ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໘ ກຸມພາ ໒໐໒໕

ຣັດເຊຍຕອບໂຕ້ ຄຳຂູ່ຫຼ້າສຸດຂອງທ່ານທຣຳ ວ່າ ບໍ່ມີຫຍັງໃໝ່ເລີຍ


ຕຶກອາຄານທີ່ຢູ່ອາໄສຂອງປະຊາຊົນໃນເມືອງ ຊາໂປຣິຊເຊຍ ຂອງຢູເຄຣນ ທີ່ຖືກຣັດເຊຍ ໂຈມຕີ ເມື່ອວັນທີ 23 ມັງກອນ 2025. REUTERS
ຕຶກອາຄານທີ່ຢູ່ອາໄສຂອງປະຊາຊົນໃນເມືອງ ຊາໂປຣິຊເຊຍ ຂອງຢູເຄຣນ ທີ່ຖືກຣັດເຊຍ ໂຈມຕີ ເມື່ອວັນທີ 23 ມັງກອນ 2025. REUTERS

ໂຄສົກລັດຖະບານຣັດເຊຍ ດມິດທຣີ ເພສຄ໊ອຟ ກ່າວຕໍ່ນັກຂ່າງວ່າ ທຣຳ “ມັກໃຊ້ວິທີແບບນີ້ ຢ່າງໜ້ອຍລາວມັກ (ເຮັດແບບນີ້) ໃນການເປັນປະທານາທິບໍດີ ສະໄໝທຳອິດຂອງລາວ.”

ທ່ານເພສຄ໊ອຟ ກ່າວວ່າ ຣັດເຊຍ ຍັງຄົງພ້ອມທີ່ຈະເຈລະຈາກັບສະຫະລັດ “ດ້ວຍຄວາມເຄົາລົບຊຶ່ງກັນແລະກັນ.”

ຢ່າງໃດກໍຕາມ ຍັງບໍ່ມີການປະກາດວ່າ ປະທານາທິບໍດີ ທຣຳ ມີກຳນົດຈະຫາລືກັບຜູ້ນຳຣັດເຊຍ ຫຼືບໍ່ ແລະເມື່ອໃດ.

ມື້ວານນີ້ ທ່ານທຣຳ ໄດ້ໂພສຂໍ້ຄວາມລົງທາງສື່ສັງຄົມອອນໄລນ໌ ເຖິງປະທານາທິບໍດີ ຣັດເຊຍ ວລາດິເມຍ ປູຕິນ ວ່າ “ຢຸດຕິສົງຄາມທີ່ໄຮ້ສາລະນີ້ຊະ!” ຖ້າບໍ່ເຊັ່ນນັ້ນ ສະຫະລັດ ຈະໃຊ້ມາດຕະການລົງໂທດ ແລະເກັບພາສີກັບຣັດເຊຍຫຼາຍຂຶ້ນ.

ໂພສດັ່ງກ່າວຂອງທ່ານທຣຳ ລະບຸວ່າ ທ່ານ “ບໍ່ຕ້ອງການທຳຮ້າຍຣັດເຊຍ” ແລະກ່າວຢ້ຳວ່າ ສະຫະລັດ ຕ້ອງບໍ່ລືມວ່າ ຣັດເຊຍເຄີຍຂ່ອຍໃຫ້ອາເມຣິກາ ໄດ້ຮັບໄຊຊະນະ ໃນສົງຄາມໂລກຄັ້ງທີສອງ ແຕ່ຂະນະນີ້ ເຖິງເວລາແລ້ວ ທີ່ຕ້ອງຢຸດຕິສົງຄາມໃນຢູເຄຣນ ທີ່ແກ່ຍາວມາເກືອບສາມປີ.

ທ່ານທຣຳ ລະບຸວ່າ “ຂ້ອຍຈະໃຫ້ການຊ່ອຍເຫຼືອຣັດເຊຍ ດ້ານເສດຖະກິດທີ່ກຳລັງຕົກຕ່ຳ ແລະຊ່ອຍປະທານາທິບໍດີ ປູຕິນຄັ້ງໃຫຍ່ ດ້ວຍການຢຸດຕິສົງຄາມຄັ້ງນີ້.

ທ່ານທຣຳ ຍັງບອກດ້ວຍວ່າ “ຫາກບໍ່ມີຂໍ້ຕົກລົງເກີດຂຶ້ນໃນບໍ່ເທົ່າໃດວັນນີ້” ຕົນກໍບໍ່ມີທາງເລືອກອື່ນ ນອກຈາກໃຊ້ມາດຕະການທາງພາສີ ແລະການລົງໂທດເພີ້ມຕື່ມຕໍ່ຣັດເຊຍ ແລະວ່າ “ຢຸດສົງຄາມນີ້ ເຊິ່ງຈະບໍ່ເກີດຂຶ້ນຕັ້ງແຕ່ຕົ້ນ ຫາກຂ້ອຍໄດ້ເປັນປະທານາທິບໍດີ” ພ້ອມທັງກະຕຸ້ນໃຫ້ຜູ້ນຳຣັດເຊຍ ຍອມຈົບສົງຄາມແບບງ່າຍໆ ດ້ວຍການ “ເຮັດຂໍ້ຕົກລົງ ແລະຈະບໍ່ມີການສູນເສຍຊີວິດອີກຕໍ່ໄປ.”

ເມື່ອວັນອັງຄານຜ່ານມາ ທ່ານທຣຳ ກ່າວຕໍ່ນັກຂ່າວ ວ່າ ຄະນະເຮັດວຽກຂອງຕົນກຳລັງເຈລະຈາກັບປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລນສ໌ກີ ແລະຈະປຶກສາຫາລື ກັບ ທ່ານປູຕິນ “ໃນໄວໆນີ້.”

ທ່ານ ອີວານ ເຟໂດຣອຟ ຜູ້ປົກຄອງທ້ອງຖິ່ນ ກ່າວຜ່ານແພລັດຟອມ ເທເລີແກຣມ ວ່າ ໂດຣນຂອງຣັດເຊຍ ສ້າງຄວາມເສຍຫາຍຕໍ່ສະຖານທີ່ຕັ້ງດ້ານພະລັງງານ ແລະເຮັດໃຫ້ຄົນຫຼາຍໝື່ນ ບໍ່ມີໄຟຟ້າໃຊ້.

ແລະໃນເຂດມີໂຄຊາອິຟ ມີລາຍງານຈາກຜູ້ປົກຄອງ ທ່ານ ວິເທລຍ ຄິມ ວ່າ ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ຍິງໂດຣນຂອງຣັດເຊຍ ຕົກ 9 ລຳ ໂດຍເສດຊິ້ນສ່ວນຂອງໂດຣນ ສ້າງຄວາມເສຍຫາຍຕໍ່ເຮືອນຊານຫຼາຍຫຼັງ.

ຂະນະດຽວກັນ ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່າວວ່າ ຍິງໂດຣນຂອງຢູເຄຣນຕົກ 4 ລຳ ໃນແບລໂກຣອດ ທີ່ຢູ່ໃນບໍລິເວນແນວຊາຍແດນຂອງທັງສອງປະເທດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG