ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ລາຍ​ງານ ກ່ຽວ​ກັບ ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ


ພາບ​ໃນ​ວັນ​ທີ 20 ສິງ​ຫາ 2023 ນີ້​ສະ​ແດງ​ໃຫ້​ເຫັນ ທ່ານ ໂຣ​ມັນ ສ​ຕາ​ໂຣວອຍ, ຜູ້​ປົກ​ຄອງ​ພາກ​ພື້ນ ເຄີ​ສ໌, ທີ​ສອງ​ຈາກ​ຂວາ, ແລະ ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ.
ພາບ​ໃນ​ວັນ​ທີ 20 ສິງ​ຫາ 2023 ນີ້​ສະ​ແດງ​ໃຫ້​ເຫັນ ທ່ານ ໂຣ​ມັນ ສ​ຕາ​ໂຣວອຍ, ຜູ້​ປົກ​ຄອງ​ພາກ​ພື້ນ ເຄີ​ສ໌, ທີ​ສອງ​ຈາກ​ຂວາ, ແລະ ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ.

ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ປະ​ເທດ​ນັ້ນ​ ໄດ້​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຕົກ ​ໃນ​ສອງ​ພາກ​ພື້ນ​ຂອງ ຣັດ​ເຊຍ, ພ້ອມ​ກັບ​ຢູ່​ເໜືອ​ທ້ອງ​ຟ້າ​ຂອງ​ເທ​ລະ​ດຳ ແລະ ແຫຼມ ໄຄ​ຣ​ເມຍ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໄດ້​ກ່າວ​ໃນ Telegram ວ່າ​ພວກເຂົາ​ໄດ້​ສະ​ກັດ​ກັ້ນ ​ໂດ​ຣນ​ຂອງ ຢູ​ເຄ​ຣນ ສອງ​ລຳ ​ຢູ່​ພາກ​ພື້ນ ເຄີ​ສ, ແລະ ອີກ​ສອງ​ລຳ​ຢູ່​ພາກ​ພື້ນ ບ​ຣ​ຽນ​ສ໌. ທັງ​ສອງ​ພາກ​ພື້ນ​ທີ່​ວ່າ​ນັ້ນ​ມີ​ເຂດ​ຊາຍ​ແດ​ນ​ຕິດ​ກັບ ຢູ​ເຄ​ຣນ.

ທ່ານ ໂຣ​ມັນ ສ​ຕາ​ໂຣວອຍ, ຜູ້​ປົກ​ຄອງ​ພາກ​ພື້ນ ເຄີ​ສ໌ ໄດ້​ກ່າວ​ວ່າ​ເຮືອນຫຼາຍ ຫຼັງ ແລະ ຕຶກ​ອາ​ຄານ​ລັດ​ຖະ​ບານຫຼັງ​ນຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ແຕ່ບໍ່​ມີ​ລາຍ​ງານ ກ່ຽວ​ກັບ ຜູ້​ບາດ​ເຈັບ ແລະ ເສຍ​ຊີ​ວິດ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ຍັງ​ໄດ້​ກ່າວ​ວ່າພ​ວກເຂົາ​ໄດ້​ທຳ​ລາຍ​ໂດ​ຣນ​ສີ່​ລຳ​ຢູ່​ທ້ອງ​ຟ້າ​ຂອງ​ແຫຼມ ໄຄ​ຣ​ເມຍ ແລະ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ທະ​ເລ​ດຳ.

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ຣັດ​ເຊຍ ໄດ້​ທຳ​ການ​ໂຈມ​ຕີ​ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ດ້ວຍໂດ​ຣນ 19 ລຳ, ລູກ​ສອນ​ໄຟ​ນຳ​ວິ​ຖີ 12 ລູກ ແລະ ລູກ​ສອນ​ໄຟ​ຕໍ່​ຕ້ານ​ກຳ​ປັ່ນສອງ​ລູກ.

ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ຍິງ​ໂດ​ຣນ ຊາ​ເຮັດ​ ທີ່​ຖືກ​ຜະ​ລິດ​ໂດຍ ອີ​ຣ່ານ 19 ລຳ, ພ້ອມ​ກັບ​ລູກ​ສອນ​ໄຟ​ນຳ​ວິ​ຖີ 11 ລູກ, ອີງ​ຕາມ​ການ​ກ່າວ​ຂອງກອງ​ທັບ.

ຈຸດ​ເພັ່ງ​ເລັງ​ນຶ່ງ​ຂອງ​ການ​ໂຈມ​ຕີ​ນັ້ນ​ແມ່ນ​ພາກ​ພື້ນ ໂອ​ເດ​ຊາ ໃນ​ພາ​ກ​ໃຕ້​ຂອງ ຢູ​ເຄ​ຣນ, ເຊິ່ງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ແມ່​ຍິງ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ແລະ ມີ​ຄວາມ​ເສຍ​ຫາຍ​ຢູ່​ສາງ​ເກັບ​ເຄື່ອງ ແລະ ເຮືອນຫຼັງ​ນຶ່ງ. ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ອະ​ທິ​ບາຍ​ການ​ຢ້ຽມ​ຢາມ ສະຫະ​ລັດ ແລະ ກາ​ນາ​ດາ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ “ມີ​ໝາກ​ຜົນຫຼາຍ.”

ໃນ​ການ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອ​ງ​ທ່ານ​ເມື່ອ​ວັນ​ອາ​ທິດ​ວານນີ້, ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ຈາກ​ທັງ​ສອງ​ປະ​ເທ​ດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG