ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸຮ້າຍແຮງຫຼາຍຫົວ ສັງຫານຢ່າງໜ້ອຍ 4 ຄົນໃນລັດເທັກຊັສ, ເຮັດໃຫ້ເຮືອນ 900,000 ຫຼັງ ບໍ່ມີໄຟຟ້າ


ຕຶກຫຼັງນຶ່ງໄດ້ຮັບຄວາມເສຍຫາຍ ທີ່ໄດ້ສະແດງໃຫ້ເຫັນພາຍຫຼັງຈາກພາຍຸຟ້າຮ້ອງທີ່ຮ້າຍແຮງ ພັດຜ່ານ ໃຈກາງເມືອງຂອງນະຄອນຮີວສຕັນ, ວັນທີ 16 ພຶດສະພາ 2024.
ຕຶກຫຼັງນຶ່ງໄດ້ຮັບຄວາມເສຍຫາຍ ທີ່ໄດ້ສະແດງໃຫ້ເຫັນພາຍຫຼັງຈາກພາຍຸຟ້າຮ້ອງທີ່ຮ້າຍແຮງ ພັດຜ່ານ ໃຈກາງເມືອງຂອງນະຄອນຮີວສຕັນ, ວັນທີ 16 ພຶດສະພາ 2024.

ພາຍຸຝົນຟ້າຫຼາຍໜ່ວຍທີ່ເຄື່ອນຕົວຢ່າງວ່ອງໄວ ໄດ້ພັດຖະຫຼົ່ມເຂົ້າພາກຕາເວັນອອກສຽງໃຕ້ຂອງລັດເທັກຊັສໃນວັນພະຫັດວານນີ້ ເຊິ່ງເປັນຄັ້ງທີສອງໃນເດືອນນີ້, ສົ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ, ລົມໄດ້ພັດປ້ອງຢ້ຽມຫຼາຍບານຂອງຕຶກສູງຫຼາຍຊັ້ນອອກ, ພັດຕົ້ນໄມ້ຫຼາຍຕົ້ນລົ້ມ ແລະໄດ້ເຮັດໃຫ້ໄຟຟ້າມອດ ອັນໄດ້ເຮັດໃຫ້ເຮືອນຫຼາຍກວ່າ 900,000 ຫຼັງ ພ້ອມທັງທຸລະກິດຫຼາຍແຫ່ງໃນພື້ນທີ່ຂອງນະຄອນຮີວສຕັນ ບໍ່ມີໄຟຟ້າໃຊ້ ອີງຕາມອົງການຂ່າວເອພີ.

ບັນດາເຈົ້າໜ້າທີ່ ຮຽກຮ້ອງໃຫ້ພົນລະເມືອງທັງຫຼາຍ ຈົ່ງຢ່າອອກໄປຖະໜົນຫົນທາງ ໃນຂະນະທີ່ເສັ້ນທາງຫຼາຍສາຍແລ່ນຜ່ານບໍ່ໄດ້ ແລະຄາດວ່າ ຈະບໍ່ມີໄຟສັນຍານຈາລະຈອນຫຼາຍແຫ່ງຕະຫຼອດຄືນ.

ຜູ້ປົກຄອງນະຄອນຮີວສຕັນ ທ່ານຈອນ ວິດມາຍເອີ ກ່າວໃນຖະແຫລງການຫຍໍ້ເມື່ອຕອນແລງວານນີ້ວ່າ “ໃຫ້ພາກັນຢູ່ໃນເຮືອນຂອງພວກທ່ານໃນຄໍ່າຄືນນີ້. ບໍ່ຕ້ອງໄປເຮັດວຽກມື້ອື່ນນີ້ ເວັ້ນແຕ່ວ່າ ພວກເຈົ້າເປັນພະນັກງານທີ່ຈຳເປັນ. ໃຫ້ຢູ່ໃນເຮືອນເບິ່ງແຍງພວກລູກເຕົ້າຂອງພວກເຈົ້າ.” ທ່ານຖະແຫລງຕື່ມວ່າ “ໃນເບື້ອງຕົ້ນ ໜ່ວຍກູ້ໄພຂອງພວກເຮົາ ຈະເຮັດວຽກຕະຫຼອດເວລາ.”

ທ່ານຜູ້ປົກຄອງໄດ້ກ່າວວ່າ ມີຜູ້ເສຍຊີວິດ 4 ຄົນ ໃນລະຫວ່າງສະພາບອາກາດທີ່ຮ້າຍແຮງນີ້. ແລະມີຢ່າງໜ້ອຍ 2 ຄົນເສຍຊີວິດ ຍ້ອນຕົ້ນໄມ້ລົ້ມ ແລະອີກເຫດການນຶ່ງເກີດຂຶ້ນ ເມື່ອລົດຍົກ ຫຼື ເຄຣນ ຖືກລົມແຮງພັດລົ້ມລົງ, ດັ່ງທີ່ບັນດາເຈົ້າໜ້າທີ່ລາຍງານ.

ເສັ້ນທາງຫຼາຍສາຍຖືກນ້ຳຖ້ວມ ແລະຕົ້ນໄມ້ຫຼາຍຕົ້ນ ພ້ອມທັງຫລັກເສົາໄຟຟ້າ ຖືກລົມພັດລົ້ມລົງຢູ່ໃນທົ່ວພາກພື້ນດັ່ງກ່າວ. ທ່ານວິດມາຍເອີ ກ່າວວ່າ ຄວາມແຮງຂອງລົມພັດຮອດ 160 ກິໂລແມັດຕໍ່ຊົ່ວໂມງ “ພ້ອມດ້ວຍລົມໝູນເປັນບາງຄັ້ງຄາວ.” ທ່ານກ່າວຕື່ມວ່າ ລົມພັດຮຸນແຮງແບບນີ້ ເຮັດໃຫ້ນຶກຢ້ອນເຖິງພາຍຸເຮີຣິເຄນ ໄອຄ໌ ໃນປີ 2008 ທີ່ໄດ້ພັດຖະຫຼົ່ມເຂົ້າເມືອງແຫ່ງນີ້.

ປ້ອງຢ້ຽມຫຼາຍຮ້ອຍບານໄດ້ແຕກຫັກຢູ່ທີ່ໂຮງແຮມຫຼາຍແຫ່ງ ແລະຕຶກຫ້ອງການຫຼາຍແຫ່ງຢູ່ໃນໃຈກາງເມືອງ ໂດຍມີແກ້ວແຕກກະຈາຍໄປທົ່ວຫົນທາງຫຼາຍສາຍຢູ່ທາງລຸ່ມ, ເຊິ່ງລັດຖະບານເທັກຊັສ ໄດ້ສົ່ງບັນດາເຈົ້າໜ້າທີ່ຂອງກົມຄວາມປອດໄພສາທາລະນະ ໄປໃຫ້ຄວາມປອດແກ່ບໍລິເວນດັ່ງກ່າວ.

ທ່ານວິດມາຍເອີ ໄດ້ກ່າວວ່າ “ໃຈກາງເມືອງແມ່ນຫຍຸ້ງຍາກສັບສົນຫຼາຍ.”

ທ່ານກ່າວຕື່ມວ່າ ສາຍໂທລະສັບສຸກເສີນ 911 ທີ່ຄົນໂທເຂົ້າມາ ຫຼາຍເກີນກວ່າເຈົ້າໜ້າທີ່ຮັບມືໄພສຸກເສີນ ຈະຕອບໄດ້ ແຕ່ກໍກຳລັງແກ້ໄຂຢູ່.

Fast-moving thunderstorms pummeled southeastern Texas on Thursday for the second time this month, killing at least four people, blowing out windows in high-rise buildings, downing trees and knocking out power to more than 900,000 homes and businesses in the Houston area.

Officials urged residents to keep off roads, as many were impassable and traffic lights were expected to be out for much of the night.

"Stay at home tonight. Do not go to work tomorrow, unless you're an essential worker. Stay home, take care of your children," Houston Mayor John Whitmire said in an evening briefing. "Our first responders will be working around the clock."

The mayor said four people died during the severe weather. At least two of the deaths were caused by falling trees, and another happened when a crane blew over in strong winds, officials said.

Streets were flooded, and trees and power lines were down across the region. Whitmire said wind speeds reached 160 kph, "with some twisters." He said the powerful gusts were reminiscent of 2008's Hurricane Ike, which pounded the city.

Hundreds of windows were shattered at downtown hotels and office buildings, with glass littering the streets below, and the state was sending Department of Public Safety officers to secure the area.

"Downtown is a mess," Whitmire said.

There was a backlog of 911 calls that first responders were working through, he added.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG