ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ຂໍ້ຕົກລົງ ກ່ຽວກັບ ຄົນເຂົ້າເມືອງ ຍັງມີ ບັນຫາ ຫຍຸ້ງຍາກ


ປ. ດໍໂນລ ທຣໍາ ກຳລັງຂຶ້ນເຮືອບິນ Air Force One ເດີນທາງໄປ ລັດຊີນຊິນເນຕີ ເພື່ອສົ່ງເສີນນະໂຍບາຍ ການເກັບພາສີຂອງທ່ານ.

ຍັງເຫຼືອເວລາອີກສາມ​ມື້​ ​ກ່ອນທີ່​ທຶນລັດຖະບານ​ສະຫະລັດຈະ​ໝົດ​ລົງ​ອີກ​ເທື່ອ​ນຶ່ງ ຫົນ
ທາງຂອງ​ຂໍ້​ຕົກລົງ​ກ່ຽວກັບຄົນ​ເຂົ້າ​ເມືອງ​ຍັງ​ບໍ່​ສາມາດບັນລຸກັນ​ໃນ​ວັນ​ຈັນ​ວານ​ນີ້ ດ້ວຍ
​ການ​ປະຕິ​ເສດ​ ຂອງ​ປະທານາທິບໍດີ ດໍ​ໂນ​ລ ​ທຣໍາ ຕໍ່ອົງປະກອບຫລັກ​ຂອງ​ຂໍ້ສະ​ເໜີ
ຈາກ​ທັງ​ສອງພັກ ເພື່ອດຳເນີນການຢູ່ໃນ​ສະພາ​ສູງນັ້ນ.

“ຂໍ້​ຕົກລົງ​ໃດໆ​ກ່ຽວ​ກັບພວກເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ຫຼື DACA ທີ່​ບໍ່​
ຮວມຢູ່​ນຳ​ການ​ຮັກສາ​ຊາຍ​ແດນ​ທີ່​ເຂັ້ມ​ແຂງ ​ແລະ​ຄວາມ​ຢາກ​ໄດ້​ກຳ​ແພງ​ຢ່າງ​ແຮງ​ກ້າ​
ນັ້ນ ​ເປັນ​ເລື້ອງທີ່​ເສຍ​ເວ​ລາ​ທັງ​ໝົດ” ທີ່ປະທານາທິບໍ​ດີ​ທຣໍາ ຂຽນ ຂໍ້ຄວາມຂຽນ​ລົງ​ໃນ
​ທວິດ​ເຕີ​ ​ເວົ້າ​ຄືນ​ເຖິງ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ ເພື່ອ​ໃຫ້​ຮັບ​ຮູ້​ຫົນທາງ​ໄປ​ສູ່​ການ​ເປັນ​ສັນ
ຊາດ ​ແກ່​ພວກ​ຊາວ​ໜຸ່ມ​ຫລາຍ​ພັນ​ຄົນ ​ທີ່​ໄດ້ຖືກ​ນຳ​ເຂົ້າ​ມາໃນສະ​ຫະລັດ ​ແບບຜິດ​ກົດ
ໝາຍ​ໃນ​ເວລາ​ເຂົາ​ເຈົ້າຍັງເປັນ​ເດັກນ້ອຍຢູ່.

“ພວກ​ເຮົາ​ສ້າງ​ກຳ​ແພງ. ​ເຊື່ອ​ຂ້າພະ​ເຈົ້າ​ໂລດ ພວກ​ເຮົາ​ສ້າງ​ກຳ​ແພງ” ປະທາ ນາທິບໍ
ດີ ​ຕໍ່​ມາໄດ້​ເນັ້ນ​ໜັກ​ລະຫວ່າງການກ່າວ​ຄຳ​ປາ​ໄສ ​ຢູ່​ລັດ​ໂອ​ຮາ​ຍ​ໂອ​ວ່າ “ພວກ​ທີ່​ບໍ່​ຢາກ
​ຮັກສາ​ຄວາມ​ປອດ​ໄພ​ຢູ່​ຊາຍ​ແດນ​ພາກ​ໃຕ້ ຫລື​ຢູ່​ຊາຍ​ແດນ​ໃດໆ​ນັ້ນແມ່ນ​ພວກ​ເດ​ໂມ​
ແຄຣັດ."

ປະທານາທິບໍດີ​ທຣໍາກ່າວ​ອອກ​ມາ ​ໃນ​ຂະນະ​ທີ່​ສະມາຊິກ​ສະພາ​ສູງ ທ່ານ​ຈອນ ​ແມັກ​
ເຄນ ຈາກ​ລັດ​ອາຣີ​ໂຊ​ນາ ​ແລະ​ສະມາຊິກ​ສະພາ​ສູງສັງກັດພັກ​ເດ​ໂມ​ແຄຣັດ ທ່ານຄຣິສ
ຄູນ​ສ ຈາກ​ລັດ​ເດລາ​ແວ​ ​ໄດ້​ເປີດ​ເຜີຍ​ຂໍ້​ສະ​ເໜີອະນຸມັດຖານະ​ທີ່ຖືກ ຕ້ອງ​ຕາມ​ກົດໝາຍ
​ໃຫ້​ແກ່ພວກເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ຫລື DACA ທີ່​ເປັນ​ໂຄງການ​ຂອງ​ລັດຖະບາ​ນປະທານາທິບໍດີບາ​ຣັກ ​ໂອ​ບາ​ມາ ທີ່​ທ່ານ​ທຣໍາ​ ​ກຳນົດ​ໃຫ້ໝົດອາຍຸລົງ ໃນ​
ທ້າ​ຍ​ເດືອນ​ໜ້າ​ນີ້.

