ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເສຍຊີວິດຂອງຜູ້ນໍາກຸ່ມ​ລັດອິສລາມ ບໍ່ໄດ້ຖືກມອງວ່າ ໄພຄຸກຄາມໄລຍະຍາວນັ້ນ ​ໄດ້ຫຼຸດລົງ


ສະມາຊິກກອງກໍາລັງພິເສດຂອງອີຣັກ ຂຶ້ນເຮືອບິນເຮລີຄັອບເຕີ້ ໃນການປະຕິບັດງານທາງທະຫານ "ເຈດຈໍານົງທີ່ໝັ້ນຄົງ" ເພື່ອຕໍ່ຕ້ານກຸ່ມກໍ່ການຮ້ອາຍລັດອິສລາມ ໃນຂົງເຂດທະເລຊາຍອັນບາ, ອີຣັກ, ວັນທີ 23 ເມສາ 2022.
ສະມາຊິກກອງກໍາລັງພິເສດຂອງອີຣັກ ຂຶ້ນເຮືອບິນເຮລີຄັອບເຕີ້ ໃນການປະຕິບັດງານທາງທະຫານ "ເຈດຈໍານົງທີ່ໝັ້ນຄົງ" ເພື່ອຕໍ່ຕ້ານກຸ່ມກໍ່ການຮ້ອາຍລັດອິສລາມ ໃນຂົງເຂດທະເລຊາຍອັນບາ, ອີຣັກ, ວັນທີ 23 ເມສາ 2022.

ບັນ​ດາເຈົ້າໜ້າທີ່ກອງທັບ ແລະ ການສືບລັບຂອງ ສະຫະລັດ ແມ່ນ​ໄດ້ລະມັດລະວັງ ກ່ຽວ​ກັບ ການຕັດລາຍຊື່ກຸ່ມລັດອິສລາມຢູ່ໃນ ອີຣັກ ແລະ ຊີເຣຍ ອອກ, ​ເຖິງແມ່ນຈະປະ​ສົບ​ຄວາມ​ລົ້ມ​ແຫຼວຫຼາຍ​ຄັ້ງ​ທີ່​ໄດ້​ເຮັດ​ໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ​ສູນ​ເສຍ​ພວກ​ນັກ​ລົບ​, ຜູ້​ນຳ​ອາ​ວຸ​ໂສ ແລະ ການທີ່ຈະເປັນຜູ້ ນໍາ ແລະຜູ້ນໍາປົກ​ຄອງທາງສາສະໜາ.

ການປະເມີນດັ່ງກ່າວນີ້ ມີຂຶ້ນບໍ່ຮອດນຶ່ງອາທິດ ລຸນຫຼັງກຸ່ມລັດອິສລາມ ທີ່ຍັງຮູ້ ໃນອີກຊື່ນຶ່ງວ່າ IS, ISIS ຫຼື ເດສ (Daesh), ໄດ້ປະກາດການເສຍຊີວິດ ຂອງ ອາບູ ອາລ-ຮຸສເຊນີ ອາລ-ກູຣາຊີ (Abu a]-Husseini al-Qurashi), ເຊິ່ງເປັນຜູ້ນໍາຂອງພວກກໍ່ການຮ້າຍນັບຕັ້ງແຕ່ເດືອນພະຈິກໃນປີແລ້ວນີ້.

ນອກຈາກນັ້ນ, ມັນຍັງມີຂຶ້ນເນື່ອງຈາກຄວາມສັບສົນກ່ຽວກັບວ່າ ອາບູ ອາລ-ຮຸດເຊນີ ມາເຖິງຈຸດສິ້ນສຸດລົງໄດ້ແນວໃດ.

ແຟ້ມຮູບ-ກອງກໍາລັງປະຊາທິປະໄຕຂອງຊີເຣຍ ດໍາເນີນການຄົ້ນຫາກຸ່ມຫົວຮຸນແຮງລັດອິສລາມ ໃນເມືອງ Hasaka, ຊີເຣຍ, ວັນທີ 23 ມັງກອນ 2022, ໃນພາບ ທີ່ຕັດອອກມາຈາກວີດີໂອ.
ແຟ້ມຮູບ-ກອງກໍາລັງປະຊາທິປະໄຕຂອງຊີເຣຍ ດໍາເນີນການຄົ້ນຫາກຸ່ມຫົວຮຸນແຮງລັດອິສລາມ ໃນເມືອງ Hasaka, ຊີເຣຍ, ວັນທີ 23 ມັງກອນ 2022, ໃນພາບ ທີ່ຕັດອອກມາຈາກວີດີໂອ.

ປະ​ເທດ ເທີກີ ທຳ​ອິດ​ໄດ້ກ່າວວ່າ ພວກເຂົາເຈົ້າ​ໄດ້ສັງຫານລາວ ໃນລະຫວ່າງ ການປະຕິບັດງານໃນຊ່ວງທ້າຍເດືອນເມສາແລ້ວນີ້, ແນວ​ໃດ​ກໍ່​ຕາມ, ເຈົ້າໜ້າທີ່ຂອງສະລັດ ແມ່ນບໍ່ເຄີຍຢືນຢັນຕໍ່ການກ່າວອ້າງດັ່ງກ່າວນີ້.

ກຸ່ມ IS, ເຊິ່ງຖືກຄິດວ່າໄດ້​ລໍ​ຖ້າການປະກາດນີ້, ໂດຍຖິ້ມ​ໂທດ​ໃສ່ ຮາຢັດ ຕາເຣຍ ອາລ-ຊາມ ຫຼື HTS ທີ່​ມີ​ຄວາມ​ສຳ​ພັນ​ກັບ​ກຸ່ມ ອາ​ລ-ໄກ​ດາ, ເຊິ່ງໄດ້ປະຕິເສດຕໍ່ການກ່າວຫາດັ່ງກ່າວນັ້ນຢ່າງວ່ອ​ງ​ໄວ.

ທັງສອງສະຖານະການອາດຖືກມອງວ່າເປັນການຊີ້ບອກວ່າ ​ການ​ຢູ່​ໃນ​ອຳ​ນາດ​ຂອງກຸ່ມ IS ແມ່ນກຳ​ລັງຫຼຸດ​ຖອຍລົງ, ແຕ່ເຈົ້າໜ້າທີ່ຂອງ ສະຫະລັດ ເຕືອນວ່າ ການສະຫຼຸບຂໍ້ຄວາມດັ່ງກ່າວນີ້ອາດໄວເກີນໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG