຫລື Tornado ທີ່​ມີ​ຄວາມ​ໄວ​ 320 ກິໂລ​ແມັດ
​ຕໍ່​ຊົ່ວ​ໂມງ​ນັ້ນ ​ໄດ້ພັດ​ຜ່ານ​ໄປ​ທໍາລາຍເຮືອນ​ຊານ​ບ້ານ​ຊ່ອງ​
​ເສຍ​ຫາຍ​ໜັກ.

​ເວລາ​ນີ້ ພວກກູ້​ໄພ​ທັງຫຼາຍ​ ​ຍັງສືບ​ຕໍ່​ຊອກ​ຄົ້ນ​ຫາ​ຜູ້​ທີ່​ອາດຍັງ
​ລອດ​ຊີວິດ​ມາ​ໄດ້ ​ໃນ​ເມືອງ Moore ນອກ​ນະຄອນ Oklahoma
city ບ່ອນ​ທີ່ພາຍຸ Tornado ​ໄດ້ທໍາລາຍຫລາຍໆ​ຄຸ້ມຢ່າງຮາບ​
ຄາບ ​ແລະ​ສົ່ງ​ຊາກ​ຫັກ​ພັງ ຟົ້ງ​ຂຶ້ນ​ສູ່​ອາກາດ.

ຈົນ​ຮອດ​ປະຈຸ​ບັນ​ນີ້ ມີການ​ຍືນ​ຍັນ​ວ່າ​ ໄດ້​ມີ 51 ຄົນ ເສຍ​ຊີວິດ​ໄປ​ແລ້ວ ຊຶ່ງ​ຮວມທັງ
ພວກ​ເດັກນ້ອຍ ຢ່າງ​ນ້ອຍ 20 ຄົນ ຢູ່​ໃນ​ໂຮງຮຽນ​ແຫ່ງ​ນຶ່ງທີ່ Tornado ​ປະ​ທະ​ນັ້ນ.

US Tornado Leaves Dozens Dead
please wait

No media source currently available

0:00 0:01:53 0:00
ລິງໂດຍກົງ


ໂຄສົກ​ຍິງ​ຂອງ​ຫ້ອງການ​ພິສູດ​ຊາກ​ສົບ​ຂອງ​ລັດ ກ່າວ​ໃນເຊົ້າ​ວັນ​ອັງຄານ​ມື້​ນີ້​ວ່າ ພວກ​ທ່ານ
ຄາດ​ວ່າ​ ຈະ​ມີ​ຜູ້​ເສຍ​ຊີວິດ​ຕື່ມ​ອີກ ຮອດ 40 ຄົນ ​ແລະ​ມີຢ່າງ​ນ້ອຍ 120 ຄົນ​ໄດ້​ຮັບ​ບາດ​ເຈັບ.
ພວກ​ກູ້​ໄພ​ ​ໄດ້​ດຶງເດັກນ້ອຍ​ຫຼາຍ​ໆຄົນ​ທີ່​ຍັງ​ມີ​ຊີວິດລອດ​ມາ​ນັ້ນ ​ອອກ​ຈາກ​ຊາກຫັກ​ພັງ ຂອງ
ໂຮງຮຽນສອງຫຼັງ ທີ່​ຖືກ Tornado ​ກະທົບນັ້ນ.

​ຜູ້​ປົກຄອງລັດ ທ່ານ​ນາງ Mary Fallin ​ກ່າວ​ຕໍ່​ພວກ​ນັກ​ຂ່າວວ່າ “ທຸກໆ​ຄົນ​ແມ່ນຫົວ​ໃຈ ​
ແຕກ​ສະ​ລາຍ” ສໍາ​ລັບ​ບັນດາ​ພໍ່ແມ່ ທີ່​ກໍາລັງ​ຊອກ​ຫາ​ພວກ​ເດັກນ້ອຍ ລູກເຕົ້າຂອງ​ພວກ​
ເຂົາ​ເຈົ້ານັ້ນ. ທ່ານ​ນາງໄດ້​ມີ​ຄໍາ​ສັ່ງໃຫ້ສົ່ງ​ກອງ​ທະຫານພິທັກ​ຊາດ ຫລື National
Guard ຂອງ​ລັດແລະ​ຕໍາຫຼວດ​ເພີ້​ມຕື່ມ ໄປຊ່ອຍ​ກູ້​ໄພ ​ໃນ​ຄັ້ງ​ນີ້.

ປະທານ​ນາ​ທິບໍດີ Barrack Obama ​ໄດ້​ປະກາດໃຫ້​ນະຄອນ Oklahoma ​City ເປັນ​
ເຂດຫາ​ຍະ​ນະ​ຮ້າຍ​ແຮງ ຍ້ອນ​ໄພພິບັດ​ຈາກພາຍຸ Tornado ລູກ​ນີ້ ​ແລະ​ສັ່ງ​ໃຫ້​ທາງ​
ຫ້ອງການ​ຮັບ​ມື​ກັບ​ໄພ​ສຸກ​ເສີນຂອງລັດຖະບານ​ກາງ ຫລື FEMA​ ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​
ແກ່​ລັດ Oklahoma ​ໃນ​ທຸກໆ​ດ້ານ​ທີ່​ຕ້ອງການ.

XS
SM
MD
LG