ສະມາຊິກສະພາສູງ ທ່ານຈອນ ແມັກເຄນ ພັກຣີພັບບລິກັນ ຈາກລັດອາຣີໂຊນາ ກ່າວຕໍ່ບັນດານັກຂ່າວ ທີ່ລັດຖະສະພາ ນະຄອນຫລວງ ວໍຊິງຕັນ ວັນທີ 31 ຕຸລາ 2017.
ສະມາຊິກສະພາສູງ ທ່ານຈອນ ແມັກເຄນ ພັກຣີພັບບລິກັນ ຈາກລັດອາຣີໂຊນາ ກ່າວຕໍ່ບັນດານັກຂ່າວ ທີ່ລັດຖະສະພາ ນະຄອນຫລວງ ວໍຊິງຕັນ ວັນທີ 31 ຕຸລາ 2017.

ຮ່າງ​ກົດໝາຍ​ສອງ​ພັກ ທີ່​ໃຫ້ການສະໜັບສະໜູນຕໍ່ການ​ຮັກສາ​ຊາຍ​ແດນ ​ແຕ່​ຕ້ອງ​ໄດ້
​ສຶກສາ​ເພື່ອ​ພິຈາລະນາຫາ​ວິທີ​ທາງ​ທີ່​ໄດ້ຜົນ​ທີ່​ສຸດ​ທີ່ຈະດຳເນີນການດັ່ງກ່າວ ໂດຍ​ບໍ່ໄດ້
​ຕັດສິນ​ໃຈຕໍ່ການສ້າງ​ກຳ​ແພງ​ຊາຍ​ແດນຫລື​ໃຫ້​ທຶນ​ໃນ​ທັນທີ​ແກ່​ການສ້າງກຳແພງ ​ໃນ​
ຂະນະ​ທີ່​ປະທານາທິບໍດີ​ທຣໍາຮຽກຮ້ອງ. ໂດຍການຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ໃຫ້​ບັນລຸ “ການ​
ຄວບ​ຄຸມ​ປະ​ຕິບັດ​ງານ” ຕໍ່ຊາຍ​ແດນ​ຂອງ​ສະຫະລັດ ພາຍ​ໃ​ນປີ 2020 ​ຮ່າງ​ກົດໝາຍ
ຊຶ່ງມີການສະເໜີດັ່ງກ່າວ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງຮ່າງກົດໝາຍຂອງ​ສະພາ​ຕໍ່າ
ທີ່​ມີ​ຜູ້ຮ່ວມສະເໜີຈາກທັງສອງພັກ​ຫລາຍ​ສິບ​ຄົນ​ນັ້ນ.

ສະມາຊິກສະພາສູງ ທ່ານດິກ ເດີບິນ ພັກເດໂມແຄຣັດ ຈາກລັດອິລີນອຍ ໂອ້ລົມກັບ ນັກຮຽນການແພດ ນາງອາເລຈັນດຣາ ດູຣານ ຈາກນະຄອນຊິຄາໂກ.
ສະມາຊິກສະພາສູງ ທ່ານດິກ ເດີບິນ ພັກເດໂມແຄຣັດ ຈາກລັດອິລີນອຍ ໂອ້ລົມກັບ ນັກຮຽນການແພດ ນາງອາເລຈັນດຣາ ດູຣານ ຈາກນະຄອນຊິຄາໂກ.

ບັນດາ​ກຸ່ມປົກປ້ອງ​ສິດທິ​ຄົນ​ເຂົ້າ​ເມືອງ​ ໄດ້​ສັນ​ລະ​ເສີນ​ຂໍ້​ສະ​ເໜີ​ທີ່​ມີ​ຂອບ​ເຂດ​ຈຳກັດ
ໂດຍກ່າວ​ວ່າ​ ຮ່າງ​ກົດໝາຍ​ທີ່​ເພັ່ງເລັງໃສ່ເລື້ອງ DACA ຄວາມ​ປອດ​ໄພ ຊາຍ​ແດນມີ
​ໂອ​ກາດ​ ທີ່ຈະມີ​ການ​ຮັບຜ່ານ​ຢູ່ລັດຖະສະພາ ​ຫລາຍ​ກວ່າຮ່າງ​ກົດ ໝາຍໃນຂອບ
ເຂດທີ່ກວ້າງຂວາງ ທີ່​ກ່າວ​ເຖິງ​ພວກຄົນເຂົ້າເມືອງຢ່າງຖືກ​ຕ້ອງ ​ແລະ​ບໍ່ຖືກຕ້ອງຕາມ
​ກົດໝາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG