ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Deanna Pak ນາງເອກສາວ ເຊື້ອສາຍລາວ ໃນເລື້ອງ Prom Ride ຂອງ Hollywood


ເດຍແອນນາ ພຣະແກ້ວວິໄລ ຫຼື Deanna Pak
ເດຍແອນນາ ພຣະແກ້ວວິໄລ ຫຼື Deanna Pak

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ແລະ​ຍິນ​ດີຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ຊີວິດ​ຊາວ​ລາວຂອງ VOA ທີ່​ໄດ້​ນໍາ​ເລື່ອງ​ລາວ​ຂອງ​ຊາວ​ລາວ​ໃນ​ທົ່ວໂລກ ​ມາ​ສະເໜີທ່ານ​ຜູ້​ຟັງ
ເປັນປະຈຳໃນທຸກໆວັນພະຫັດ ມື້ນີ້ຈະນຳສະເໜີກ່ຽວກັບນັກສະແດງວົງການພາບພະຍົນ ກໍຄືວົງການຮູບເງົາ Hollywood ຊຶ່ງເປັນວົງການບັນເທີງທີ່ໂດ່ງດັງກ້ອງໂລກ ແລະເປັນ
ທີ່ໝາຍປອງຂອງຫຼາຍຄົນ ທີ່ຢາກຈະມາເປັນດາລາ ມີບົດບາດໃນວົງການພາບພະຍົນນີ້.

ຄ່ຳຄືນນີ້ ກໍຖືວ່າພິເສດແດ່ ເພາະວັນນະ​ສອນ​ໄດ້​ສໍາພາດ ກັບນາງເອກສາວ ລາວ-ອາເມຣິ
ກັນ Deanna Phakeovilay ແຕ່ໃຊ້ຊື່ໃນວົງການວ່າ Deanna Pak ເພື່ອໃຫ້ງ່າຍ
ໃນການເອີ້ນຂານກັນ. Deannເປັນລູກຫຼານຂອງປະຊາຄົມລາວທີ່ເກີດແລະເຕີບໂຕ
ໃນເມືອງ Oakland, Californiaໃນທ້າຍປີ 1988 ພຸ້ນ ຊຶ່ງ Deanna ໂອ້ລົມກັບ VOA ເຖິງຄອບຄົວແລະເບື້ອງຫຼັງຄວາມເປັນມາໃຫ້ພວກເຮົາຟັງວ່າ:

Deanna Pak
Deanna Pak

ລິງໂດຍກົງ

Deanna ມັກຮັກ ໃນການຮ້ອງລຳທຳເພງມາຕັ້ງແຕ່ເຍົາໄວ ຊຶ່ງກໍ
ບໍ່ແມ່ນເລື້ອງງ່າຍທີ່ຈະໃຫ້ບໍ່ແມ່ເຂົ້າໃຈແລະຍອມຮັບຂອງລູກ,
ແຕ່ພວກເພິ່ນກໍຍອມ ແລະໃຫ້ Deanna ໄດ້ເຮັດ ໄດ້ຟ້ອນ
ໄດ້ທົດລອງ ເບິ່ງ ຊຶ່ງ Deanna ບອກວ່າເລີ້ມຮຽນເຕັ້ນຮ່ວມ
ສະໄໝ ballet dance, hip-hop, modern dance
ຕາມສະໄຕໄວລຸ້ນ Deanna ຈະມັກຮຽນພິເສດຫຼັງຈາກເລີກຮຽນຈົນມາຮອດອາຍຸ 16 ປີ ຕອນຢູ່ມັດທະຍົມປາຍ ໄດ້ລົງບັນຈຸໃນໂຄງການສະແດງ Performing Art Academy ແລ້ວໃນທີ່ສຸດ​ກໍໄດ້ຖືກເລືອກເຂົ້າໃນການສະແດງຂອງໂຮງຮຽນ ຊຶ່ງ Deanna ເລົ່າໃຫ້
ຟັງວ່າ:

ລິງໂດຍກົງ

ເຖິງແມ່ນວ່າ Deanna ຈະມັກຮັກໃນການຮ້ອງລຳທຳເພງ ການສະແດງອອກ ກໍຕາມ ແຕ່ກໍບໍ່ເຄີຍເຮັດໃຫ້ເສຍການຮຽນ ຕັ້ງໜ້າ ຕັ້ງຕາຮຽນຈົນໄດ້ເຂົ້າມະຫາວິທະຍາໄລ
ຂອງລັດ California ທີ່ UC Santa Barbara ສາຂາປັດສະຍາ ແລະ Performing Arts ຊຶ່ງ Deanna ບອກວ່າ ຂໍຮຽນຈົບໄດ້ປລິນຍາໄວ້ໃຫ້ພໍແມ່ ໄດ້ຊື່ນຊົມກ່ອນ ແລ້ວກໍ
ຈະຕາມຫາຝັນຂອງຕົວເອງ ລົງປະກວດນາງງາມ Miss California ນໍາ ເຂົ້າຮອບ 50 ຄົນ ແລະເຮັດ music viedo, ໂຄສະນາ ນັ້ນນີ້ ຫາເງິນພິເສດຕ່າງໆນາໆ ທ້ອນເງິນ
ເພື່ອທີ່ຈະຍ້າຍເຂົ້າມາຢູ່ Hollywood ເພື່ອໃຫ້ໃກ້ກັບເສັ້ນທາງສູ່ດວງດາວຂອງນາງ ຊຶ່ງ Deanna ເລົ່າຕໍ່ໄປວ່າ:

ລິງໂດຍກົງ

ເສັ້ນທາງສູ່ດວງດາວຂອງສາວນ້ອຍ Deanna ນັ້ນ​ແມ່ນ​ບໍ່​ໄດ້​ມາ​ຢ່າງ​ງ່າຍດາຍ ນາງ​ຈະ​ຕ້ອງ​ຜ່ານ​ຜ່າ​ອຸບປະສັກ ​ແຂ່ງຂັນກັບນັກສະ​ແດງ ຄົນ​ອື່ນ ​ໃນ​ແຕ່​ລະ​ຄັ້ງ​ທີ່​ຈະ​ໄດ້​ຮັບ​ບົດເປັນ​ນັກສະ​ແດງ​ເອກໃນ​ຮູບ​ເງົາ​ເລື້ອງ​ນຶ່ງ​ ຊຶ່ງ Deanna ​ເລົ່າ​ສູ່​ຟັງ​ວ່າ ຕອນ​ມາ​ຢູ່ນະຄອນ Los Ange-
les ​ໃໝ່​ນັ້ນ ບໍ່​ມີ​ຜູ້​ຈັດການ ທຸກ​ສິ່ງ​ຢ່າງ​ກໍ​ຕ້ອງ​ເຮັດ​ດ້ວຍ​ຕົວເອງ ​ໄປ casting ຫຼື​ໄປ​ສະ​ແດງ​ເພື່ອໃຫ້ຜູ້​ກຳກັບ​ຄັດ​ເລືອກ​ເອົາ​ເປັນ​ຕົວ​ລະຄອນ​ໃນ​ເລື້ອງ, ​ພ້ອມ​ດຽວ​ກັນ​ນີ້ Deanna ຍັງເຮັດ​ວຽກ​ປະ​ຈຳ​ເປັນສາວ​ເສີ​ບຮັບ​ແຂກ​ແດ່ ​ແລະ​ວຽກ​ອື່ນ​ໆ ​ເພື່ອ​ຈະ​ໃຫ້ຢູ່​ໄດ້ຈົນ​ມາ​ມື້​ນີ້
​ໄປ​ສະໝັກ​ casting ​ໃນເລື້ອງ Prom Ride ຊຶ່ງ​ກໍ​ໄດ້​ຄັດ​ເລືອກ​ຈາກຜູ້​ຄົນ​ຈຳນວນ​ຫຼວງ​ຫຼາຍ ກັບ​ຄືນ​ໄປ ກັບຄືນ​ມາ ​ເອົາບົດ​ໄປ​ສ້ອມ ກັບ​ໄປມາ 2-3 ຄັ້ງ ຈົນ​ໃນ​ທີ່​ສຸດ​ຖືກ​ເລືອກ​ເປັນ​ນາງ​ເອກ​ຂອງ​ເລື້ອງນີ້ ຊຶ່ງ Deanna ​ເລົ່າ​ເຖິງ​ຂັ້ນ​ຕອນ​ຕ່າງໆໃຫ້​ຟັງ​ແລະ​ວ່າ ລາວ​ເຕີບ​ໂຕ​ເປັນ​ຜູ້​ໃຫຍ່​ຂຶ້ນ​ຫຼາຍ​ ຈາກ​ປະ​ສົບການຕ່າງໆ​ຈົນ​ກວ່າ​ຈະ​ມາ​ຮອດ​ມື້​ນີ້.​ Deanna ​ໄດ້​ຮຽນ​ຮູ້​ຈາກ​ປະສົບ​ການ​ທີ່​ໄດ້​ຮຽນ​ສະ​ສົມ​ມາ ​ແລະ​ກໍ​ພູມ​ໃຈ​ໃນຄວາມ​ມີ​ຮາ​ກ​ເຫງົ້າ​ມາ​ຈາກ​ລາວ ມີ​ວັດທະນະທຳທີ່​ງົດ​ງາມ ​ໄດ້​ຮັບ​ຄວາມ​ສະໜັບສະໜຸນຈາກ​ຄອບຄົວ ​ ພໍ່​ແມ່ ພີ່ນ້ອງ ​ແລະ​ວ່າ​ມື້​ນຶ່ງ Deanna ຈະ​ໄປ​ເຖິງ​ດວງ​ດາວ​ໃຫ້​ໄດ້ ​ແລະ​ວ່າ​ຖ້າ​ຫາກນາງ​ໄດ້​ເຂົ້າ​ໄປ​ຮອດ​ທີ່​ສູງ​ສຸດແລ້ວ ນາງ​ກໍ​ຢາກ​ຈະ​ຊ່ອຍ​ເຫຼືອ​ສັງຄົມ ຊ່ອຍ​ເຫຼືອ ພວກ​ແມ່ຍິງ​ທີ່​ຖືກ​ເອົາ​ລັດ​ເອົາ​ປຽບ ຝາກເຖິງພວກນ້ອງໆຄົນລາວຮຸ່ນໃໝ່ ໄດ້ໄຕ້ເຕົ້າຕາມຫາຝັນຂອງຕົວເອງ
ຊຶ່ງ Deanna ກ່າວ​ສະ​ລຸ​ບວ່າ

ລິງໂດຍກົງ

ນັ້ນ​ແມ່ນ​ບາງ​ຕອນ​ຂອງ​ພາບພະ​ຍົນ​ເລື້ອງ Prom Ride ທີ່​ຖ່າ​ຍທຳ​ເສັດ​ຮຽບຮ້ອຍ​ໄປແລ້ວ ​ເປັນ​ພາບພະຍົນ ​ແນວສະ​ຍອງ​ຂັວນ ຊຶ່ງ​ດາ​ລາ​ໜ້າ​ໃໝ່ຂອງ​ວົງ​ການ Deanna Pak ຮັບ​ບົດ​ເປັນ​ສາວ​ເອ​ເຊຍ ​ແລະ​ວ່າ​ເລື້ອງ Prom Ride ຈະຕື່ນ​ເຕັ້ນ​ໜ້າ​ຕິດຕາມ​ຂະໜາດ​ໃດ​ນັ້ນ ພວກ​ເຮົາ​ຄົງ​ຈະ​ຕ້ອງ​ລໍຖ້າ​ຮັບ​ຊົມ​ກັນ ​ໃນ​ລະດູບານ​ໃໝ່ ທີ່​ພ້ອມ​ຈະ​ອອກ​ສາຍ​ທົ່ວ​ປະ​ເທດ.

XS
SM
MD
LG