ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳ​ນວນ ​ຜູ້​ເສຍ​ຊີ​ວິດ ຍັງສ​ືບ​ຕໍ່​ ເພີ້ມ​ຂຶ້ນ ຫຼັງ​ຈາກ ​ເຮີ​ຣິ​ເຄນ​ໄມ​ເກີ​ລ ພັດ​ຖະ​ຫຼົ່ມ


ທ້າວ​ແວັ​ສ ອາ​ລັນ ຈູ​ເຍຍ ຈາກ​ຊ້າຍ ນັ່ງ​ຢ​ູ່​ກັບ​ພໍ່​ຂອງ​ລາວ ທ່ານ​ແວັ​ສ ນ້ອງ​ສ​າວ​ລາວ ນາງ​ອາ​ລີ​ສັນ ແລະ​ແມ່​ຂອງ​ລາວ ຍາ​ນາງວິ​ກີ ຢູ່​ນອກ​ໂຮງ​ແຮມ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ວັນ​ທີ 16 ຕຸ​ລາ 2018.
ທ້າວ​ແວັ​ສ ອາ​ລັນ ຈູ​ເຍຍ ຈາກ​ຊ້າຍ ນັ່ງ​ຢ​ູ່​ກັບ​ພໍ່​ຂອງ​ລາວ ທ່ານ​ແວັ​ສ ນ້ອງ​ສ​າວ​ລາວ ນາງ​ອາ​ລີ​ສັນ ແລະ​ແມ່​ຂອງ​ລາວ ຍາ​ນາງວິ​ກີ ຢູ່​ນອກ​ໂຮງ​ແຮມ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ວັນ​ທີ 16 ຕຸ​ລາ 2018.

ເກືອ​ບ​ນຶ່ງ​ອາ​ທິດ​ຜ່ານ​ມາ​ຫຼັງ​ຈາກ​ເຂດ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງລັດຟ​ລໍ​ຣິ​ດາ​ໄດ້
ປະ​ສົບ​ກັບ​ຄວາມເສຍ​ຫາຍຢ່າງໜັກ ​ຈາກ​ເຮີ​ຣິ​ເຄນ​ໄມ​ເກີ​ລ ເຈົ້າ​ເມືອງ​ຫາດ​ຊາຍ​ເມັກ
​ຊິ​ໂກ ທ່ານອ​າ​ລ ຄາ​ເທ ກ່າວ​ວ່າ ອີກ​ສອງ​ຄົນ​ໄດ້​ຮັບ​ການຢືນ​ຢັນ​ວ່າ​ເສຍ​ຊີ​ວິດ​ຢູ່ໃນ​
ເມືອງ​ນ້ອຍໆ​ແຄມ​ທະ​ເລ​ແຫ່ງນີ້.

ທ່ານ​ຄາ​ເທ ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ບັນ​ດາ​ຜູ້​ເຄາະ​ຮ້າຍ​ແມ່ນ​ພວກ​ຜູ້​ຊາຍ ແລະ
​ແມ່​ຍິງ ຜູ້​ທີ່​ຢູ່​ໃນ​ເຮືອນຄົນ​ລະ​ຫຼັງ ແລະ​ບໍ່​ໄດ້​ຍົກ​ຍ້າຍ​ໜີ. ທ່ານ​ບໍ່​ໄດ້​ເປີດ​ເຜີຍ​ເຖິງ​ຊື່
ຂອງ​ຜູ້​ເຄາະ​ຮ້າຍເຫລົ່າ​ນີ້ ຫຼື​ວ່າ​ເຂົາ​ເຈົ້າ​ໄດ້​ເສຍ​ຊີ​ວິດ​ຢ່າງ​ໃດ.

ຄຳ​ປະ​ກາດ​ນີ້​ໄດ້​ເຮັດ​ໃຫ້​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ໃນ​ເບ​ຄາວ​ຕີ້ ຮວມ​ທັງ ​ເມືອງຫາດ​ຊາຍ​
ເມັກ​ຊິ​ໂກ ແລະ​ເຂດ​ອື່ນໆ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ ​ໃນເມືອງ​ພາ​ນາ​ມາ​ຊີ້​ຕີ້
ເພີ້ມ​ຂຶ້ນ​ເປັນ 12 ຄົນ.

