ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ ສືບສວນ ການເສຍຊີວິດ ຜູ້ນຳ ກຸ່ມລັດອິສລາມ ຈາກ ອິນໂດເນເຊຍ


ທ້າວ Abu Jandal ຜູ້ນຳກຸ່ມລັດອິສລາມອິນໂດເນເຊຍ ທີ່ປາກົດໂຕຢູ່ໃນວີດີໂອຢູທູບ ປີ 2014.
ທ້າວ Abu Jandal ຜູ້ນຳກຸ່ມລັດອິສລາມອິນໂດເນເຊຍ ທີ່ປາກົດໂຕຢູ່ໃນວີດີໂອຢູທູບ ປີ 2014.

ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ ກຳລັງ​ສືບສວນ​ກ່ຽວ​ກັບ​ລາຍ​ງານ​ການ​ເສຍ​ຊີວິດ​ຢູ່​ໃນ​ອີຣັກຂອງ​ເຈົ້າໜ້າ​ທີ່​ກຸ່ມ​ລັດ​ອິສລາມ ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ​ ຈາກ​ອິນໂດ​ເນ​ເຊຍ ທີ່​ໄດ້​ເຂົ້າຮ່ວມ​ການ​ສູ້ລົບ​ປ້ອງ​ກັນ​ທີ່​ໝັ້ນຂອງ​ພວກ​ຫົວ​ຮຸນ​ແຮງ ທີ່​ເມືອງ Mosul ​ໃນລະຫວ່າງ​ການ​ບຸກ​ໂຈມ​ຕີ​ຂອງ​ກອງກຳລັງ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະລັດ ​ເພື່ອ​ເຂົ້າຍຶດ​ເອົາ​ເມືອງ​ດັ່ງກ່າວ.

​ໂຄສົກ​ຂອງ​ຕຳຫຼວດ ທີ່​ນະຄອນ​ຈາ​ກາ​ຕ້າ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ້າວ Salim Mobarok al-Tamimin ຊຶ່ງ​ຮູ້​ກັນ ​ໃນ​ອີກ​ຊື່​ນຶ່ງ​ວ່າ Abu Jandal al-Ye- meni al Indonesi ນັ້ນ ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເສຍຊີວິດ​ໂດຍ​ພັນ​ລະ​ຍາ​ຂອງ​ຜູ້ກ່ຽວ ຢູ່​ໃນ​ອີຣັກແລະ​ພີ່​ນ້ອງຂອງ​ລາວທີ່​ເມືອງ Pasuruan ​ໃນ​ເຂດ​ Java ​ຕາ​ເວັນ​ອອກ. ທ້າວ Abu Jandal ທີ່​ເຈົ້າໜ້າທີ່​ເອີ້ນຜູ້ກ່ຽວ​ນັ້ນ ​ແມ່ນ​ພິຈາລະນາ​ກັນ​ວ່າ ​ເປັນ​ຜູ້​ເກັບ​ເກນ ​ຄົນ ສຳຄັນ​ໃຫ້​ແກ່​ກຸ່ມລັດອິສລາມ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

ຜູ້​ບັນຊາ​ການ​ຕຳຫຼວດ Boy Fafli Amar ກ່າວ​ທີ່​ນະຄອນ​ຈາ​ກາ​ຕ້າ​ວ່າ “ພວກ​ເຮົາ​ກຳລັງ​ພະຍາຍາມ​ຫາ​ທາງ​ທີ່​ຈະ​ນຳ​ເອົາ​ສົບ​ຂອງ​ຜູ້ກ່ຽວ​ກັບ​ຄືນ​ປະ​ເທດ.”

ອີງ​ຕາມ​ຂໍ້​ມູນ​ໃນ​ຂັ້ນຕົ້ນ ທີ່​ໄດ້​ຮັບ​ໂດຍ​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ນັ້ນ ທ້າວ Abu Jandal ຖືກ​ຂ້າ​ຕາຍ​ທີ່​ເມືອງ Mosul ​ໃນ​ວັນ​ເສົາ​ແລ້ວ. ​ແຕ່​ເຈົ້າໜ້າ​ທີ່​ຍັງ​ບໍ່​ທັນລົງ​ຄວາມ​ເຫັນ​ກ່ຽວ​ກັບ​ສາ​ເຫດ​ທີ່​ພາ​ໃຫ້​ຜູ້ກ່ຽວ​ຕາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG