ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ລົງ​ນາມ ໃນ​ຮ່າງ​ກົດ​ໝາຍ ​ເພື່ອໃຫ້​ເປີດ ​ລັ​ດ​ຖະ​ບານຄືນ 3 ອາ​ທິດ


Trump Endorses Spending Deal Ending Partial Government Shutdown
please wait

No media source currently available

0:00 0:02:51 0:00

ການ​ປິດ​ລັດ​ຖ​ະ​ບານ ທີ່​ດົນ​ນານ​ທີ່​ສຸດ ໃນ​ປະ​ຫວັດ​ສາດ ສ​ຫລ ໄດ້​ສິ້ນ​ສຸດ​ລົງ ໃນ​ວັນ​ສຸກວານນີ້ ເວ​ລາ​ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ໄດ້​ເລື່ອນ​ເວ​ລາ ການ​ຂໍ​ທຶນ ເພື່ອ​ສ້າງ​ກຳ​ແພງ​ຊາຍ​ແດນ ກັບ​ເມັກ​ຊິ​ໂກ ໂດຍ​ໄດ້​ລົງ​ນາມ ໃນ​ຮ່າງ​ກົດ​ໝາຍ ການ​ໃຊ້​ຈ່າຍ ເພື່ອ​ເປີດ​ລັດ​ຖະ​ບານ​ຄືນ 3 ອາທິດ

ອົງ​ການບໍ​ລິ​ຫານ​ຄຸ້ມ​ຄອງ​ແລະ​ງົບ​ປະ​ມານ​ຂອງ​ສະ​ຫະ​ລັດ ທີ່​ເອີ້ນ​ຫຍໍ້​ວ່າ OPM ໄດ້​ສົ່ງ ບັນ​ທຶກ​ສະ​ບັບ​ນຶ່ງ​ໄປ​ຫາກະ​ຊວງແລະພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານກາງ ທີ່​ພວມ​ປິດ​ຢູ່ນັ້ນ ​ເພື່ອ​ແຈ້ງໃຫ້​ພວກ​ເຂົາ​ເຈົ້າ​ຊາບ​ວ່າກະ​ຊວງ​ແລະ​ພະ​ແນກ​ການ​ຂອງ​ພວກ​ເຂົາ​ເຈົ້າແມ່ນ​ໄດ້ເປີດ​ຄືນ​ແລ້ວ ແລະ​ພວກ​ພະ​ນັກ​ງານສາ​ມາດ​ກັບ​ຄືນ​ໄປ​ເຮັດ​ວຽກ​ໄດ້.

ບັນ​ທຶກ​ສະ​ບັບ​ນີ້ ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ແລະ​ພະ​ແນກ​ການ​ຕ່າງໆ “ເປີດ​ຫ້ອງ​ການ​ຄືນ​ໃນ​ທັນ​ທີ ແລະ​ດ້ວຍ​ຄວາມ​ເປັນ​ລະ​ບຽບ.”

ບັນ​ທຶກ​ຍັງ​ກ່າວ​ອີກວ່າ ອົງ​ການ OPM ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ການ “ໃຫ້​ຄວາມ​ຮ່ວມ​ມື ແລະ​ຄວາມ​ພະ​ຍາ​ຍາມ​ຕ່າງໆ ໃນ​ລະ​ຫວ່າງ​ ໄລ​ຍະ​ເວ​ລາ​ທີ່​ຫຍຸ້ງ​ຍາກ” ຂອງ​ການ​ປິດ​ລັດ​ຖະ​ບານນີ້.

ກ່ອນ​ໜ້ານັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍ​ການ​ໃຊ້​ຈ່າຍ​ເປັນ​ເວ​ລາສາມ​ອາ​ທິດ​ເຮັດ​ໃຫ້​ການ​ປິດ​ລັດ​ຖ​ະ​ບານ​ເປັນ​ເວ​ລາ​ດົນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ ສິ້ນ​ສຸດ​ລົງ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຢູ່​ທີ່​ສວນດອກ​ກຸ​ຫຼາບ​ຂອງ​ທຳ​ນຽບ​ຂາວ​ວ່າ “ຫຼັງ​ຈາກ 36 ມື້ ໃນ​ການ​ອະ​ພິ​ປາຍ​ແລະ​ການ​ເຈ​ລະ​ຈາຢ​່າງເອົາ​ຈິງ​ເອົາ​ຈັງ​ແລ້​ວ ຂ້າ​ພະ​ເຈົ້າມອງ​ເຫັນ​ວ່າ ພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີ​ພັບ​ບ​ລີ​ກັນ ແມ່ນ​ເຕັມ​ໃຈ ​ທີ່​ຈະ​ປະ​ເລື້ອງພັກ​ເລື້ອງ​ຝ່າຍ ໄວ້​ທາງ​ຂ້າງ ຂ້າ​ພະ​ເຈົ້າ​ຄິດ​ ແລະ​ເຫັນ​ແກ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ມາ​ກ່ອນ​ອື່ນ​ໝົດ. ນີ້​ແມ່ນ​ໂອ​ກາດ​ສຳ​ລັບ​ທຸກໆ​ພັກ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອຜົນ​ປ​ະ​ໂຫຍດ ແລະ​ຄວາມ​ສວຍ​ງາມ​ຂອງ​ປະ​ເທດນີ້.”