​ເຮີຣິ​ເຄ​ນ​ໄມ​ເກີ​ລ ​ໄດ້​ພັດ​ເຂົ້າ​ຖະ​ຫຼົ່ມ​ໂດຍ​ກົງ​ຕໍ່ເຂດ​ດັ່ງ​ກ່າວ ​ຊຶ່ງ​ເປັນ​ນຶ່ງ​ໃນ​ບັນ​ດາລົມ
​ພາ​ຍຸ​ເຮີ​ຣິ​ເຄນ​ທີ່ແຮງ​ສຸດ​ ທີ່​ໄດ້​ພັດ​ເຂົ້າ​ປະ​ທະສະ​ຫະ​ລັດເທົ່າ​ທີ່​ເຄີຍ​ມີ​ມາ.

ອີງ​ຕາມ​ລາຍ​ງານອົງ​ການ​ຂ່າວ​ເອ​ພີ​ແລ້ວ ມີ​ທັງ​ໝົດ 16 ຄົນ​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ເສຍ
​ຊີ​ວິດ ​ຢູ່​ໃນ​ລັດ​ຟ​ລໍ​ຣິ​ດາ ແລະອີກ 10 ຄົນ​ ​ຢູ່​ໃນ​ລັດ​ເວີ​ຈີ​ເນຍ ຈໍ​ເຈຍ ແລະ​ຄາ​ໂຣ​ໄລ​ນາ
​ເໜືອ.

ຊີ​ວິດການ​ເປັນ​ຢູ່​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ແຮງ ໄດ້ດີ​ຂຶ້ນເປັນ​ຕາມ​ລຳ​ດັບມາໃນ
​ຂະ​ນະ​ທີ່​ການ​ບໍ​ລິ​ການ​ໂທ​ລະ​ສັບ​ມື​ຖືຂະ​ຫ​ຍາຍວົງ​ກວ້​ວາງ​ອອກໃນ​ວັນ​ອັງ​ຄານວ​ານ​ນີ້​
ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ພາ​ຍຸ​ໄດ້ພັດ​ຖະ​ຫຼົ່ມ.

​ປະ​ຊາ​ຊົນ​ໄດ້ເລີ້ມພາ​ກັນ​ກັບ​ຄືນ​ໄປ​ເມືອງ​ດັ່ງ​ກ່າວ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ເພື່ອ​ຊອກ
​ຫາ​ທຸກສິ່ງ​ທຸກ​ຢ່າງ ທີ່​ຈະ​ຊ່ວຍສ້າງຊີ​ວິດເຂົາ​ເຈົ້າຄືນ​ໃໝ່​ໃດ້.

ທ່ານ​ໂຈ​ເຊ​ຟ ແບ​ຣນ ​ຂອງ​ເມືອງ​ຫາດ​ຊາຍ​ເມັກ​ຊິ​ໂກ​ ກ່າວ​ໃນ​ຂະ​ນະ​ທີ່​ທ່ານ​ຊອກ​ຫາ
​ເຄື່ອງ​ທີ່ຊະ​ຊາຍ​ຢູ່​ໃນ​ເຮືອນຂອງທ່ານ​ວ່າ “ພວກ​ເຮົາ​ບໍ່​ຮູ້​ເລີຍ​ວ່າ​ແຜ​ນ​ຂອງ​ພວກ​ເຮົາ
​ແມ່ນ​ຫຍັງ. ພວກ​ເຮົາ​ຫາ​ກໍກັບມາ​ເບິ່ງເຮືອນ​ຊານເທື່ອ​ທຳ​ອິດ ວິເຄາະ​ເບິ່ງ ແລະຫວັງ
​ວ່າ ​ອາດມີ​ແຜນ​ໄລ​ຍະ​ຍາວ.”

ຊາວ​ເມືອງ​ຫາດ​ຊາຍ​ເມັກ​ຊິ​ໂກ​ອີກ​ຄົນ​ນຶ່ງ ໄດ້​ເບິ່ງ​ໄປ​ໃນ​ທາງ​ທີ່​ດີ. ​ທ່ານ​ສະ​ກັອ​ຕ ຄອ​ລ
ລິນ​ສ໌ ​ກ່າວວ່າ “ຂ້າ​ພະ​ເຈົ້າ​ມັກ​ຢູ່​ທີ່​ນີ້ ຕາ​ເວັນ​ຕົກ​ງາມຫຼາຍ ແລະ​ອ່າວ​ເມັກ​ຊິ​ໂກ​ເປັນ​
ບ່ອນ​ຫາ​ປາ​ດີທີ່​ສຸດ​ໃນ​ໂລກ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG