ນາຍຄູທັງຫຼາຍໃນນະຄອນ ລອສ ແອນເຈີລິສ ໄດ້ບັນລຸຂໍ້ຕົກລົງກັບບັນດາເຈົ້າໜ້າທີ່
ໂຮງຮຽນ ເພື່ອສິ້ນສຸດການປະທ້ວງນັດຢຸດງານດົນເປັນອາທິດ ໃນເມືອງທີ່ມີໂຮງຮຽນ
ລັດໃຫຍ່ເປັນອັນດັບສອງຂອງປະເທດ.
ນາຍຄູປະມານ 30,000 ຄົນໃນໜ່ວຍໂຮງຮຽນລັດປະຈຳເຂດນະຄອນ ລອສ ແອນ
ເຈີລິສ ໄດ້ຍ່າງອອກຈາກວຽກໃນວັນທີ 14 ມັງກອນທີ່ຜ່ານມາ ເພື່ອຮຽກຮ້ອງຄ່າຈ້າງ
ທີ່ສູງຂຶ້ນ, ຫຼຸດຂະໜາດຫ້ອງຮຽນໃຫ້ນ້ອຍລົງ ແລະ ເພີ່ມພະນັກງານໜູນຫຼັງ. ເຂົາເຈົ້າ
ຈະກັບຄືນໄປສອນໃນວັນພຸດມື້ນີ້.
ເຈົ້າຄອງນະຄອນ ລອສ ແອນເຈີລິສ ທ່ານ ເອຣິກ ກາເຊັດຕີ ໄດ້ກ່າວໃນວັນອັງຄານ
ວານນີ້ວ່າ “ຂ້າພະເຈົ້າພູມໃຈທີ່ຈະປະກາດວ່າ, ໃນລະຫວ່າງລໍຖ້າການຮັບຮອງໂດຍ
ພວກນາຍຄູນັ້ນ, ພວກເຮົາໄດ້ມີຂໍ້ຕົກລົງທີ່ຈະອະນຸດຍາດໃຫ້ບັນດານາຍຄູຂອງພວກ
ເຮົາ ກັບຄືນໄປເຮັດວຽກຢູ່ໂຮງຮຽນຕ່າງໆມື້ອື່ນ.”
ບັນດາເຈົ້າໜ້າທີ່ເວົ້າວ່າ ຂໍ້ຕົກລົງລວມມີການຂຶ້ນຄ່າຈ້າງ 6 ເປີເຊັນ ແລະ ສັນຍາທີ່
ຈະຫຼຸດຂະໜາດຫ້ອງຮຽນໃນ 4 ປີ. ໂຮງຮຽນລັດປະຈຳເຂດຍັງຈະເພີ່ມຜູ້ຈັດການຫ້ອງ
ສະໝຸດ, ຜູ້ໃຫ້ຄຳປຶກສາ ແລະ ນາງພະຍາບານ.
ຄຳຕຳໜິຫຼັກຂອງພວກນາຍຄູແມ່ນ ຫ້ອງຮຽນຕ່າງໆໃນໂຮງຮຽນລັດປະຈຳເຂດນັ້ນ
ແມ່ນໃຫຍ່ໂພດ, ແລະ ວ່າບາງເທື່ອນັກຮຽນບໍ່ມີຮອດໂຕະຮຽນຫນັງສື, ເຮັດໃຫ້ເຂົາ
ເຈົ້າຕ້ອງນັ່ງຢູ່ພື້ນ ຫຼື ຂອບປ່ອງຢ້ຽມ.
ໂຮງຮຽນລັດປະຈຳເຂດມີນັກຮຽນປະມານ 600,000 ຄົນໃນໂຮງຮຽນອະນຸບານຮອດ
ຫ້ອງ 12.
ການປະທ້ວງນັດຢຸດງານຂອງພວກນາຍຄູໄດ້ຮັບການສະໜັບສະໜູນຢ່າງກວ້າງ
ຂວາງຈາກພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນຫຼາຍສິບພັນຄົນ ຜູ້ທີ່ໄດ້ເຂົ້າຮ່ວມໃນການ
ປະທ້ວງນັ້ນ. ໂຮງຮຽນລັດປະຈຳເຂດໄດ້ຖືກເປີດໄວ້ ໂດຍບໍ່ມີພະນັກງານອາສາສະ
ໝັກ, ຜູ້ບໍລິຫານ ແລະ ຜູ້ຊ່ວຍຫ້ອງຮຽນຈັກຄົນ.