ມາ​ຮອດ​ຕອນ​ແລງ​ຂອງວັນ​ສຸກວານນີ້ ທັງ​ສະ​ພາ​ສູງ​ແລະ​ສະ​ພ​າ​ຕ່ຳ ຕ່າງ​ກໍ​ໄດ້​ໃຫ້​ການ​ອະ​ນຸ​ມັດ ຕໍ່​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ຊຶ່ງ​ຫລັງ​ຈາກນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ກໍໄດ້​ເຊັນ​ຮັບ​ເອົາ.

ຮ່າງ​ກົດ​ໝາຍ​ ທີ່ໃຫ້​ທຶນ​ສຳ​ລັບ​ການ​ບໍ​ລິ​ຫານ​ງານ​ລັດ​ຖະ​ບານ​ໄປ​ຈົນ​ຮອດ​ວັນ​ທີ 15 ກຸມ​ພານັ້ນ ບໍ່​ໄດ້​ຮວມ​ເງິນທຶນ​ເພື່ອ​ສ້າງ​ກຳ​ແພງ ທີ່​ທ່ານ​ທ​ຣຳ​ໄດ້​ສະ​ເໜີ ຢູ່​ໃນເຂດ​ຊາຍ​ແດນ​ ສະ​ຫະ​ລັດຕິດ​ກັບ​ເມັກ​ຊິ​ໂກ. ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ວ່າ ຄະ​ນະ​ກຳມະ​ການ​ຂອງ​ທັງ​ສອງ​ພັກ ຈະ​ມີ​ການ​ສ້າງ​ຕັ້ງ​ຂຶ້ນ ເພື່ອຊັ່ງ​ຊາ​ຕີ​ລາ​ຄາ​ເບິ່ງເລື້ອງຄວາມປອດ​ໄພ​ຊາຍ​ແດນ ແຕ່​ບໍ່​ຄື​ກັນ ​ກັບ​ການ​ກ່າວ​ອ້າງ​ໃນ​ເມື່ອ​ກ່ອນ ທ່ານ​ບໍ່​ໄດ້ຂໍ​ຮ້ອງ​ ໃຫ້​ສ້າງ​ກຳ​ແພງ​ຊີ​ມັງ ຢູ່​ຕາມ​ຊາຍ​ແດນ​ທັງ​ໝົດ ທີ່​ຕິດ​ກັບ​ເມັກ​ຊິ​ໂກ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ທີ່​ສວນ​ກຸ​ຫຼາບ ຂອງ ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 25 ມັງ​ກອນ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ທີ່​ສວນ​ກຸ​ຫຼາບ ຂອງ ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 25 ມັງ​ກອນ 2019.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າ​ວ​ວ່າ “ພວກ​ເຮົາ​ບໍ່​ຕ້ອງ​ການ​ກຳ​ແພງ​ຊີ​ມັງ 2,000 ໄມ​ ແຕ່​ທະ​ເລ​ກ້ຳ​ນຶ່ງໄປ​ຫາ​ທະ​ເລ​ອີກ​ກ້ຳ​ນຶ່ງ. ພວກ​ເຮົາ​ບໍ່​ເຄີຍ​ສະ​ເໜີ​ເລື້ອງ​ດັ່ງ​ກ່າວ.”

ການ​ປະ​ກາດ​ດັ່ງ​ກ່າວນີ້ ມີ​ຂຶ້ນ​ໃນ​ມື້​ທີ 35 ຂ​ອງ​ການ​ປິດ​ລັດ​ຖະ​ບານ ຊຶ່ງ​ພະ​ນັກງານ​ຂອງ​ລັດ​ຖະ​ບານ​ກາງ ​ປະ​ມານ 800,000 ຄົນ ບໍ່​ໄດ້​ຮັບ​ເຊັກ​ຄ່າ​ຈ້າງ​ຂອງ ພວກ​ເຂົາ​ເຈົ້າ ເປັນ​ເທື່ອ​ທີ​ສອງ​ລຽນ​ຕິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG